ບຸນຫໍ່ເຂົ້າປະດັບດິນ

13/09/2023 12:57
Email Print 4765
ຂປລ *ບຸນຫໍ່ເຂົ້າປະດັບດິນເປັນປະເພນີໜຶ່ງໃນຮີດສີບສອງຄອງສີບສີ່ຈັດຂຶ້ນໃນມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫລື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ກົງກັບວັນທີ 14 ກັນຍາ 2023. ບຸນຫໍ່ເຂົ້າປະດັບດິນ ເປັນບຸນເຮັດເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ຜີເຜດ ຫລື ຍາດພີ່ນ້ອງເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.

*ບຸນຫໍ່ເຂົ້າປະດັບດິນເປັນປະເພນີໜຶ່ງໃນຮີດສີບສອງຄອງສີບສີ່ຈັດຂຶ້ນໃນມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫລື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ກົງກັບວັນທີ 14 ກັນຍາ 2023. ບຸນຫໍ່ເຂົ້າປະດັບດິນ ເປັນບຸນເຮັດເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ຜີເຜດ ຫລື ຍາດພີ່ນ້ອງເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.

ໃນມື້ແຮມ 13 ຄໍ່າເດືອນ 9 ກ່ອນຈະຮອດມື້ຫໍ່ເຂົ້າປະດັບດິນ, ຊາວບ້ານຈະກຽມເຄື່ອງເພື່ອຖວາຍເປັນຕົ້ນ: ຫໍ່ເຂົ້າໜົມ, ອາຫານຄາວຫວານໄດ້ແກ່ ປາ, ຊີ້ນແຫ້ງ, ເຜືອກມັນ, ນໍ້າອ້ອຍນໍ້າຕານ, ແປ້ງນົວ, ເກືອ, ໝາກເຜັດ...ພ້ອມຄໍາໝາກຄໍາພູ, ຢາສູບທີ່ຫໍ່ດ້ວຍໃບຕອງ ຫລື ເຈ້ຍກໍ່ໄດ້. ສາມາດແຍກຫໍ່ອາຫານຫວານຄາວມັນ, ຄໍາພູຢາສູບເປັນແຕ່ລະຫໍ່ບໍ່ໃຫ້ປົນກັນ ຫລື ເອົາ ແນວລະໜ້ອຍຄົບເຍືອງໃນໃນຫໍ່ດຽວກັນກະໄດ້. ຜູ້ເຖົ້າຜູ້ແກ່ເຄີຍເວົ້າວ່າ: ປາງບຸນໃຫຍ່ຂອງຊາວບຸນລາວມີ 2 ມື້ຄື: ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຫໍ່ເຂົ້າສາກ (ເຂົ້າສະຫລາກ) ເພາະເປັນມື້ທີ່ເຊື່ອກັນວ່າ: ປະຕູນະລົກຈະເປີດອອກໃຫ້ພວກຜີໄດ້ອອກມາຮັບເຂົ້າປາອາຫານ, ເຂົ້າຕົ້ມເຂົ້າໜົມທີ່ຍາດຕິພີ່ນ້ອງເອົາມາຢາຍໃຫ້.

ພໍຮອດຕອນເຊົ້າມືດເວລາປະມານ 3-5 ໂມງຂອງມື້ແຮມ 14 ຄໍ່າເດືອນ 9 ກໍນໍາເອົາຫໍ່ເຂົ້າເຫລົ່ານັ້ນໄປຢາຍໄວ້ກ້ອງຕົ້ນໄມ້, ຫ້ອຍຕາມງ່າໄມ້, ຕາມບໍລິເວນກໍາແພງວັດ ຫລື ຕາມພື້ນດິນສີ່ແຈບ້ານພ້ອມກັບໄຕ້ທູບທຽນ ແລະ ບອກເລົ່າພວກຜີເຜດ ຫລື ຍາດຕິພີ່ນ້ອງທີ່ໄດ້ລ່ວງລັບໄປແລ້ວ ໃຫ້ມາຮັບຈັບເອົາສິ່ງຂອງ ແລະ ຜົນບຸນດ້ວຍ. ຈາກນັ້ນກໍກັບເມື່ອເຮືອນໃຜເຮືອນລາວ ເພື່ອກຽມໜຶ້ງເຂົ້າ ແລະ ອາຫານຄາວຫວານ ອີກຊຸດໜຶ່ງໄປຕັກບາດຖວາຍສັງກະທານແດ່ພະສົງສາມະເນນ ຢູ່ວັດວາອາຮາມໃນຕອນເຊົ້າແຕ່ 7 ໂມງເປັນຕົ້ນໄປ.

ຕາມພະພຸດທະເຈົ້າຕັດວ່າ: ໄຮ້ປະໂຫຍດທີ່ຈະເອົາເຂົ້າເອົາເຄື່ອງໄປເຮັດແນວນີ້ ເພາະຜູ້ຕາຍແລ້ວບໍ່ມີມື້ຢ້ອນກັບມາຮັບສິ່ງຂອງເຫລົ່ານັ້ນແຕ່ຢ່າງໃດ ຄວນຈະທອດທານໃຫ່ແກ່ພາມ ຫລື ຄົນທຸກຍາກ ແລະ ສັດເດຍລະສານ ສິ່ງຂອງເຫລົ່ານີ້ຈະເປັນອານິສົງງອກງາມໄປເຖິງຜູ້ທີ່ລ່ວງລັບໄປແລ້ວ ສ່ວນພະສົງເອງເປັນເນື້ອນາບຸນ. ຈິ່ງມີການສັງເກດວ່າ ພະພຸດທະອົງ ບໍ່ຢາກໃຫ້ ເຄື່ອງເຫລົ່ານັ້ນຕ້ອງເນົ່າຖິ້ມໂດຍບໍ່ມີປະໂຫຍດຫລື ບໍ່ຈຶ່ງໄດ້ຕັດຫ້າມແນວນັ້ນ.

ຢ່າງໃດກໍຕາມ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ຄົນລາວຊາວພຸດໄດ້ສືບທອດປະຕິບັດກັນມາບໍ່ໄດ້ຂາດແຕ່ລະປີເພື່ອທອດໃຫ້ຮຸ່ນສູ່ຮຸ່ນຕໍ່ໄປຈົນຕາບເທົ້າຊົ່ວກາລະນາ.

 
ໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

    • 4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳວັດທະນະທຳ-ສັງຄົມ

      4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

      9/23/2026 11:44:18 AM

      ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    • ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້ວັດທະນະທຳ-ສັງຄົມ

      ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້

      9/23/2026 9:55:10 AM

      ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)

    • ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນວັດທະນະທຳ-ສັງຄົມ

      ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

      9/22/2026 12:22:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

ads
ads

Top