ພາຍໃຕ້ການນຳພາຂອງພັກ ເຮັດໃຫ້ບ້ານທົ່ງແປພັດທະນາດີຂຶ້ນເລື້ອຍໆ

13/11/2023 12:59
Email Print 822
ຂປລ * ນັບວ່າ ເປັນໂອກາດດີ ທີ່ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມບ້ານທົ່ງແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ໄດ້ມີ ເວລາສຳພາດນາຍບ້ານໆດັ່ງກ່າວ ຕໍ່ການພັດທະນາບ້ານເສດຖະກິດພາຍໃນບ້ານ, ເຊິ່ງທ່ານນາຍບ້ານ ກໍ່ສະໄດ້ແດງ ຄວາມພາກພູມໃຈທີ່ມີ “ພັກປະຊາຊົນ ປະຕິ ວັດລາວ” ນໍາພາ ຈຶ່ງເຮັດໃຫ້ປະເທດເຮົາ ກໍ່ຄືບ້ານທົ່ງແປມີການພັດທະນາ ຢ່າງບໍ່ຢຸດຢັ້ງ ເຊິ່ງ​ຕ​ະຫລອດ​ໄລ​ຍະ 48 ປີ ແຫ່ງການ​ສະ​ຖາ​ປາ​ນາ ສປປ ລາວ.


 * ນັບວ່າ ເປັນໂອກາດດີ ທີ່ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມບ້ານທົ່ງແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ໄດ້ມີເວລາສຳພາດນາຍບ້ານໆດັ່ງກ່າວ ຕໍ່ການພັດທະນາບ້ານເສດຖະກິດພາຍໃນບ້ານ, ເຊິ່ງທ່ານນາຍບ້ານ ກໍ່ສະໄດ້ແດງຄວາມພາກພູມໃຈທີ່ມີ ພັກປະຊາຊົນ ປະຕິ ວັດລາວນໍາພາ ຈຶ່ງເຮັດໃຫ້ປະເທດເຮົາ ກໍ່ຄືບ້ານທົ່ງແປ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເຊິ່ງ​ຕ​ະຫລອດ​ໄລ​ຍະ 48 ປີ ແຫ່ງການ​ສະ​ຖາ​ປາ​ນາ ສປປ ລາວ ປວງຊົນລາວເຮົາ ກໍ່ມີເອກະລາດມີຄວາມຜາສຸກ ປະເທດຊາດຈະເລີນຮຸ່ງເຮືອງ ນັບມື້ກ້າວສູ່ຄວາມສີວິໄລເທື່ອລະກ້າວ.  

ທ່ານ ອຸໄດ ໄຊຍອນຕາ ນາຍບ້ານທົ່ງແປ ເມືອງຄຳເກີດເລົ່າສູ່ຟັງວ່າ: ບ້ານທົ່ງແປຕັ້ງຢູ່ຕິດກັບຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳພາວ), ໂດຍມີຫລາຍກວ່າ  380 ຫລັງຄາເຮືອນ, ມີປະຊາກອນຫລາຍກວ່າ 2.700 ຄົນ, ໂດຍພາຍໃຕ້ການນຳຂອງພັກ ຕະຫລອດໄລ ຍະ 48 ປີມານີ້ ບວກໃສ່ການຕື່ນຕົວ, ຕັ້ງໜ້າເອົາໃຈໃສ່ສ້າງສາພັດທະນາ ເຮືອນຊານບ້ານຊ່ອງ, ເສດຖະກິດຄອບຄົວ ມາຮອດປັດຈຸບັນນີ້ ບ້ານທົ່ງແປໄດ້ຮັບການພັດທະນາ ຕ່າງຈາກເມື່ອກ່ອນຫລາຍເທົ່າຕົວ ໂດຍສະເພາະແມ່ນຄວາມທຸກຍາກ ໄດ້ຮັບການແກ້ໄຂຫລຸດໜ້ອຍ ຖອຍລົງ ໂດຍມາຮອດດຽວນີ້ ຄອບຄົວທຸກຍາກຍັງເຫລືອພຽງ 18 ຄອບຄົວ, ພື້ນຖານໂຄງລ່າງ, ຖະໜົນຫົນທາງ, ທາງຮ່ອມໄດ້ຮັບການປັບປຸງດີຂຶ້ນ ແລະ ອື່ນໆ. ດ້ວຍຄວາມເອົາໃຈໃສ່ດັ່ງກ່າວ ເຮັດໃຫ້ບ້ານຕົນຮັບນາມມະຍົດ ເປັນບ້ານພັດທະນາ, ວັດທະນະທຳ, ຍຸຕິທຳ ແລະ ບ້ານສາທາລະນະສຸກ. ໝາຍຄວາມວ່າ ສາມາດປະຕິບັດຕາມແຜນພັດທະນາຂອງຂັ້ນເທິງ ຖືວ່າບັນລຸໄດ້ໝົດ. ທ່ານ ອຸໄດ ໄຊຍອນຕາ ນາຍບ້ານທົ່ງເລົ່າສູ່ຟັງຕື່ມວ່າ: ອາຊີບຕົ້ນຕໍຂອງປະຊາຊົນບ້ານຕົນແມ່ນເຮັດນາ ແລະ ອາຊີບສຳຮອງແມ່ນປູກຝັງ-ລ້ຽງສັດ.

ອັນພົ້ນເດັ່ນທີ່ເຮັດໃຫ້ປະຊາຊົນມີການພັດທະນາ, ມີລາຍຮັບເຂົ້າຄອບຄົວ ແມ່ນຂະບວນການປູກມັນຕົ້ນ ເຊິ່ງທົ່ວ ບ້ານມີເນື້ອທີ່ປະມານ 270 ເຮັກຕາ ໂດຍໃນແຕ່ລະປີໄດ້ສ້າລາຍຮັບເຂົ້າ ໃຫ້ແກ່ປະຊາຊົນຫລາຍຮ້ອຍລ້ານກີບ. ນອກຈາກນີ້, ການລ້ຽງສັດໃຫຍ່ງົວ-ຄວາຍກໍ່ ມີການຂະຫຍາຍຕົວໃນແຕ່ລະປີ ແລະ ຂາຍອອກຫລາຍສິບໂຕ. ແນວໃດກໍ່ດີ ສຳລັບຈຳນວນຄອບຄົວທີ່ຍັງທຸກ ຍາກເຫລືອນັ້ນ ທາງບ້ານກໍ່ມີແຜນການຊ່ວຍເຫລືອ. ເຖິງວ່າທາງບ້ານບໍ່ມີງົບປະມານເປັນກ້ອນມອບໃຫ້, ແຕ່ອຳນາດການປົກຄອງ ໄດ້ປຸກລະດົມທາງດ້ານແນວ ຄິດຈິດໃຈ, ມີແຜນນະໂຍບາຍຊ່ວຍເຫລືອ ຄອບຄົວດັ່ງກ່າວໃຫ້ກ້າວສູ່ການມີຢູ່ມີກິນຄືກັບຄອບຄົວອື່ນໆ.

ບ້ານທົ່ວແປ ເປັນບ້ານໜຶ່ງທີ່ມີປະຊາຊົນ 3 ຊົນເຜົ່າຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງຄື: ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າໄຕ ເຊິ່ງແຕ່ລະເຜົ່າລ້ວນແລ້ວແຕ່ຢູ່ຮ່ວມກັນ ມີຄວາມສາມາດມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນປົກປັກຮັກສາ ແລະ ສ້າງສາ ພັດທະນາ ບ້ານມາໂດຍຕະຫລອດ ຕິດພັນກັບການເອົາໃຈໃສ່ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຈູດຈ້າວຫ້າວຫັນ ທັງເຮັດໃຫ້ພາຍໃນບ້ານມີຄວາມສະຫງົບ ໂດຍພື້ນ ຖານ. ທ່ານ ອຸໄດ ໄຊຍອນຕາ ກ່າວ.

ຂຽນ: ຢາຕົ້ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top