ເບລາຣຸດຊິ ຈະປ່ຽນແປງ ມູນຄ່າ ໃບພັນທະບັດ 10.000 ຣຸບ

06/11/2015 16:12
Email Print 500
ຂປລ ທ່ານ ອາເລັກຊານເດີ ລູກາເຊນໂກ ປະທານາ ທິບໍດີ ເບລາຣຸດຊິ ໄດ້ລົງນາມດຳລັດ ໂດຍກຳນົດ ມູນຄ່າ ສະກຸນເງິນຣຸບ ຂອງ ປະເທດ ແບບໃໝ່. ຈາກພັນທະບັດ ໃບລະ 10.000 ຣຸບ ເກົ່າ ເທົ່າກັບ ໃບ 1 ຣຸບໃໝ່ ນັບແຕ່ເດືອນ ກໍລະກົດ ປີ 2016 ເປັນຕົ້ນໄປ.

ຂປລ. ຕາມ​ຂ່າວ ຕ່າງປະ​ເທດ, ວັນ​ທີ 5 ພະຈິກ, ທ່ານ ອາ​ເລັກ​ຊານ​ເດີ ລູກາ​ເຊ​ນ​ໂກ ປະທານາ ທິບໍດີ ​ເບ​ລາຣຸດຊິ ​ໄດ້​ລົງ​ນາມ ​ດຳລັດ ​ໂດຍ​ກຳນົດ ​ມູນ​ຄ່າ ​ສະກຸນ​ເງິນຣຸບ ຂ​ອງ ​ປະ​ເທດ ​​ແບບໃໝ່. ຈາກ​ພັນທະບັດ ​ໃບ​ລະ 10.000 ຣຸບ ​ເກົ່າ ​ເທົ່າ​ກັບ ​ໃບ 1 ຣຸບ​ໃໝ່ ນັບ​ແຕ່​ເດືອນ​ ກໍ​ລະ​ກົດ ປີ 2016 ​ເປັນ​ຕົ້ນ​ໄປ.

​ເຈົ້າໜ້າ​ທ່ີ​ ທະນາ​ຄານ​ກາງ ​ເບ​ລາຣຸດຊີ ກ່າວ​ວ່າ ການ​ປ່ຽນ​ແປງມູນ​ຄ່າ​ນີ້ ຈະ​ບໍ່​ສົ່ງ​ຜົນ​ກະທົບ ​ຕໍ່​ອັດຕາ​ ການ​ແລກປ່ຽນ ​ເງິນຕາ ຕ່າງປະ​ເທດ. ປັດຈຸບັນ,  ​ອັດຕາ​ ການ​ແລກປ່ຽນ 17.500 ເງິນຣຸບ / ​ໂດ​ລາ​ສະຫະລັດ ​ເນື່ອງ​ຈາກ ​ໄດ້​ຮັບ​ຜົນ​ກະທົບ​ ໃນ​ຊຸມ​ປີຜ່ານມາ./.  

KPL

ຂ່າວອື່ນໆ

ads
ads

Top