ສປ ຈີນ ຈັດງານຕະຫລາດນັດສິນຄ້າ ຂາເຂົ້າ-ຂາອອກ ຄັ້ງທີ 138 ມີວິສາຫະກິດ 32.000 ກວ່າແຫ່ງເຂົ້າຮ່ວມ

17/10/2025 07:32
Email Print 121
ຂປລ ງານຕະ​ຫລາດ​ນັດ ສິນ​ຄ້າ​ຂາ​ເຂົ້າ​​-ຂາ​ອອກ​ ຂອງ​ ສປ ຈີນ ​ຄັ້ງ​ທີ 138 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ໂດຍ​ແບ່ງ​ເປັນ 3 ໄລ​ຍະ ໃນ​ລະ​ຫວ່າງ ວັນ​ທີ 15 ຕຸ​ລາ ຫາ ​ວັນ​ທີ 4 ພະ​ຈິກປີ​ນີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ງານຕະ​ຫລາດ​ນັດ ສິນ​ຄ້າ​ຂາ​ເຂົ້າ​​-ຂາ​ອອກ​ ຂອງ​ ສປ ຈີນ ​ຄັ້ງ​ທີ 138 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນກວາງ​ໂຈ່ວ​ ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ໂດຍ​ແບ່ງ​ເປັນ 3 ໄລ​ຍະ ໃນ​ລະ​ຫວ່າງ ວັນ​ທີ 15 ຕຸ​ລາ ຫາ ​ວັນ​ທີ 4 ພະ​ຈິກປີ​ນີ້, ​ເຊິ່ງ​ມີບ່ອນ​ວາງ​ສະ​ແດງ 74.600 ​ຮ້ານ, ວິ​ສາ​ຫະ​ກິດ ​ເຂົ້າ​ຮ່ວມ​ງານ​ ມີ​ຫລາຍກວ່າ 32.000 ແຫ່ງ ​ແລະ ສ້າງ​ສະ​ຖິ​ຕິ​ສູງ​ສຸດ ​ໃນ​ປະ​ຫວັດ​ສາດ. ​ມາ​ຮອດ ​ປັດ​ຈຸ​ບັນ, ງານ​ຕະ​ຫລາດ​ນັດ ​ດັ່ງ​ກ່າວ​ ໄດ້​ດຶງ​ດູດພໍ່​ຄ້າເຂົ້າ​ມາ ​ລົງ​ທະ​ບຽນ​ຈອງ​ລ່ວງ​ໜ້າ​ 240.000 ກວ່າ​ຄົນ​ຈາກ 218 ປະ​ເທດ ​ແລະ​ ເຂດ​ແຄ້ວນ, ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 10%. ງານ​ຕະ​ຫລາດ​ນັດ ​ຄັ້ງ​ນີ້ ​ຈະ​ຈັດ​ວາງ​ເຂດສະ​ເພາະ ​ການ​ບໍ​ລິ​ການ ​ຮັກ​ສາ​ສຸ​ຂະ​ພາບ ​ແບບ​ອັດ​ສະ​ລິ​ຍະ​, ໂດຍ​ໄດ້​ດຶງ​ດູດ ​ວິ​ສາ​ຫະ​ກິດ ​ຫຸ່ນ​ຍົນ​ເຮັດ​ຜ່າ​ຕັດ  ແລະ​ ຕິດ​ຕາມກວດ​ກາ ​​ອັດ​ສະ​ລິ​ຍະ​ 47 ບໍ​ລິ​ສັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top