ປະຊາຊົນເມືອງນາໝໍ້ ມີຄວາມເຂົ້າໃຈຕໍ່ວຽກ ໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່

07/12/2023 15:43
Email Print 8396
ຂປລ ຂປລ. ປັດຈຸບັນ, ປະຊາຊົນ​ເມື​ອງນາ​ໝໍ້ ​ແຊວ​ງອຸດົມ​ໄຊ ​ໄດ້​ມີ​ຄວາມ​ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການລ້ຽງລູກດ້ວຍນົມແມ່ ​ແລະ ຄວາມອັນຕະລາຍຂອງການຂາດສານອາຫານ ເຮັດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ, ອັດຕາການຕາຍກໍຫລຸດລົງເລື້ອຍໆ.

ຂປລ. ປັດຈຸບັນ, ປະຊາຊົນ​ເມື​ອງນາ​ໝໍ້ ​ແຊວ​ງອຸດົມ​ໄຊ ​ໄດ້​ມີ​ຄວາມ​ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການລ້ຽງລູກດ້ວຍນົມແມ່ ​ແລະ ຄວາມອັນຕະລາຍ ຂອງການຂາດສານອາຫານ ເຮັດໃຫ້ເດັກນ້ອຍ ມີສຸຂະພາບແຂງແຮງ, ອັດຕາການຕາຍກໍຫລຸດລົງເລື້ອຍໆ.

ທ່ານ  ຄໍາຊາຍ ພົງສະຫວັດ ຮອງຫົວໜ້າຫ້ອງການສາທາລະນະສຸກ ເມືອງນາໝໍ້ ​ແຂວງ​ອຸດົມ​ໄຊ ​ໄດ້ໃຫ້ສໍາພາດຕໍ່​ສື່​ມວນ​ຊົນ ​ເມື່ອ​ບໍ່​ດົນ​ນີ້ວ່າ: ຖ້າສົມທຽບໃສ່ໄລຍະກ່ອນ ທີ່ໂຄງການວຽກ​ໂພສະນາການ​ ແລະ​ ການ​ລ້ຽງລູກ​ດ້ວຍ​ນົມ​ແມ່ ຍັງບໍ່ທັນເຂົ້າເຖິງນັ້ນ, ປະຊາຊົນບັນດາເຜົ່າຈໍານວນຫລວງຫລາຍ ຍັງບໍ່ຮູ້ຈັກວິທີລ້ຽງດູລູກນ້ອຍຂອງຕົນ ໃຫ້ຖືກຫລັກໂພຊະການ, ເຮັດໃຫ້ເດັກນ້ອຍຂາດສານອາຫານ, ນໍ້າໜັກຕໍ່າເກີນມາດຕະຖານ ແລະ ການພັດທະນາສະໝອງ ຂອງເດັກກໍຫລ້າຊ້າ, ເຮັດໃຫ້ເດັກຕົວເຕ້ຍ, ສຸຂະພາບບໍ່ແຂງແຮງ ແລະ ອື່ນໆ. ​ແຕ່​ຫລັງ​ຈາກ​ທີ່ໂຄງການເຂົ້າມາຈັດຕັ້ງປະຕິບັດຢູ່ເມືອງນາໝໍ້, ພວກເຮົາກໍມີຂໍ້ມູນລົງເຜີຍແຜ່ ໂຄສະນາສຸຂະສືກສາ ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບການລ້ຽງລູກດ້ວຍນົມແມ່, ລວມທັງຄວາມອັນຕະລາຍ ຂອງການຂາດສານອາຫານ, ເຮັດໃຫ້ເດັກນ້ອຍມີສຸຂະພາບແຂງແຮງ ອັດຕາການຕາຍຫລຸດລົງ.

ອີງຕາມເປົ້າໝາຍທີ່ສະພາແຫ່ງຊາດວາງໄວ້ ຄື: ສູ້ຊົນເຮັດໃຫ້ເດັກນ້ອຍ ຂາດສານອາຫານຫລຸດລົງ ໃຫ້ໄດ້ 15%. ຜ່ານການຈັດຕັ້ງປະຕິບັດຕົວຈິງປະຕິບັດໄດ້ 13% ສໍາລັບລວງສູງຂອງເດັກ ຫລຸດມາດຕະຖານນັ້ນ ວາງ​ຄາດໝາຍໄວ້ 15% ແຕ່ການຈັດຕັ້ງປະຕິບັດຕົວ​ຈິງໄດ້ 14%  ​ເຊິ່ງສະແດງໃຫ້ເຫັນວ່າ ການຈັດຕັ້ງປະຕິບັດວຽກງານ ໂພຊະນາການມີຄວາມຄືບໜ້າ ແລະ ປະສົບຜົນສຳເລັດດີສົມຄວນ.

ການ​ລົງ​ເຄື່ອນ​ໄຫວ​ສຳພາດ​ ຂອງ​ບັນດາ​ສື່​ມວນ​ຊົນ​ໃນ​ຄັ້ງ​ນີ້, ນໍາ​ໂດຍ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກ່ຽວ​ກັບວຽກງານ ສຸຂະພາບຈະເລີນພັນ ຢູ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 5-7 ທັນວາ 2023 ໂດຍການສະໜັບສະໜູນ ຂອງອົງການອຸຍນີເຊບ. ຈຸດປະສົງກໍເພື່ອເກັບກຳຂໍ້ມູນ ການຈັດ ຕັ້ງປະຕິບັດວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ ຢູ່ຂັ້ນແຂວງ, ເມືອງ ແລະ ບ້ານ ເພື່ອເປັນການໂຄສະນາ ລາຍງານຜົນການຈັດຕັ້ງປະຕິບັດ ກໍຄື ຜົນສຳເລັດ ແລະ ຂໍ້ຫຍຸ້ງຍາກ ຂໍ້ສະເໜີຕ່າງໆ ຕໍ່ວຽກງານດັ່ງກ່າວ.

ຂ່າວ-ພາບ: ມະ​ໄລ​ລັກ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top