ສປຈີນ ສືບຕໍ່ສົ່ງເສີມການສ້າງຄວາມເປັນອຸດສາຫະກຳໃໝ່

29/12/2023 15:15
Email Print 947
ຂປລ ສປ ຈີນ ຈະສົ່ງເສີມ ການສ້າງຄວາມເປັນ ອຸດສາຫະກຳໃໝ່ ຢ່າງແທ້ຈິງ ,ທ່າມກາງ ຄວາມພະຍາຍາມ ສືບຕໍ່ ສ້າງຄວາມທັນສະໄໝ ຂອງປະເທດ.

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປ ຈີນ,​ທ່ານ ຈິນຈ້ວງ​ຫລົງ ລັດຖະມົນຕີ ກະຊວງ​ ອຸດສາຫະກຳ ​ແລະ ​ເຕັກ​ໂນ​ໂລ​ຊີ ສື່ສານ​ຂອງ ສປ ຈີນ ເປີດເຜີຍວ່າ: ສປ ຈີນ ຈະ​ສົ່ງ​ເສີມ​ ການ​ສ້າງ​ຄວາມ​ເປັນ ອຸດສາຫະກຳ​ໃໝ່ ​ຢ່າງ​ແທ້​ຈິງ ,​ທ່າມກາງ​ ຄວາມ​ພະຍາຍາມ ສືບ​ຕໍ່ ສ້າງ​ຄວາມ​ທັນ​ສະ​ໄໝ ຂອງ​ປະ​ເທດ.

​          ປັດຈຸບັນ ​ອຸດສາຫະກຳ ການ​ຜະລິດ​ ຂອງ ສປ ຈີນ ກວມ​ເອົາ​ອັນ​ດັບ 1 ຂອງ​ໂລກ ​ເປັນ​ປີ​ທີ່ 14 ຕິດ​ຕໍ່​ກັນ . ຂະນະ​ທີ່ ການ​ພັດທະນາ ສ້າງ​ຄວາມ​ ເປັນ​ອຸດສາຫະກຳ  ຢູ່​ໃນ​ຈຸດ ​ເລີ່​ມຕົ້ນ​ໃໝ່ ​ໃນ​ລະດັບ​ທີ່​ສູງ​ຂຶ້ນ,  ​ໂດຍ​ຕັ້ງ​ແຕ່​ ຕົ້ນ​ປີ​ນີ້ ລັດຖະບານ ​ໄດ້​ດຳ​ເນີນ ​ຊຸດນະ​ໂຍບາຍ ​ເພື່ອ​ສ້າງ​ ສະຖຽນ​ລະ​ພາບ ​ເສດຖະກິດ , ຈັດ​ກອງ​ປະຊຸມ​ ລະດັບ​ຊາດ ​ເພື່ອ​ສົ່ງ​ເສີມ ການ​ສ້າງ ​ຄວາມ​ເປັນ​ ອຸດສາຫະກຳ​ໃໝ່ ​ແລະ ສ້າງ​ຄວາມ​ກ້າວໜ້າ ​ໃນ​ການ​ພັດທະນາ ຫວ່ງ​ໂຊ່​ອຸດສາຫະກຳ​ຫລັກ ທີ່​ມີ​ຄຸນ​ນະພາ​ບສູງ ເພື່ອ​ບັນລຸ ການ​ສ້າງ ຄວາມ​ເປັນ​ ອຸດສາຫະກຳ​ໃໝ່ ​ໂດຍ​ພື້ນຖານ ພາຍ​ໃນ​ປີ 2035 ​ແລະ ​ເລັ່ງການ​ພັດທະນາ​ ລະບົບ ອຸດສາຫະກຳ ທັນ​ສະ​ໄໝ ​ທີ່​ຂັບ​ເຄື່ອນ​ໂດຍ ການ​ຜະລິດ ​ຂັ້ນ​ສູງ , ຊຶ່ງ​ຈະ​ສົ່ງ​ມອບ​ ການ​ສະໜັບ ສະໜູນ​ ທາງ​ວັດຖຸ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່​ດີ ສຳລັບ​ການ​ສ້າງ ຄວາມ​ທັນ​ສະ​ໄໝ ​ຂອງ ສປ ​ຈີນ./.

KPL

ຂ່າວອື່ນໆ

    • ສປ ຈີນ-ອາຊຽນ ສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີຂ່າວຕ່າງປະເທດ

      ສປ ຈີນ-ອາຊຽນ ສ້າງຕັ້ງ ການພົວພັນ ຄູ່ຮ່ວມຍຸດທະສາດ ຮອບດ້ານ ຄົບຮອບ 5 ປີ

      11/23/2026 3:09:19 PM

      ທ່ານ ວາງຢີ້ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ ອາຊຽນ ໄດ້ສົ່ງສານອວຍພອນ ເຊິ່ງກັນແລະກັນ ເນື່ອງໃນໂອກາດທີ່ ສປ ຈີນ ແລະ ອາຊຽນ ສ້າງຕັ້ງການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ຄົບຮອບ 5 ປີ.

    • ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41 ຂ່າວຕ່າງປະເທດ

      ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41

      11/23/2026 2:49:03 PM

      ຂະ​ບວນ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຈີນ ແລະ ຫວຽດ​ນາມ​ ໄດ້​ສຳ​ເລັດ​ ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ທີ 41 ​ຢູ່​ອ່າວ​ເປີຍ​ປູ້ຢ່າງ​ຈົບ​ງາມ. ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ນີ້ ດໍາເນີນ​ເປັນ​ເວ​ລາ 2 ວັນ, ເດີນ​ເຮືອ 32 ຊົ່ວ​ໂມງ ແລະ ເດີນ​ເຮືອ​ທັງ​ໝົດ 351 ໄມ​ທະ​ເລ.

    • ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງຂ່າວຕ່າງປະເທດ

      ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງ

      11/23/2026 2:41:10 PM

      ລັດຖະບານຈີນ ແລະ ທະນາຄານ ລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງ ຫ້ອງການທະນາຄານລົງ ທຶນພື້ນ ຖານໂຄງລ່າງອາຊີ ຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານ ໃຫ້ແກ່ ທະນາຄານ ດັ່ງກ່າວ ໃນການສ້າງຫ້ອງການ ຢູ່ຮົງກົງ.

    • ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກຂ່າວຕ່າງປະເທດ

      ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກ

      11/23/2026 2:37:05 PM

      ກອງ​ປະ​ຊຸມ​ສຸ​ດຍອດ ​ຜູ້​ບໍ​ລິ​ຫານ​ ທຸ​ລະ​ກິດ ​ອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ​ໃນ​ປີ 2026, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ ຄື: ສ້າງ​ຕັ້ງສະ​ຫະ​ພັນ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ເຂດ​ອ່າວ​ໂລກ.

    • ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກ

      11/23/2026 2:23:14 PM

      ທ່ານ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ທີ່​ກ່າວ​ ໃນ​ກອງ​ປະ​ຊຸມ​ ສຸດຍອດ​​ ອຸດ​ສາ​ຫະ​ກຳ​ການ​ຄ້າ ​ອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ແລະ ກອງ​ປະ​ຊຸມ ​ບໍ່​ເປັນ​ທາງ​ການ​ ຂອງ​ຜູ້​ນຳ APEC ໄດ້​​ຊີ້​ທິດ​ທາງ​​ທີ່ຖືກ​ຕ້ອງ​​ ໃຫ້ແກ່​ ການ​ຮ່ວມ​ມື​ ໃນ​ອາ​ຊີ-ປາ​ຊີ​ຟິກ, ຈະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປັນຮູບ ປະທຳກວ່າເກົ່າ.

ads
ads

Top