ລົງນາມສ້າງເວັບໄຊຂ່າວສານແລວເສດຖະກິດລາວ-ຈີນ

07/12/2023 16:04
Email Print 917
ຂປລ ຂປລ. ພິທີລົງນາມ ສ້າງຕັ້ງເວັບໄຊຂ່າວສານ ແລວເສດຖະກິດລາວ-ຈີນ ລະຫວ່າງ ສໍານັກຂ່າວສານປະເທດລາວ ແລະ ບໍລີສັດຂໍ້ມູນຂ່າວສານເສດຖະກິດຈີນ ຈໍາກັດ ຈັດ​ຂຶ້ນ​ໃນ​ໂອກາດ​ດຳ​ເນີນກອງປະຊຸມ ເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລ້ວ ໜຶ່ງເສັ້ນທາງ” ຄັ້ງທີ 2 ໃນວັນທີ 7 ທັນວາ 2023 ຢູ່ນະຄອນຫລວງວຽງຈັນ

ຂປລ. ພິທີລົງນາມ ສ້າງຕັ້ງເວັບໄຊຂ່າວສານ ແລວເສດຖະກິດລາວ-ຈີນ ລະຫວ່າງ ສໍານັກຂ່າວສານປະເທດລາວ ແລະ ບໍລີສັດຂໍ້ມູນຂ່າວສານເສດຖະກິດຈີນ ຈໍາກັດ ຈັດ​ຂຶ້ນ​ໃນ​ໂອກາດ​ດຳ​ເນີນກອງປະຊຸມ ເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລ້ວ ໜຶ່ງເສັ້ນທາງ” ຄັ້ງທີ 2 ໃນວັນທີ 7 ທັນວາ 2023 ຢູ່ນະຄອນຫລວງວຽງຈັນ ​ໂດຍ​ການ​ຮ່ວມ​ລົງ​ນາມ​ລະຫວ່າງ ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍໃຫຍ່ສໍານັກຂ່າວສານປະເທດລາວ, ກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຊູ ຢູຈາງ ຫົວໜ້າບໍລິສັດ ຂໍ້ມູນຂ່າວສານ ເສດຖະກິດຈີນ ຈໍາກັດ.

ການຮ່ວມມືສ້າງເວັບໄຊດັ່ງກ່າວ, ກໍເພື່ອເປັນການໂຄສະນາເຜີຍແຜ່ ຂອບການຮ່ວມມືຍຸດທະສາດ ທີ່ສະໜິດແໜ້ນ, ຍາວນານ ແລະ ເລິກເຊິ່ງ, ຍົກລະດັບ ແລະ ເຕົ້າໂຮມທ່າແຮງຂອງຕົນ ແລະ ດຳ ເນີນການຮ່ວມມືຢ່າງເຂັ້ມແຂງທາງດ້ານທຸລະກິດ ລວມທັງການເຜີຍແຜ່ ຂໍ້ມູນຂ່າວສານ ເວັບໄຊ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ກ່ຽວຂ້ອງກັບ ແລວເສດຖະກິດ ຈີນ-ລາວຢູ່ໃນປະເທດລາວ ເພື່ອສົ່ງເສີມທ່າແຮງ ແລະ ພັດທະນາທຸລະກິດ ຂອງທັງສອງຝ່າຍໃຫ້ເຕີບໃຫຍ່ເຂັ້ມແຂງ.



ທັງສອງຝ່າຍ ຈະຮ່ວມກັນເຜີຍແຜ່ ຂໍ້ມູນຂ່າວສານ ແລວເສດຖະກິດຈີນ-ລາວ ຜ່ານຊ່ອງທາງຂອງສອງຝ່າຍ ແລະ ການແລກປ່ຽນຂໍ້ມູນຂ່າວສານ;
ຈະຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ ແລະ ແຈ້ງກ່ຽວກັບຄວາມຄືບໜ້າ ຂອງການຮ່ວມມືຢ່າງທັນສະພາບການ ເພື່ອສົ່ງເສີມການ ປະສານງານກັນ ຢ່າງເຕັມສ່ວນລະຫວ່າງສອງຝ່າຍ; ຈະແຕ່ງຕັ້ງໜ່ວຍປະສານງານທຸລະກິດ ທີ່ຮັບຜິດຊອບວຽກ ປະສານງານໃນແຕ່ລະມື້, ວຽກຕິດຕໍ່ພົວພັນ, ວຽກສະຫລຸບສັງລວມ, ວຽກເກັບກຳຫາງສຽງ ແລະ ການສືບຕໍ່ຕິດ ຕາມວຽກອື່ນທີ່ກ່ຽວຂ້ອງ.

ສຳນັກຂ່າວສານປະເທດລາວ ສ້າງຕັ້ງຂຶ້ນໃນວັນທີ 6 ມັງກອນ 1968 ທີ່ວຽງໄຊ ແຂວງຫົວພັນ, ຜະລິດຂ່າວເປັນພາສາລາວ, ອັງກິດ ແລະ ຝຣັ່ງ, ເປັນແຫລ່ງຂໍ້ມູນຂ່າວສານຫລັກຂອງ ສປປ ລາວ, ເຮັດໜ້າທີ່ເກັບກຳ ແລະ ສະໜອງຂ່າວໃຫ້ໜັງສືພິມ, ວິທະຍຸ ແລະ ໂທລະພາບໃນ ຂອບເຂດທົ່ວປະເທດ. ນອກນີ້, ຍັງໄດ້ຮ່ວມມືສອງຝ່າຍກັບສຳນັກຂ່າວຂອງຫລາຍປະເທດ ແລະ ໄດ້ເປັນສະມາຊິກຂອງ ອົງການສຳນັກຂ່າວປະເທດບໍ່ຮ່ວມກຸ່ມ ແລະ ອົງການສຳນັກຂ່າວອາຊີ-ປາຊີຟິກ (OANA).

ສ່ວນບໍລິສັດ ຂ່າວສານຂໍ້ມູນເສດຖະກິດຈີນ ຈຳກັດ, ແມ່ນຜູ້ບໍລິການຂໍ້ມູນເສດຖະກິດ ແລະ ການບໍລິການທີ່ເປັນມືອາຊີບ ຂອງສຳນັກຂ່າວສານຊິນຮວາ ເຊິ່ງແມ່ນສຳນັກຂ່າວຂອງລັດຂອງ ສປ ຈີນ. ກາຍເປັນໜຶ່ງໃນໜ່ວຍງານ ບໍລິການຂໍ້ມູນຂ່າວສານເສດຖະກິດ ທີ່ໜ້າເຊື່ອຖືທີ່ສຸດ ໃນປະເທດຈີນ, ປັດຈຸບັນ ໄດ້ບໍລິຫານເວັບໄຊ ໜຶ່ງແລວ ໜຶ່ງເສັ້ນທາງ ເຊິ່ງແມ່ນເວັບໄຊທາງການຂອງ ສປຈີນ ສຳລັບສົ່ງເສີມຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ.

ຂ່າວ: ສຸພາ​ສະຫວັນ

ພາບ: ​ເກດສະໜາ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top