ຂປລ
ສະພາບໍລິຫານງານ ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳ ສະຫະ ປະຊາຊາດ (UNESCO) ໄດ້ເຫັນດີ ຮັບຮອງເອົາ ຂໍ້ລິເລີ່ມຂອງ ສສ ຫວຽດນາມ ສະເໜີ ສະຫະ ປະຊາຊາດ(ສປຊ) ພິຈາລະນາປະກາດ “ທົດສະວັດສາກົນກ່ຽວກັບ ວັດທະນະ ທຳ ເພື່ອການພັດທະນາ ແບບຍືນຍົງ” ໃນເວລາໄວທີ່ສຸດ, ໃຫ້ບຸລິມະສິດໄລຍະ 2027 – 2036.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 15 ຕຸລາ, ທີ່ກອງປະຊຸມຄັ້ງທີ 222 ຈັດຂຶ້ນຢູ່ ນະຄອນຫລວງ ປາຣີ ຂອງຝຣັ່ງ, ສະພາບໍລິຫານງານ ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳ ສະຫະ ປະຊາຊາດ (UNESCO) ໄດ້ເຫັນດີ ຮັບຮອງເອົາ ຂໍ້ລິເລີ່ມຂອງ ສສ ຫວຽດນາມ ສະເໜີ ສະຫະ ປະຊາຊາດ(ສປຊ) ພິຈາລະນາປະກາດ “ທົດສະວັດສາກົນກ່ຽວກັບ ວັດທະນະທຳ ເພື່ອການພັດທະນາ ແບບຍືນຍົງ” ໃນເວລາໄວທີ່ສຸດ, ໃຫ້ບຸລິມະສິດໄລຍະ 2027 – 2036. ຈາກນັ້ນ ທ່ານ ນາງ ຫງວຽນທິເວິນແອັງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ໃຫ້ຮູ້ວ່າ: ຂໍ້ລິເລີ່ມນີ້ ໄດ້ເນັ້ນໜັກເຖິງ ເປົ້າໝາຍ ເສີມຂະຫຍາຍ ບົດບາດສຳຄັນ ຂອງວັດທະນະທຳ ໃນການຮັບໃຊ້ ໃຫ້ແກ່ ການພັດທະນາ ແບບຍືນຍົງ ຢູ່ບັນດາປະເທດ. ຕາມຂໍ້ກຳນົດ, ການສະເໜີດັ່ງກ່າວ ຈະສືບຕໍ່່ຍື່ນສະໜີຂຶ້ນ ໃນກອງປະຊຸມສະມັດຊາໃຫຍ່ UNESCO ຄາດວ່າ ຈະຈັດຂຶ້ນໃນເດືອນ ພະຈິກ 2025 ແລະ ຕໍ່ຈາກນັ້ນສະມັດຊາໃຫຍ່ ສະຫະ ປະຊາຊາດ ພິຈາລະນາ ຮັບຮອງເອົາໃນປີ 2026. ເລື່ອງສະພາ ບໍລິຫານງານ UNESCO ຮັບຮອງເອົາຂໍ້ລິເລີ່ມຂອງ ສສ ຫວຽດນາມ ນັ້ນແມ່ນບາດກ້າວທຳອິດ ທີ່ມີຄວາມໝາຍສຳຄັນ, ສ້າງພື້ນຖານ ເພື່ອກ້າວໄປເຖິງເລື່ອງ ປະກາດສ້າງຕັ້ງ “ທົດສະວັດສາກົນ ກ່ຽວກັບ ວັດທະນະທຳ ເພື່ອການພັດທະນາ ແບບຍືນຍົງ” ຢ່າງເປັນທາງການ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL