ກອງທຶນກະສິກຳແບບຍືນຍົງທົ່ວໂລກ ໄດ້ຮັບການສະໜັບສະໜູນຫລາຍກວ່າ 17 ຕື້ ໂດລາສະຫະລັດ

09/12/2023 21:42
Email Print 432
ຂປລ ກອງປະຊຸມ ຄັ້ງທີ 28 ບັນດາຝ່າຍ ເຂົ້າຮ່ວມ ສົນທິ ສັນຍາ ຂອງ ສປຊ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ (COP28) ດຳເນີນຢູ່ ດູໄບ ສະຫະນະຄອນ ເອເມເຣັດ ອາຣັບ (UAE) ຈາກນັ້ນ ສ.ອາເມລິກາ ແລະ ປະເທດເຈົ້າພາບ ໄດ້ປະກາດ ງົບປະມານ ອຸປະຖຳ ໃຫ້ແກ່ ຂໍ້ລິເລີ່ມ ໂດຍສອງ ປະເທດ ລິເລີ່ມກ່ຽວກັບ ກະສິກຳ ແບບຍືນຍົງ ທົ່ວໂລກ ປະຈຸບັນ ໄດ້ເພີ່ມຂຶ້ນ ກວ່າ 17 ຕື້ໂດລາ ສະຫະລັດ.

ຂປລ.ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ຄັ້ງທີ 28 ບັນດາຝ່າຍ ເຂົ້າຮ່ວມ ສົນທິ ສັນຍາ ຂອງ ສປຊ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ (COP28) ດຳເນີນຢູ່ ນະຄອນ ດູໄບ ສະຫະນະຄອນ ເອເມເຣັດ ອາຣັບ (UAE) ຈາກນັ້ນ ສ.ອາເມລິກາ ແລະ ປະເທດເຈົ້າພາບ (UAE) ໄດ້ປະກາດ ງົບປະມານ ອຸປະຖຳ ໃຫ້ແກ່ ຂໍ້ລິເລີ່ມ ໂດຍສອງ ປະເທດ ລິເລີ່ມກ່ຽວກັບ ກະສິກຳ ແບບຍືນຍົງ ທົ່ວໂລກ ປະຈຸບັນ ໄດ້ເພີ່ມຂຶ້ນ ກວ່າ 17 ຕື້ໂດລາ ສະຫະລັດ.ຂໍ້ລິເລີ່ມ “ພາລະກຳ ປ່ຽນແປງໃໝ່ ກະສິກຳ ເພື່ອດິນຟ້າ ອາກາດ (AIM for Climate) ໂດຍໄດ້ປຸກລະດົມ ແຕ່ປີ 2021 ທີ່ກອງປະຊຸມ COP26 ຢູ່ ປະເທດ ອັງກິດ. ມາຮອດປະຈຸບັນ, ມີເກືອບ 80  ໂຄງການ ໄດ້ປະກາດ ໃນຂອບເຂດ ຂໍ້ລິເລີ່ມ ເພື່ອແນໃສ່ ເປີດກວ້າງ ການຄົ້ນຄວ້າ ໃນຂົງເຂດ ກະສິກຳ, ຍູ້ແຮງ ບັນດາ ມາດຕະການ ທຳການຜະລິດ ແບບຍືນຍົງ ແລະ ຫລຸດຜ່ອນ ອາຍພິດ methane. ໄລ່ມາຮອດ ປະຈຸບັນ, ຂໍ້ລິເລີ່ມ ບັນລຸໄດ້ບັນດາ ຄຳໝັ້ນສັນຍາ ດ້ວຍຍອດມູນຄ່າ 17 ຕື້ໂດລາ ສະຫະລັດ, ໃນນັ້ນ 12 ຕື້ ໂດລາ ສະຫະລັດ ມາຈາກບັນດາ ລັດຖະບານ ແລະ 5 ຕື້ ໂດລາ ສະຫະລັດ  ແມ່ນມາຈາກ ວິສາຫະກິດ ແລະ ບັນດາອົງການ ບໍ່ຂຶ້ນກັບ ລັດຖະບານ. COP28 ສ້າງຂີດໝາຍ ເປັນຄັ້ງທຳອິດ ບັນຫາ ກະສິກຳ ໄດ້ຮັບການສຸມໃສ່ ປຶກສາຫາລື ທີ່ກອງປະຊຸມ ປະຈຳປີ ກ່ຽວກັບ ດິນຟ້າອາກາດ ທົ່ວໂລກ . ຕາມອົງການ ອາຫານ ແລະ ກະເສດ ສປຊ (FAO) ແລ້ວ, ສະບຽງ ອາຫານ ແລະ ກະສິກຳ ກໍ່ໃຫ້ເກີດ ປະມານ 30% ອາຍພິດ ເຮືອນແກ້ວ ໂດຍບັນດາ ການເຄື່ອນໄຫວ ຂອງມະນຸດ ກໍ່ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top