1 ປີຜ່ານມາ ອອປສ ເອາໃຈໃສ່ ຕິດຕາມກວດກາ ການປະຕິບັດກົດໝາຍ

18/09/2023 14:42
Email Print 1232
ຂປລ ຂປລ. ​ໃນ​ໄລຍະ 1 ປີ ຜ່ານ​ມາ, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ​ໄດ້ເອົາໃຈໃສ່ຕິດຕາມ ກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ພົນລະເມືອງ ເພື່ອໃຫ້ມີຄວາມກົມກຽວ, ເປັນເອກະພາບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

ຂປລ. ​ໃນ​ໄລຍະ 1 ປີ ຜ່ານ​ມາ, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ​ໄດ້ເອົາໃຈໃສ່ຕິດຕາມ ກວດກາການເຄົາລົບ ແລະ ປະຕິບັດກົດໝາຍ ຂອງບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ, ພົນລະເມືອງ ເພື່ອໃຫ້ມີຄວາມກົມກຽວ, ເປັນເອກະພາບ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ໃຫ້ສໍາພາດຕໍ່ສື່​ມວນ​ຊົນ​ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ໃນ​ໄລຍະ 1 ປີຜ່ານມາ ອົງການໄອຍະການ ປະຊາຊົນສູງສຸດ ​ໄດ້​ສຸມ​ໃສ່ຈັດ​ຕັ້ງ​ປະຕິບັດ ​ວຽກ​ງານ​ຕ່າງໆ ຈົນ​ມີ​ຜົນສຳ​ເລັດ ​ໃນ​ຫລາຍ​ໆດ້ານ ອັນທີ່ພົ້ນເດັ່ນ ​ແມ່ນວຽກງານຕິດຕາມກວດກາທົ່ວໄປ ​ໄດ້ສົ່ງຄະນະພັກ ແລະ ຫົວໜ້າກົມລົງໄປແຕ່ລະແຂວງ ເພື່ອຊີ້ນໍາການເຮັດວຽກ ຕິດຕາມກວດກາທົ່ວໄປ, ພ້ອມ​ທັງ ສ້າງກົນໄກປະສານງານ ກັບພາກສ່ວນຕ່າງໆ ​ໂດຍໄດ້ເຊັນບົດບັນທຶກຮ່ວມ ເພື່ອປະສານງານກັບ 6 ພາກສ່ວນ ຄື ອົງການກວດສອບແຫ່ງລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງຍຸຕິທຳ ແລະ ສານປະຊາຊົນສູງສຸດ ​ເຊິ່ງຜ່ານມາບໍ່ເຄີຍມີ ບົດບັນທຶກລັກສະນະດັ່ງກ່າວ. ພາຍຫລັງທີ່ເຊັນບົດບັນທຶກແລ້ວ ເຮັດໃຫ້ການພົວພັນລະຫວ່າງ ອົງການໄອຍະການປະຊາຊົນ ແລະ ບັນດາພາກສ່ວນຕ່າງໆ ແມ່ນດີຂຶ້ນຕາມລຳດັບ, ສຳລັບຢູ່ຂັ້ນສູນກາງ ກໍໄດ້ຜັນຫຍາຍສູ່ວຽກງານຕົວຈິງ ໂດຍເອົາບັນຫາຕ່າງໆ ມາປຶກສາຫາລື ເພື່ອແກ້ໄຂຮ່ວມກັນ ເຫັນວ່າໄດ້ຮັບຜົນດີ. ປັດຈຸບັນ, ກໍາລັງຜັນຂະຫຍາຍ ລົງສູ່ທ້ອງຖິ່ນ ບັນດາແຂວງ ແລະ ອົງການໄອຍະການປະຊາຊົນເຂດ ໃນຂອບເຂດທົ່ວປະເທດ ​ແລະ ​ໃນຕໍ່ໜ້າຍັງຈະສືບຕໍ່ ເຊັນບົດບັນທຶກຮ່ວມກັບ ຫ້ອງວ່າການສຳນັກງານນາຍົກ, ກຳມາທິການຍຸຕິທຳ, ອົງການກວດກາແຫ່ງລັດ ແລະ ທະນາຄານ.

ສຳ​ລັບ ວຽກງານໃຫ້ຄຳປຶກສາປະຊາຊົນ ໄດ້ເຮັດທົດລອງ ຢູ່ອົງການໄອຍະການປະຊາຊົນສູງສຸດ ເປັນຫ້ອງໃຫ້ຄໍາປຶກສາປະຊາຊົນ ໄດ້ປະມານ 1 ປີ ​ໃນແຕ່ລະເດືອນ ມີພໍ່ແມ່ປະຊາຊົນ ມາຂໍຄຳປຶກສາປະມານ 25 ຄົນ, ເຮັດໃຫ້ປະຊາຊົນ ມີຄວາມເຂົ້າໃຈ ລະບົບການເຮັດວຽກ ຂອງອົງການໄອຍະການ ປະຊາຊົນ ດີຂຶ້ນ ແລະ ເຂົ້າເຖິງຂະບວນຍຸຕິທຳງ່າຍຂຶ້ນ. ສ່ວນວຽກງານບໍລິການປະຊາຊົນ ຢູ່ທ້ອງຖິ່ນ ແລະ ການຕິດຕາມກວດກາ ການປະຕິບັດ ກົດໝາຍ ຢູ່ຂັ້ນເມືອງ ກໍໄດ້ປະຕິບັດຕາມມາດຕາ 18 ຂອງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ການສົ່ງພະນັກງານ ໄປປະຈຳເມືອງ ແມ່ນເພື່ອຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພໍ່ແມ່ ປະຊາຊົນ ໃນການເຂົ້າເຖິງຂະ ບວນຍຸຕິທຳ, ໂຄສະນາກົດໝາຍ ແລະ ຕິດຕາມກວດກາ ແຕ່ກ່ອນແມ່ນຍັງຫຍຸ້ງຍາກ ປະຊາຊົນຢູ່ຫາງໄກສອກຫລີກ ບໍ່ສາມາດເຂົ້າເຖິງໄດ້. ນອກຈາກນີ້, ການຂໍຄຳສັ່ງຂອງເຈົ້າໜ້າທີ່ ກໍຫຍຸ້ງຍາກຍ້ອນ ມັນຫ່າງໄກກັນ ເມືອເຮົາປະຈຳຢູ່ເມືອງແລ້ວ ກໍສາມາດແກ້ໄຂ ບັນຫາຫຍຸ້ງຍາກໄດ້ທັນເວລາ, ອອກຄຳສັ່ງໃຫ້ເຈົ້າໜ້າທັນເວລາ. ພ້ອມ​ນີ້, ຍັງ​ໄດ້ສ້າງນິຕິກໍາ ລຸ່ມກົດໝາຍ ຮັບໃຊ້ວຽກງານໄອຍະການ 30 ນິຕິກໍາ ລື່ນຄາດໝາຍທີ່ວາງໄວ້ວາງໄວ້ 5 ນິຕິກຳ ເຊິງນິຕິກຳດັ່ງກ່າວນີ້, ເປັນບ່ອນອີງທີ່ສຳຄັນ ໃຫ້ແກ້ການປະຕິບັດໜ້າທີ່ວຽກງານ ຂອງອົງການໄອຍະການປະຊາຊົນ ເມື່ອມີນິຕິກຳແລ້ວ ເຮັດໃຫ້ການປະຕິບັດໜ້າທີ່ງ່າຍຂຶ້ນ.

ທ່ານ ບຸນທັນ ບຸນທະວິໄລ ກ່າວຕືາມວ່າ: ສຳລັບ ທິດທາງໃນຕໍ່ໜ້າ ອົງການໄອຍະການປະຊາຊົນສູງສຸດ ຈະສືບຕໍ່ຄົ້ນຄວ້າສ້າງ ອົງການໄອຍະການ ປະຊາຊົນເຂດ ຢູ່ບາງແຂວງ ເຊັ່ນ: ເຂດ 2 ຢູ່ ແຂວງເຊກອງ ແລະ ແຂວງອັດຕະປື ເນື່ອງຈາກຜ່ານມາມີ ຄວາມຫຍຸ້ງຍາກຫລາຍ ເພາະວ່າທັງສອງແຂວງນີ້ ມີແຕ່ເຂດດຽວ ບັນດາເມືອງຫາງໄກກັນຫລາຍ; ສືບຕໍ່ຫັນພະນັກງານ ໄອຍະການປະຊາຊົນ ໄປປະຈຳຢູ່ເມືອງ ທີ່ບໍ່ມີອົງການໄອຍະການ ປະຊາຊົນເຂດຕັ້ງຢູ່ ແລະ ໄດ້ຂຶ້ນແຜນໄວ້ຈຳນວນໜຶ່ງ ເພື່ອໄປປະຕິບັດໜ້າທີ່ບໍລິການປະຊາຊົນ ແລະ ກວດກາການປະຕິບັດ ກົດໝາຍຢູ່ພາຍໃນເມືອງກ່ຽວຂ້ອງ; ສ້າງປື້ມຄູ່ມືກ່ຽວກັບ 7 ມາດຕະການສະກັດກັ້ນ ຕາມທີ່ກົດໝາຍດຳເນີນ ຄະດີອາຍາກຳນົດໄວ້, ຮ່າງຄຳຖະແຫລງ ແລະ ນິຕິກຳສຳຄັນຕື່ມ ຈຳນວນໜຶ່ງໃຫ້ສຳເລັດ, ຄາດວ່າຈະໄດ້ອະນຸມັດຂໍ້ຕົກລົງ ນຳໃຊ້ເອກະສານຈຳນວນໜຶ່ງ ພາຍໃນເດືອນຕຸລາ 2023 ນີ້. ພາຍຫລັງເອກະສານນີ້ສໍາເລັດ ຈະເປັນຜົນດີທີ່ສຸດ ໃຫ້ແກ່ອົງການ ໄອຍະການ ປະຊາຊົນ ແລະ ອົງການສືບສວນ-ສອບສວນ ເພາະວ່າເນື້ອໃນນິຕິກຳໄດ້ ອະທິບາຍລະອຽດ ກ່ຽວກັບການປະຕິບັດ ແລະ ຈະເຮັດໃຫ້ການລະເມີດກົດໝາຍ ໃນເວລາດຳເນີນຄະດີໜ້ອຍລົງ.

ອອປສ ຈະສືບຕໍ່ສ້າງກົນໄກ ປະສານງານກັບພາກສ່ວນຕ່າງໆ ໃຫ້ສຳເລັດ ເປັນ​ຕົ້ນ, ສ້າງບົດບັນທຶກຮ່ວມກັບ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ກຳມາທິການຍຸຕິທຳ, ສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ທະນາຄານການຄ້າຕ່າງປະເທດ; ສືບຕໍ່ຈັດຕັ້ງປະຕິບັດຫ້ອງ ໃຫ້ຄໍາປຶກສາປະຊາຊົນ ເພື່ອໃຫ້ຄໍາປຶກສາ ທາງດ້ານກົດໝາຍ ໂດຍສະເພາະ ຂະບວນຍຸຕິທຳ ແລະ ລະບົບເຮັດວຽກຂອງອົງການ ໄອຍະການແຕ່ລະຂັ້ນ, ຈະໄດ້ແຈ້ງຕອບປະຊາຊົນ ເປັນລາຍລັກອັກສອນກ່ຽວກັບ ການແກ້ໄຂຄຳຮ້ອງ ຫລື ຄະດີທີ່ເຂົ້າມາອົງການ ໄອຍະການປະຊາຊົນ.

ຂ່າວ: ທະນູທອງ ຂໍ້ມູນ​-ພາບ: ​ໄອຍະການ
KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top