ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II

07/12/2023 15:18
Email Print 984
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ຂປລ. ກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ  ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ,  ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ໂອກາດ​ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ​ໄດ້​ກ່າວວ່າ:
  ເວທີປຶກສາຫາລື ການຮ່ວມມື ລາວ-ຈີນ
“ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຄັ້ງນີ້ ແມ່ນເວທີໜຶ່ງ ທີ່ມີຄວາມໝາຍສໍາຄັນ ເພື່ອທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດກິດຈະກຳ,​ ແຜນງານ, ໂຄງການ ຂອງແຕ່ລະຂະແໜງການ, ທັງເປັນເວທີປຶກ ສາຫາລື ແລະ ເປີດກວ້າງການຮ່ວມມື, ການແລກປ່ຽນທາງດ້ານເສດຖະກິດ-ການຄ້າ, ການລົງທຶນ ຂອງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດ ລະຫວ່າງສອງຊາດ ລາວ-ຈີນ, ຈີນ-ລາວ. ສອງປະເທດໃນຖານະທີ່ເປັນບ້ານໃກ້ເຮືອນຄຽງ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ສະໜັບສະໝູນ ເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າ ​ໂດຍໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ສົ່ງເສີມການຮ່ວມມື ດ້ານເສດຖະ ກິດ, ການຄ້າ, ການລົງທຶນ, ການແລກປ່ຽນຂໍ້ມູນຂ່າວສານ, ວັດທະນະທໍາ, ເຕັກໂນໂລຊີ  ກໍຄື ການໄປ ມາຫາສູ່ກັນລະຫວ່າງປະຊາຊົນດ້ວຍກັນ ໂດຍຜ່ານການທ່ອງທ່ຽວ.

ສປປ ລາວ ແລະ ສປ ຈີນ ມີສາຍພູ ແລະ ສາຍນໍ້າ ຕິດຈອດກັນ, ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ບົນພື້ນຖານການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ. ສປປ ລາວ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ປະທານ ສີ ຈິ້ນ ຜິງ ເປັນຕົ້ນ ຂໍ້ລິເລີ່ມການພັດທະນາໂລກ, ຂໍ້ລິເລີ່ມດ້ານຄວາມໝັ້ນຄົງໂລກ ແລະ ຂໍ້ລິເລີ່ມອັດສະລິຍະໂລກ, ສອງພັກ, ສອງລັດ ພວກເຮົາ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຫລາຍຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືກັນສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນປີ 2021 ແລະ ເປີດຂະບວນລົດໄຟໂດຍສານສາຍສາກົນ ວຽງຈັນ-ຄຸນມິງ, ຄຸນມິງ-ວຽງຈັນ ໃນເດືອນ ເມສາ 2023 ຜ່ານມາ. ຜົນສຳເລັດດັ່ງກ່າວ, ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫລວງ ມາສູ່ປະຊາຊົນ ສອງຊາດລາວ-ຈີນ ກໍຄື ບັນດາປະເທດ  ໃນພາກພື້ນ ເຊິ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການຮ່ວມມືພັດທະນາເສດຖະກິດ, ການຄ້າ, ການ ລົງທຶນ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງປະເທດ ກໍຄື ພາກພື້ນສາກົນ ນັບມື້ນັບເພີ່ມຂຶ້ນ. ສປປ ລາວ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ເພື່ອນໍາໃຊ້ເສັ້ນທາງລົດໄຟດັ່ງກ່າວ ໃຫ້ເປັນເສັ້ນທາງແຫ່ງ ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ເສັ້ນທາງແຫ່ງຄວາມອີ່ມໜຳສຳລານ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ ລາວ-ຈີນ ກໍຄື ປະຊາຊົນໃນພາກພື້ນ. 



ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ
  ກໍ​ໄດ້​ມີ​ຄຳ​ເຫັນວ່າ: ກອງປະຊຸມໃນຄັ້ງນີ້
, ຈັດຂຶ້ນເພື່ອເສີມສ້າງສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ມິດຕະພາບ ລະຫວ່າງປະຊາຊົນ ຂອງສອງປະເທດ ແລະ ເພີ່ມທະວີການແລກປ່ຽນ, ການຮ່ວມມື ລະຫວ່າງ ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ-ຈີນ, ຈີນ-ລາວ.  ປັດຈຸບັນ, ການລົງທຶນພັດທະນາການທ່ອງທ່ຽວ ໂດຍນັກລົງທຶນຈາກ ສປ ຈີນ ກໍນັບມື້ນັບເພີ່ມຂຶ້ນ ໂດຍສະເພາະແມ່ນໂຄງການພັດທະນາ ສິ່ງອຳນວຍຄວາມສະດວກ ດ້ານການທ່ອງ ທ່ຽວຂອງບັນດາແຂວງຕາມແລວທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນຕາມຈຸດມຸ່ງໝາຍ ການພັດ ທະນາເສັ້ນທາງລົດໄຟລາວ-ຈີນ ໃຫ້ກາຍເປັນແລວທາງເສດຖະກິດທີ່ສ້າງລາຍໄດ້ ມະຫາສານໃຫ້ປະ ເທດຊາດ, ຊ່ວຍການແກ້ໄຂສະພາບເສດຖະກິດ ຂອງປະເທດ, ສາມາດດຶງດູດນັກທ່ອງທ່ຽວໃນພາກພື້ນ ແລະ ສາກົນໃຫ້ນັບມື້ນັບຫລາຍຂຶ້ນ, ທັງເປັນການໂຄສະນາ ສປປ ລາວ ໃຫ້ກວ້າງຂວາງໃນເວທີສາກົນ ເປັນຕົ້ນ ການເຊື່ອມໂຍງດ້ານບໍລິການຂົນສົ່ງໂດຍສານ ເພື່ອສົ່ງເສີມ ການທ່ອງທ່ຽວຂອງລາວ ຕໍ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ ສປປ ລາວ ກາຍເປັນຈຸດໃຈກາງການເຊື່ອມໂຍງ ຂອງບັນດາປະເທດອາຊຽນ ກັບ ສປ ຈີນ ກໍຄື ການເຊື່ອມໂຍງລະຫວ່າງ ສປປ ລາວ ກັບສາກົນ.



ການປະກາດເປີດປີທ່ອງທ່ຽວລາວ (Visit Laos Year) ໃນປີ 2024
  ສປປ ລາວ ຍິນດີຕ້ອນຮັບນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໂດຍສະເພາະນັກທ່ອງທ່ຽວຈາກ ສປ ຈີນ, ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ພ້ອມທັງຮຽກຮ້ອງບັນດາຜູ້ປະກອບການທ່ອງທ່ຽວ ທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງສາກົນ ຊ່ວຍປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອກະກຽມຄວາມພ້ອມໃນການຮອງຮັບ ນັກທ່ອງທ່ຽວສາກົນ ທີ່ຈະເດີນເຂົ້າມາທ່ຽວລາວ ໂດຍ ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ລວມທັງແຜນການເປີດຖ້ຽວບິນເໝົາລຳ ເພື່ອສືບຕໍ່ສົ່ງເສີມການເດີນ ທາງທ່ອງທ່ຽວ ຂອງສອງປະເທດໃຫ້ກັບຄືນມາຟົດຟື້ນ ໄປພ້ອມໆກັບການຮັບກຽດເປັນປະທານອາ ຊຽນ ຂອງ ສປປ ລາວ 2024 ທີ່ຈະມາເຖິງນີ້.

​ໃນ​ໂອກາດ​ດຽວ​ກັນ​ນີ້, ຍັງມີພິທີວາງສະແດງຮູບພາບ ຜົນສຳເລັດໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ເຊິ່ງຮູບພາບທີ່ນຳມາວາງສະແດງໃນຄັ້ງນີ້ ໄດ້ຮວບຮວມເອົາບັນດາຮູບພາບຂອງການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການສຶກສາ, ສາທາ, ການຄົມມະນາຄົມ, ການທ່ອງທ່ຽວ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top