ຂປລ
ຂປລ. ຕອນແລງວັນທີ 1 ທັນວາ 2023, ພະນັກງານ-ລັດຖະກອນ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ໄດ້ສ້າງຂະບວນການອອກແຮງງານ ອະນາໄມອ້ອມຂ້າງ ຫໍປະຊຸມແຫ່ງຊາດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ

ຂປລ. ຕອນແລງວັນທີ 1 ທັນວາ 2023, ພະນັກງານ-ລັດຖະກອນ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ (ຫສນຍ) ໄດ້ສ້າງຂະບວນການອອກແຮງງານ ອະນາໄມອ້ອມຂ້າງ ຫໍປະຊຸມແຫ່ງຊາດ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ເຊິ່ງນໍາພາໂດຍສະຫາຍ ຄຳລາວັນ ຈັນທະລາວັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ.

ຈຸດປະສົງ ແລະ ຄວາມໝາຍສຳຄັນ ໃນການອອກແຮງງານ ໃນຄັ້ງນີ້, ສະຫາຍ ຄຳລາວັນ ຈັນທະລາວັນ ໃຫ້ຮູ້ວ່າ: ການສ້າງຂະບວນການດັ່ງກ່າວ ແມ່ນເພື່ອສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຫລື ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ; ເປັນການກະກຽມສະເຫລີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ; ເປັນການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກ ຫສນຍ ແລະ ສອງເຫດການສຳຄັນ ທີ່ຈະເກີດຂຶ້ນໃນປີ 2024 ກໍຄື ປີທ່ອງທ່ຽວລາວ ແລະ ການເປັນປະເທດເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ເຊິ່ງການສ້າງຂະບວນການ ເພື່ອສະເຫລີມສະຫຼອງ ວັນສຳຄັນຕ່າງໆເຫລົ່ານັ້ນ ໂດຍລວມແມ່ນສາມາດ ດຳເນີນໄດ້ຫຼາຍຮູບການ ເປັນຕົ້ນ ການຈັດຕັ້ງໂຄສະນາ-ປາຖະກະຖາ, ການສ້າງຂະບວນການ ແຂ່ງຂັນທາງດ້ານວິຊາສະເພາະ, ການສ້າງຂະບວນການ ອອກແຮງງານ-ອະນາໄມລວມ, ຂະບວນການກິລາ-ສິລະປະ ແລະ ອື່ນໆ.
ໃນວັນທີ 28 ພະຈິກຜ່ານມາ, ຫສນຍ ກໍໄດ້ຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ບັນດາເອກະສານທີ່ກ່ຽວຂ້ອງ ຈຳນວນໜຶ່ງແລ້ວ; ໃນວັນທີ 30 ພະຈິກ ກໍໄດ້ສ້າງກິດຈະກຳ ເຮັດອະນາໄມ ເພື່ອຄວາມສະອາດບັນດາຫ້ອງ ເຮັດວຽກຂອງ ພະນັກງານ-ລັດຖະກອນ ພາຍໃນຕຶກ ຫສນຍ ແລະ ໃນວັນທີ 1 ທັນວາ ນີ້ ກໍໄດ້ຈັດກິດຈະກໍາອອກແຮງງານອະນາໄມລວມ ຢູ່ຫໍປະຊຸມແຫ່ງຊາດ ເພື່ອເຕົ້າໂຮມກຳລັງແຮງ ແລະ ເສີມຂະຫຍາຍຄວາມສາມັກຄີ ຂອງສະມາຊິກພັກ-ພະນັກງານ ທັງເປັນການປຸກລະດົມນ້ຳໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ ແລະ ສຸມກຳລັງແຮງ ປະກອບສ່ວນ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ.
ໃນປີ 2024 ຈະເປັນປີແຫ່ງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ສປປ ລາວ ຈະໄດ້ປະຕິບັດໜ້າທີ່ເປັນປະເທດເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ແລະ ຕ້ອນຮັບນັກທ່ອງທ່ຽວ ໃນປີທ່ອງທ່ຽວລາວ ເຊິ່ງຕໍ່ບັນດາວຽກງານ ສຳຄັນດັ່ງກ່າວ, ສະຫາຍ ຄຳລາວັນ ຈັນທະລາວັນ ໄດ້ກ່າວຮຽກຮ້ອງສະມາຊິກພັກ-ພະນັກງານ ທົ່ວ ຫສນຍ ກໍຄື ປະຊາຊົນລາວທຸກທົ່ວໜ້າ ຈົ່ງພ້ອມກັນກະກຽມຄວາມພ້ອມ, ສ້າງຂະບວນການຕ້ອນຮັບ ແລະ ສະເຫລີມສະຫຼອງ ໃຫ້ມີບັນຍາກາດຟົດຟື້ນ, ຮັບປະກັນໄດ້ເນື້ອໃນທີ່ດີ, ມີຄວາມສະອາດງາມຕາ, ມີຄວາມສາມັກຄີປອງດອງ ແລະ ຄວາມສະຫງົບປອດໄພຮອບດ້ານ. ພ້ອມກັນສ້າງຜົນງານໃໝ່, ເປັນເຈົ້າບ້ານທີ່ດີ ແລະ ສ້າງຄວາມປະທັບໃຈໃຫ້ແກ່ ແຂກຕ່າງດ້າວ ທ້າວຕ່າງເມືອງ ທີ່ຈະເດີນທາງເຂົ້າມາເຮັດວຽກ, ຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ໃນປີ 2024 ຈະມາເຖິງນີ້ ໃຫ້ປະກົດຜົນສຳເລັດ ຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL