ສ້າງຄວາມເຂັ້ມແຂງໃຫ້ອຳນວຍການໂຮງຮຽນ ໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ

08/01/2024 14:18
Email Print 4033
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດຝຶກອົບຮົມຜູ້ອຳນວຍການ ໂຮງຮຽນຊັ້ນປະຖົມສຶກສາ ບັນດາແຂວງເປົ້າໝາຍ ຈຳນວນ 2.700 ທ່ານ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ຜູ້ອຳນວຍການໂຮງຮຽນ ໃຫ້ກາຍເປັນຜູ້ນໍາທີ່ມີປະສິດທິພາບ



ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດຝຶກອົບຮົມຜູ້ອຳນວຍການ ໂຮງຮຽນຊັ້ນປະຖົມສຶກສາ ບັນດາແຂວງເປົ້າໝາຍ ຈຳນວນ
2.700 ທ່ານ ເພື່ອເສີມສ້າງຄວາມເຂັ້ມແຂງ ໃຫ້ຜູ້ອຳນວຍການໂຮງຮຽນ ໃຫ້ກາຍເປັນຜູ້ນໍາທີ່ມີປະສິດທິພາບ ໃນການຊ່ວຍເຫລືອດ້ານການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃຫ້ຄູໃນໂຮງຮຽນ ເພື່ອຍົກສູງຄຸນນະພາບ ການສິດສອນ ແລະ ຜົນການຮຽນຂອງນັກຮຽນ.



ການຝືກອົບຮົມຄັ້ງນີ້
, ໄດ້ນຳສະເໜີຫົວຂໍ້ຕ່າງໆ ທີ່ມີຄວາມສຳຄັນ ເປັນຕົ້ນ ຄວາມເຂົ້າໃຈກ່ຽວກັບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ຫລັກສູດຊັ້ນປະຖົມສຶກສາ, ພາລະບົດບາດຂອງຜູ້ອຳນວຍການ ແລະ ຄວາມຮັບຜິດຊອບຂອງຄູ ທີ່ກ່ຽວຂ້ອງກັບ ການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ, ຍຸດທະສາດເພື່ອສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ຕໍ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ພ້ອມທັງ ເນັ້ນໃສ່ການສ້າງຄວາມເຂົ້າໃຈ ລະຫວ່າງຜູ້ອຳນວຍການ ແລະ ຄູສອນ, ຊຸກຍູ້ການເຮັດວຽກເປັນທີມ ໃຫ້ມີປະສິດທິຜົນ, ນຳໃຊ້ເຕັກນິກການຮຽນຮູ້ ດ້ວຍການປະຕິບັດຕົວຈິງ ແລະ ຄົ້ນຄວ້າຍຸດທະສາດ ການປະເມີນຜົນ.



ຊຸດຝຶກອົບຮົມດັ່ງກ່າວ, ເປັນສ່ວນໜຶ່ງຂອງຍຸດທະສາດ ຂອງແຜນງານບີຄວາ ໄລຍະ
2 ທີ່ກະ ຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ໄດ້ຮັບຮອງເອົາ ແນໃສ່ການແບ່ງຂັ້ນຄຸ້ມຄອງ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສະໜອງໂອກາດ ໃຫ້ແກ່ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃນຂັ້ນໂຮງຮຽນ ໃຫ້ຫລາຍຂຶ້ນ ໂດຍຜ່ານການສ້າງຕັ້ງທີມງານ ຜູ້ເຮັດວຽກສຶກສານິເທດ ໃນແຕ່ລະເມືອງ, ທີມດັ່ງກ່າວປະກອບມີ: ຜູ້ອໍານວຍການ-ຮອງຜູ້ອໍານວຍການໂຮງຮຽນ ແລະ ຄູ ໂດຍຍຸດທະສາດ ຂອງແຜນງານບີຄວາ ໄລຍະ 2 ແມ່ນພະຍາຍາມ ເພື່ອຮັບປະກັນການວາງແຜນ ແລະ ການຈັດຕັ້ງປະຕິບັດກິດຈະກໍາ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃຫ້ມີປະສິດທິຜົນ. ພາຍຫລັງສຳເລັດ ການຝຶກອົບຮົມ, ຜູ້ອໍານວຍການຈະນໍາໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ ຮຽນຮູ້ໃໝ່ ເພື່ອສ້າງສະພາບແວດລ້ອມ ທີ່ເໝາະສົມສໍາລັບການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ຂອງຄູໃນໂຮງຮຽນຂອງເຂົາເຈົ້າ, ພ້ອມທັງສະໜັບສະໜູນຄູ ໃຫ້ປະຕິບັດການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃຫ້ມີປະສິດທິຜົນ.



ທ່ານ ໄຊຍະພອນ ຈັນດາວົງ ຄູຝຶກຂັ້ນແຂວງປະຈຳ ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ໄດ້ກ່າວວ່າ: ເມື່ອພວກເຮົາໄດ້ຝຶກໃຫ້ ຄະນະຜູ້ອຳນວຍການໂຮງຮຽນ ມີຄວາມເຂົ້າໃຈດີຂຶ້ນ ກ່ຽວກັບລະບົບ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ສະໜອງເຄື່ອງມື ທີ່ຈໍາເປັນໃຫ້ເຂົາເຈົ້າ
, ນັ້ນຖືວ່າພວກເຮົາໄດ້ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງດ້ານການເປັນຜູ້ນຳໃຫ້ແກ່ເຂົາເຈົ້າ ເພື່ອສ້າງສະພາບແວດລ້ອມ ທີ່ຈະຊຸກຍູ້ການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໄປພ້ອມກັບທັກສະຂອງຄູ, ເຊິ່ງປັດໄຈເຫລົ່ານີ້ ຈະມີຜົນກະທົບໂດຍກົງ ຕໍ່ການພັດທະນາຄຸນນະພາບການສອນ ແລະ ຜົນການຮຽນຂອງນັກຮຽນ.

ທ່ານ ນາງ ປິ່ນຕາ ອ້ວນພິນຍາ ຜູ້ປະສານງານ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ໄດ້ກ່າວວ່າ: ພວກເຮົາເຊື່ອວ່າ ການສ້າງຄວາມເຂັ້ມແຂງ ໃຫ້ຄູເປັນຜູ້ນໍາ ໃນການຊ່ວຍເຫລືອຄູ ດ້ານການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ແມ່ນມີຄວາມຈໍາເປັນ ສໍາລັບການຫັນປ່ຽນລະບົບ ການສຶກສາໃນລາວ ໂດຍການອຳນວຍຄວາມສະດວກ ໃຫ້ຜູ້ອໍານວຍການໂຮງຮຽນ ຜ່ານການຝຶກອົບຮົມ ແລະ ສະໜອງສື່ການຮຽນ-ການສອນ ທີ່ຈຳເປັນແກ່ພວກເຂົາ ແລະ ເຊື່ອໝັ້ນວ່າ ພວກເຂົາຈະກາຍເປັນ ຜູ້ນຳພາການປ່ຽນແປງ ທີ່ຈະນຳໄປສູ່ການປັບປຸງຄຸນນະພາບການສອນ ແລະ ຜົນການຮຽນຂອງນັກຮຽນ ໃຫ້ດີຂຶ້ນໃນອະນາຄົດ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top