ກອງປະຊຸມທສຸດຍອດອາຊຽນ ຄັ້ງທີ 43 ປຶກສາຫາລືບັນຫາສຳຄັນເພື່ອພັດທະນາພາກພື້ນ

18/09/2023 10:48
Email Print 1348
ຂປລ *ຫລາຍຊາດສະແດງຄວາມຍິນດ ແລະ ເຫັນດີສະໜັບສະໜູນ ສປປ ລາວ ໃຫ້ເປັນປະທານອາຊຽນ ໃນປີ 2024 ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນການຮ່ວມມື ແລະ ຍົກລະດັບການສົ່ງເສີມດ້ານການຄ້າ, ການລົງທຶນ, ການເມືອງ, ຄວາມໝັ້ນຄົງ ແລະ ອື່ນໆ ຂະນະທີ່ ສປປ ລາວ ໄດ້ຂຸ້ນຂ້ຽວຫ້າງກະກຽມ ຄວາມພ້ອມຢ່າງເຄັ່ງຮ້ອນ ແລະ ມີຫລາຍວຽກມີຄວາມຄືບໜ້າເປັນຢ່າງດີ ແລະ ສໍາເລັດຮຽບຮ້ອຍເພື່ອຕ້ອນຮັບການເປັນປະທານອາຊຽນ ເຊິ່ງຄາດວ່າຈະເລີ່ມແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2024 ພາຍໃຕ້ ຄໍາຂວັນ: “ເພ່ີມທະວີການເຊ່ືອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.

*ຫລາຍຊາດສະແດງຄວາມຍິນດ ແລະ ເຫັນດີສະໜັບສະໜູນ ສປປ ລາວ ໃຫ້ເປັນປະທານອາຊຽນ ໃນປີ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມື ແລະ ຍົກລະດັບການສົ່ງເສີມດ້ານການຄ້າ, ການລົງທຶນ, ການເມືອງ, ຄວາມໝັ້ນຄົງ ແລະ ອື່ນໆ ຂະນະທີ່ ສປປ ລາວ ໄດ້ຂຸ້ນຂ້ຽວຫ້າງກະກຽມ ຄວາມພ້ອມຢ່າງເຄັ່ງຮ້ອນ ແລະ ມີຫລາຍວຽກມີຄວາມຄືບໜ້າເປັນຢ່າງດີ ແລະ ສໍາເລັດຮຽບຮ້ອຍເພື່ອຕ້ອນຮັບການເປັນປະທານອາຊຽນ ເຊິ່ງຄາດວ່າຈະເລີ່ມແຕ່ວັນທີ 1 ມັງກອນ ຫາ 31 ທັນວາ 2024 ພາຍໃຕ້ ຄໍາຂວັນ: “ເພ່ີມທະວີການເຊ່ືອມຈອດ ແລະ ຄວາມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມປິ່ນອ້ອມ ຕ່າງໆໄດ້ໄຂຂຶ້ນ ແລະ ເປັນທານຂອງປະເທດອິນໂດ ເນເຊຍ ຢູ່ນະຄອນຫລວງຈາກາຕ້າ ໃນຕົ້ນເດືອນກັນຍາ (ວັນທີ 4-7 ກັນຍາ 2023) ຜ່ານມານີ້ ເຊ່ິງມີປະມຸກລັດ, ນາຍົກລັດຖະມົນຕີ, ລັດຖະມົນຕີຈາກອາຊຽນ, ປະເທດເພື່ອນມິດ, ຄູ່ຮ່ວມມື, ອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງໜາແໜ້ນສະເພາະ ສປປ ລາວເຮົາເອງ, ນໍາຄະນະຜູ້ແທນ ສປປ ລາວ ໂດຍ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນ ມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”.  ຕະຫລອດຫລາຍວັນຂອງກອງປະຊຸມກ່ຽວຂ້ອງນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ-ສປ ຈີນ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນ-ສ ເກົາຫລີ ຄັ້ງທີ 24, ກອງ ປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 26, ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ (ສ. ອາເມລິກາ) ຄັ້ງທີ 11 ແລະ ກອງປະຊຸມ ສຸດຍອດອາຊຽນ-ການາດາ.ສໍາລັບກອງປະຊຸມສຸດຍອດອາຊຽນ-ສປ ຈີນ ຄັ້ງທີ 26, ຜູ້ນໍາອາຊຽນ ແລະ ສປ ຈີນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການສະເຫລີມສະຫລອງການເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີ ຕາເວັນອອກສ່ຽງໃຕ້ຂອງ ສປ ຈີນ ຄົບຮອບ 20 ປີ, ງານວາງສະແດງສິນຄ້າອາຊຽນ-ຈີນ ທີ່ໜານໜິງ ຄົບຮອບ 20 ປີ ແລະ ຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງຄົບຮອບ 10 ປີ, ພ້ອມທັງສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດປີແຫ່ງການພັດ ທະນາທາງ ດ້ານກະສິກໍາ ແລະ ການຮ່ວມມືດ້ານຄວາມໝັ້ນຄົງທາງສະບຽງອາຫານ ອາຊຽນ-ຈີນ ໃນປີ 2023. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການຮ່ວມມື ວ່າດ້ວຍການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດກ່ຽວກັບແນວຄວາມຄິດອາ ຊຽນກ່ຽວ ກັບອິນໂດ-ປາຊີຟິກ, ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານກະສິກໍາ, ຂໍ້ລິເລີ່ມອາຊຽນ-ຈີນ ວ່າດ້ວຍການເສີມຂະຫຍາຍໂຄງການຮັດແໜ້ນ ດ້ານນະວັດຕະກໍາ, ເຕັກໂນໂລຊີ ແລະ ວິທະຍາສາດ ແລະ ຂໍ້ລິເລີ່ມວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານການ ຄ້າອີເລັກໂຕຣນິກ.ສ່ວນກອງປະຊຸມສຸດຍອດອາ ຊຽນ- ສ ເກົາຫລີ ຄັ້ງທີ 24 ໄດ້ສະ ແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດແຜນປະຕິບັດງານ ການຮ່ວມມື ອາຊຽນ-ສ ເກົາຫລີ (2021-2025) ແລະ ຕີລາຄາສູງຕໍ່ຄວາມໝາຍໝັ້ນຂອງ ສ ເກົາຫລ ໃນການເພີ່ມທະວີການຮ່ວມມືກັບອາຊຽນ ໂດຍຜ່ານຂໍ້ລິເລີ່ມວ່າດ້ວຍຄວາມສາມັກຄີອາຊຽນ-ສ ເກົາຫລີ (KASI). ໃນນີ້, ກອງປະຊຸມໄດ້ເຫັນດີຍົກລະດັບການພົວພັນຮ່ວມມືອາ ຊຽນ-ສ ເກົາ ຫລີ ຂຶ້ນເປັນຄູ່ຮ່ວມ ຍຸດທະສາດຮອບ ດ້ານ (CSP) ໃນໂອກາດຄົບຮອບ 35 ປີ ແຫ່ງການພົວພັນອາຊຽນ-ສ ເກົາ ຫລີ ໃນປີ 2024 ແລະ ໄດ້ຮັບຮອງເອົາ ຖະແຫລງການຮ່ວມອາຊຽນ-ສ ເກົາ ຫລີ ວ່າດ້ວຍການຮ່ວມມືພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ- ປາຊີຟິກ. ກອງປະຊຸມສຸດຍອດອາຊຽນ- ຍີ່ປຸ່ນ ຄັ້ງທີ 26 ໄດ້ເຫັນດີຍົກລະດັບການພົວພັນອາຊຽນ-ຍີ່ປຸ່ນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍໄດ້ຮັບຮອງເອົາຖະແຫລງການຮ່ວມ ວ່າດ້ວຍການສ້າງຕັ້ງຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຍີ່ປຸ່ນ. ພ້ອມ ນີ້, ບັນດາ ຜູ້ນໍາອາຊຽນ ແລະ ຍີ່ປຸ່ນ ຍັງໄດ້ເຫັນດີຈັດກອງປະຊຸມສຸດຍອດ ສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມືອາ ຊຽນ-ຍີ່ປຸ່ນ ໃນວັນທີ 16-18 ທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ ແລະ ອື່ນໆ.ກອງປະຊຸມສຸດຍອດອາຊຽນ-ສ. ອາເມລິກາ ຄັ້ງທີ 11 ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືອາຊຽນ-ສ. ອາເມລິກາ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ສະຫະລັດ (2021-2025). ພ້ອມນີ້, ກອງປະຊຸມ ໄດ້ປະກາດສ້າງ ຕັ້ງສູນອາຊຽນ- ສະຫະລັດ ແລະ ໄດ້ ຮັບຮອງເອົາຖະແຫລງການຜູ້ນໍາ ອາຊຽນ-ສ.ອາເມລິກາ ວ່າດ້ວຍການ ຮ່ວມມືເພື່ອສົ່ງເສີມແນວຄວາມຄິດອາຊຽນກ່ຽວກັບອິນໂດ-ປາຊິຟິກ. ກອງປະຊຸມສຸດຍອດອາຊຽນ- ການາດາ ໄດ້ເຫັນດີຍົກລະດັບການ ຮ່ວມມືຂຶ້ນເປັນຄູ່ຮ່ວມມືຍຸດ ທະສາດ ອາຊຽນ-ການາດາ ໂດຍໄດ້ຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາວ່າ ດ້ວຍຄູ່ຮ່ວມຍຸດທະສາດອາ ຊຽນ-ການາດາ ແລະ ຖະແຫລງການຮ່ວມຂອງ ຜູ້ນໍາອາຊຽນ-ການາດາວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ໃນຍາມມີວິກິດ ການ ເພື່ອເປັນທິດທາງໃນເສີມຂະຫຍາຍການຮ່ວມມື ລະຫວ່າງອາຊຽນ ແລະ ການາດາ ໃນຕໍ່ໜ້າ.ພ້ອມດຽວກັນນັ້ນ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ພົບປະສອງຝ່າຍ ກັບນາຍົກລັດຖະມົນຕີ ຕີມໍແລັດສະເຕ, ນາຍົກລັດຖະ ມົນຕີອົດ ສະຕຣາລີ ແລະ ຮັບການເຂົ້າ ຢ້ຽມຂໍ່ານັບຂອງຜູ້ອໍານວຍການຂອງ ກອງທຶນການເງິນສາກົນ ແລະ ສືບຕໍ່ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 20, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ຄັ້ງທີ 18, ກອງປະຊຸມສຸດ ຍອດອາ ຊຽນ-ອົດສະຕຣາລີ ຄັ້ງທີ 3 ແລະ ກອງປະຊຸມສຸດຍອດອາຊຽນ- ສະຫະປະຊາຊາດ ຄັ້ງທີ 13. ໃນກອງ ປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 20 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມືອາຊຽນ- ອິນເດຍ ຕະຫລອດໄລຍະຜ່ານມາ ແລະ ໄດ້ຮັບຮອງເອົາຖະແຫລງການຮ່ວມ ຂອງຜູ້ນໍາອາຊຽນ-ອິນເດຍ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ ໃນຍາມມີວິກິດການ ແລະ ຖະແຫລງ ການຮ່ວມອາຊຽນ-ອິນເດຍ ວ່າດ້ວຍ ການຮ່ວມມືທາງທະເລ. ພ້ອມນີ້, ຜູ້ນໍາອາຊຽນ ແລະ ອິນເດຍ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດ ແລະ ການພັດທະນາພື້ນຖານໂຄງລ່າງ ແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ ໃຫ້ນັບມ້ື ນັບເພ່ີມຂຶ້ນ; ອາຊຽນ ໄດ້ຊຸກຍູ້ໃຫ້ ອິນເດຍ ສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິ ບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ການເລັ່ງລັດໂຄງ ການກໍ່ສ້າງທາງດ່ວນ 3 ຝ່າຍຄື: ອິນ ເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ໄປຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ.ສຳລັບກອງປະຊຸມສຸດຍອດອາຊີ ຕາເວັນອອກ (EAS) ຄັ້ງທີ 18 ໄດ້ທົບ ທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້ຂະແໜງການບູລິມະສິດຂອງ ອີເອເອັສ ແລະ ໃຫ້ຄວາມໝາຍ ໝັ້ນໃນການ ເພີ່ມທະວີການຮ່ວມມືກັນ ຢ່າງໃກ້ຊິດ ແນໃສ່ສ້າງເງື່ອນໄຂອັນ ເອື້ອອໍານວຍໃຫ້ແກ່ການຟື້ນຟູເສດຖະ ກິດ-ສັງຄົມຮອບດ້ານ ເພື່ອກ້າວໄປສູ່ ການພັດທະນາເສດຖະກິດທີ່ມີການຂະ ຫຍາຍຕົວ ແລະ ຍືນຍົງ. ສ່ວນກອງປະ ຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 3 ໄດ້ສະແດງຄວາມຍິນດີຕ່ໍ ຄວາມຄືບໜ້າຂອງການຈັດຕັ້ງປະຕິ ບັດການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານອາຊຽນ-ອົດສະຕຣາລີ. ພ້ອມນີ້, ກອງປະຊຸມ ໄດ້ຍິນດີທີ່ຈະມີການລົງນາມອານຸສັນຍາ ສະບັບທີ 2 ເພື່ອ ຍົກລະດັບສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ (AANZFTA) ພາຍໃນປີ 2023 ແລະ ໄດ້ຮັບຮອງເອົາຖະແຫລງການ ຮ່ວມຂອງຜູ້ນ ໍາອາຊຽນ-ອົດສະຕຣາລີ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນ ຄົງດ້ານສະບຽງອາຫານ ແລະ ໂພຊະ ນາການ ໃນຍາມມີວິກິດການ ແລະ ເອກະສານແນວຄວາມຄິດກ່ຽວກັບ ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ຄົບ ຮອບ 50 ປີ. ກອງປະຊຸມສຸດຍອດ ອາຊຽນ-ສະຫະປະຊາຊາດ(ສປຊ) ຄັ້ງທີ 13 ໄດ້ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສປຊ ໃນ ໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ພາຍໃຕ້ແຜນປະ ຕິບັດງານອາຊຽນ-ສປຊ (2021- 2025) ແລະ ການຈັດຕັ້ງປະຕິບັດບັດາແຜນງານ, ໂຄງການພາຍໃຕ້ຂອບ ການຮ່ວມມືວ່າດ້ວຍການເສີມສ້າງ ເຊິ່ງກັນ ແລະ ກັນລະຫວ່າງວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາ ເປົ້າໝາຍເພື່ອການພັດທະນາແບບຍືນຍົງຂອງອົງການ ສປຊ 2030.ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມການພົບປະລະຫວ່າງ 3 ນາຍົກລັດຖະມົນຕີ ລາວ- ຫວຽດນາມ- ກຳປູເຈຍ ເພື່ອປຶກສາຫາ ລື ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 3 ປະເທດ ແລະ  ເຂົ້າຮ່ວມພິທີເປີດເວທີປຶກສາຫາລືອາຊຽນ-ອິນ ໂດ-ປາຊິຟິກ, ຊຶ່ງເປັນໜຶ່ງໃນກິດຈະກໍາ ບູລິມະສິດພາຍໃຕ້ການເປັນປະທານ ອາຊຽນ 2023 ຂອງອິນໂດເນເຊຍ ເພ່ືອປະກອບສ່ວນໃຫ້ແກ່ການຈັດຕັ້ງ ປະຕິບັດແນວຄວາມຄິດອາຊຽນ ກ່ຽວ ກັບ ອິນໂດ-ປາຊີຟິກ.ໃນໂອກາດປິດກອງປະຊຸມສຸດຍອດ ອາຊຽນຄ້ັງທີ 43, ທ່ານ ໂຈໂກ ວີໂດໂດ (Joko Widodo), ປະທານາທິບໍດີ ອິນໂດເນເຊຍ ໄດ້ມອບຄ້ອນ ປະທານ ໝູນວຽນ ອາຊຽນ ຄັ້ງທີ 44 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນປະທານ ອາຊຽນ ໃນປີ 2024 ເຊິ່ງກອງປະ ຊຸມດັ່ງກ່າວໄດ້ຮັບຜົນສຳເລັດຢ່າງ ຫລວງຫລາຍ ໂດຍສະເພາະມີການເອກະສານ ປະມານ 90 ສະບັບ ໄດ້ຮັບຮອງເອົາ ເປັນຕົ້ນ: ການຄ້າເອເລັກໂຕຣນິກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດສີຟ້າ ແລະ ຂົງເຂດອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top