ກະຊວງສຶກສາທິການ ແລະ ກິລາ ສຳເລັດການປັບປຸງຫລັກສູດຊັ້ນປະຖົມສຶກສາ

14/12/2023 14:54
Email Print 5653
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງ ຜົນສຳເລັດການປັບປຸງ ຫລັກສູດຊັ້ນປະຖົມສຶກສາ ໃນວັນທີ 14 ທັນວາ 2023 ທີ່ນະຄອນຫລວງວຽງຈັນ

ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຈັດພິທີສະເຫລີມສະຫລອງ ຜົນສຳເລັດການປັບປຸງ ຫລັກສູດຊັ້ນປະຖົມສຶກສາ ໃນວັນທີ 14 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ 18 ແຂວງ, ຄູ-ອາຈານ ແລະ ພະນັກງານ ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ເລີ່ມປັບປຸງຫລັກສູດຊັ້ນປະຖົມແຫ່ງຊາດ ໃນປີ 2017 ເຊິ່ງເປັນຍຸດທະສາດທີ່ສຳຄັນ ເພື່ອບັນລຸເປົ້າໝາຍດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ, ລັດຖະບານ ສະຫະລັດ ອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ, ສະຫະພາບເອີຣົບ ແລະ ລັດຖະບານຍີ່ປຸ່ນ. ຫລັກສູດໃໝ່ ພ້ອມດ້ວຍສື່ການຮຽນ-ການສອນ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ໄດ້ຮັບການພັດທະນາ ຄຽງຄູ່ໄປກັບ ການຝຶກອົບຮົມ ໃຫ້ຄູປະຈຳການ ຢ່າງຮອບດ້ານ ເຊິ່ງເປັນຫລັກສູດທີ່ທັນກັບສະພາບຕົວຈິງ ແລະ ສື່ການຮຽນ-ການສອນໃໝ່ ຈະປະກອບສ່ວນສຳຄັນ ເຂົ້າໃນການປັບປຸງຜົນການຮຽນ ຂອງເດັກນ້ອຍທຸກຄົນ ແລະ ຈະສ້າງກຳລັງແຮງງານ ທີ່ມີທັກສະ ແລະ ສາ ມາດແຂ່ງຂັນ ໃນຕະຫລາດແຮງງານໄດ້.

ນັບແຕ່ເດືອນກັນຍາ 2023 ຜ່ານມາ, ຫລັກສູດຂັ້ນ ປ5 ໄດ້ສຳເລັດການປັບປຸງ, ໂຮງຮຽນ ຊັ້ນປະຖົມສຶກສາທັງໝົດທົ່ວປະເທດ ໄດ້ນຳໃຊ້ຫລັກສູດຊັ້ນປະຖົມ ສຶກສາສະບັບປັບປຸງໃໝ່, ພ້ອມທັງປຶ້ມແບບຮຽນ ແລະ ສື່ການຮຽນ-ການສອນທີ່ປັບປຸງໃໝ່ ເຊິ່ງຫລັກສູດດັ່ງກ່າວ ໄດ້ຮັບຮອງເອົາ ວິທີການສອນແບບໃໝ່ ທີ່ອຳນວຍຄວາມສະດວກ ໃຫ້ນັກຮຽນມີສ່ວນຮ່ວມ ໃນການຮຽນຫລາຍຂຶ້ນ ໂດຍສະເພາະ ນັກຮຽນໄດ້ຮຽນຮູ້ ໂດຍການປະກອບສ່ວນ ໃນກິດຈະກຳການຮຽນໃນຫ້ອງຮຽນ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ, ມີສ່ວນຮ່ວມ ນຳໃຊ້ອຸປະກອນການຮຽນ ແລະ ການທົດລອງໂດຍຜ່ານກິດຈະກໍາ. ພ້ອມນີ້, ຄູກໍໄດ້ນຳໃຊ້ວິທີການສອນແບບໃໝ່ ທີ່ເນັ້ນໃສ່ເອົານັກຮຽນເປັນໃຈກາງ ໂດຍເນັ້ນໃສ່ການຮຽນຮູ້ ດ້ວຍການປະຕິບັດຕົວຈິງ ເພື່ອໄດ້ປະສົບການຕົວຈິງ ແລະ ນຳໃຊ້ ຄວາມຮູ້ໃນຊີວິດປະຈຳວັນ.

ທ່ານ ພຸດ ສິມມາລາວົງ ໄດ້ໃຫ້ຮູ້ອີກວ່າ: ການປະຕິບັດຫລັກສູດສະບັບປັບປຸງໃໝ່ ໃນທົ່ວປະເທດ ແມ່ນຜົນສຳເລັດອັນສຳຄັນ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ ຢູ່ໃນ ສປປ ລາວ ແລະ ເປັນບຸລິມະສິດຂອງແຜນພັດທະນາຂະແໜງສຶກສາທິການ ແລະ ກິລາ ຄັ້ງທີ 8 ແລະ ຄັ້ງທີ 9. ການປັບປຸງຫລັກສູດຊັ້ນ ປະຖົມສຶກສາ ຂອງ ສປປ ລາວ ໃຫ້ທັນກັບສະພາບການ ເປັນສິ່ງຈຳເປັນຂັ້ນພື້ນຖານ ໃນການປັບປຸງຄຸນນະພາບການສຶກສາ ເຊິ່ງໄດ້ສົ່ງຜົນກະທົບອັນດີ ຕໍ່ການປັບປຸງຫລັກສູດສ້າງຄູປະຖົມ ແລະ ມາດຕະຖານການສອນແຫ່ງຊາດ; ການສະໜັບ ສະໜູນທີ່ແທດເໝາະ ກັບບົດບາດໜ້າທີ່ຂອງຄູ ແມ່ນບາດກ້າວສຳຄັນໃນການ ສ້າງກຳລັງແຮງງານທີ່ມີຄວາມສາມາດ ໂດຍຜ່ານລະບົບການສຶກສາ ທີ່ມີປະສິດທິພາບ; ປະຊາກອນທີ່ມີ ຄວາມຮູ້ຄວາມສາມາດ ແມ່ນມີຄວາມສໍາຄັນໃນການປະກອບ ສ່ວນ ເພື່ອບັນລຸເປົ້າໝາຍໃນການຫລຸດພົ້ນ ອອກຈາກການເປັນປະເທດ ດ້ອຍພັດທະນາ ຂອງ ສປປ ລາວ ແລະ ບັນລຸເປົ້າໝາຍໃນການພັດທະນາເສດຖະກິດ ໃຫ້ຮຸ່ງເຮືອງໃນໄລຍະຍາວ.

ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ການສຶກສາ ແມ່ນບູລິມະສິດສູງສຸດ ຂອງລັດຖະບານອົດສະຕຣາລີ ໃນ ສປປ ລາວ ແລະ ເປັນການລົງທຶນອັນສຳຄັນ ໃນການພັດທະນາ ຊັບພະຍາກອນ ມະນຸດ ຂອງ ສປປ ລາວ ໄປສູ່ການເຕີບໂຕທາງດ້ານເສດຖະກິດຢ່າງເທົ່າທຽມ. ເປົ້າໝາຍຂອງພວກເຮົາ ເພື່ອໃຫ້ເດັກນ້ອຍໃນເກນ ອາຍຸເຂົ້າຮຽນຊັ້ນປະຖົມໃນລາວ ໂດຍສະເພາະແມ່ນ ຜູ້ທີ່ດ້ອຍໂອກາດ, ມີຄວາມຫ້າວຫັນປະກອບສ່ວນ ໃນການຮຽນຫລາຍຂຶ້ນ ແລະ ມີຜົນການຮຽນທີ່ດີຂຶ້ນ ໂດຍການຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມ ພັດທະນາອື່ນໆ. ລັດຖະບານ ອົດສະຕຣາລີ ຈະສືບຕໍ່ໃຫ້ ການສະໜັບສະໜູນ ກະຊວງສຶກສາ ທິການ ແລະ ກິລາ ໂດຍຜ່ານແຜນງານການ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄລຍະທີ 2. ນອກຈາກນີ້, ການສະໜອງ ການຝຶກອົບຮົມ ທີ່ມີຄຸນນະພາບໃຫ້ຄູ ແລະ ການສະໜັບ ສະໜູນ ວິຊາຊີບຄູແບບຕໍ່ເນື່ອງ ແມ່ນເປັນສິ່ງຈຳເປັນ ເພື່ອຮັບປະກັນໃຫ້ຄູສາມາດປະຕິບັດຫລັກສູດ ແລະ ນຳມາສອນໃນຫ້ອງຮຽນ ຢ່າງປະສົບຜົນສຳເລັດ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top