ລາວ ຈະເປັນເຈົ້າພາບການແຂ່ງຂັນກິລາປິ່ງປ່ອງ ເຍົາວະຊົນໂລກ ໃນເດືອນກັນຍານີ້

06/09/2023 14:14
Email Print 2361
ຂປລ ໃນວັນທີ 5 ກັນຍາ 2023, ຢູ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ໄດ້ມີພິທີຖະແຫລງຂ່າວການຈັດແຂ່ງຂັນກິລາ ປິ່ງປ່ອງເຍົາວະຊົນໂລກ (WTT youth contender) ຊຶ່ງຈະຈັດຂຶ້ນ ໃນແຕ່ວັນທີ 20-23 ກັນຍາ 2023 ຢູ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ.

     

ໃນວັນທີ 5 ກັນຍາ 2023, ຢູ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນ, ໄດ້ມີພິທີຖະແຫລງຂ່າວການຈັດແຂ່ງຂັນກິລາ ປິ່ງປ່ອງເຍົາວະຊົນໂລກ (WTT youth contender) ຊຶ່ງຈະຈັດຂຶ້ນ ໃນແຕ່ວັນທີ 20-23 ກັນຍາ 2023 ຢູ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ. ການຖະແຫລງຂ່າວນີ້, ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ປະທານກິດຕິມະສັກສະຫະພັນປິ່ງປ່ອງແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຄະນະກໍາມະການຈັດການແຂ່ງຂັນກິລາປິ່ງປ່ອງ ເຍົາວະຊົນໂລກ, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ, ປະທານຄະນະກໍາມະການຈັດການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ, ມີຜູ້ຕາງໜ້າຈາກບໍລິສັດທີ່ສະໜັບສະໜູນການແຂ່ງຂັນ, ພ້ອມດ້ວຍຜູ້ຝຶກສອນ ແລະ ນັກກິລາເຂົ້າຮ່ວມ.

ທ່ານນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາ ປິ່ງປ່ອງແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກຄັ້ງນີ້ ຈະມີຄະນະກໍາມະການ ແລະ ນັກກິລາ ຈາກສາກົນເກືອບ 200 ຄົນ ຈາກ 16 ປະເທດເຂົ້າຮ່ວມ. ໃນນີ້, ກໍາມະການຝ່າຍເຕັກນິກການ ແຂ່ງຂັນແມ່ນມາຈາກປະເທດ ປອກຕຸຍການ, ອີຢິບ, ໂອມານ, ເຢຍລະມັນ, ໃຕ້ຫວັນ, ມາເລເຊຍ, ສິງກະໂປ ແລະ ໄທ. ສ່ວນນັກກິລາ ຈະມີ 10 ປະເທດເຂົ້າຮ່ວມ. ໂດຍຈະແຂ່ງຂັນໃນ 2 ປະເພດ ຄື: ປະ ເພດດ່ຽວ ແລະ ຄູ່ປະສົມ ແລະ ມີ 5 ລາຍການດ່ຽວຍິງ ແລະ ດ່ຽວຊາຍ ອາຍຸບໍ່ເກີນ 11, 13, 15, 17 ແລະ 19 ປີ ແລະ ອີກ 2 ລາຍການຄູ່ປະສົມ, ໂດຍລວມມີທັງໝົດ 32 ລາງວັນ.

   ພ້ອມນີ້,  ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ປະທານກິດຕິມະສັກສະຫະພັນ ປິ່ງປ່ອງແຫ່ງຊາດລາວ ໄດ້ມີຄໍາເຫັນວ່າ: ການແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກຄັ້ງນີ້, ເປັນໂອກາດສໍາຄັນເພື່ອຮັດແໜ້ນຄວາມສາມັກຄີກັບບັນດາ ປະເທດສະມາຊິກ, ທັງຕອບສະໜອງແນວທາງນະໂຍບາຍວຽກງານຕ່າງປະເທດ, ເປັນການພັດທະນາບຸກຄະລາກອນ ແລະ ພື້ນຖານໂຄງລ່າງວຽກງານກິລາ-ກາຍະກໍາ ແລະ ທັງເປັນ ໂອກາດອັນດີ ໃນການໂຄສະນາການທ່ອງທ່ຽວຂອງລາວເຮົາອອກສູ່ສາກົນໃຫ້ກວ້າງຂວາງຕື່ມອີກ.

    ໂອກາດນີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີຄໍາເຫັນຕື່ມວ່າ: ການທີ່ ປະເທດລາວເຮົາ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາ ລະດັບໂລກນີ້, ແມ່ນຂີດໝາຍສໍາຄັນທີ່ຢັ້ງຢືນເຖິງການຮັບຮູ້ ແລະ ເຊື່ອໝັ້ນ ຂອງ ສາກົນ ຕໍ່ປະເທດເຮົາ. ສະນັ້ນ ຂໍໃຫ້ຄະນະຮັບຜິດຊອບການແຂ່ງຂັນ ຈົ່ງດໍາເນີນການໃຫ້ໄດ້ຕາມມາດຕະຖານ ສາກົນ, ໃຫ້ຮັບປະກັນຄວາມສະຫງົບປອດໄພຮອບດ້ານ, ອັນສໍາຄັນຕ້ອງເອົາໃຈໃສ່ໃນວຽກງານໂຄ ສະນາເຜິຍແຜ່ຕໍ່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດໃຫ້ຮັບຮູ້ຢ່າງກວ້າງຂວາງ, ທັງເປັນກໍາ ລັງໃຈໃຫ້ນັກກິລາທຸກຄົນໃຫ້ເຮັດດີທີ່ສຸດ ເພື່ອຍາດໄດ້ຜົນງານໂດດເດັ່ນ ແລະ ແຂ່ງຂັນດ້ວຍໄມຕີ ຈິດມິດຕະພາບ ແລະ ຄວາມມີນໍາໃຈນັກກິລາອັນແທ້ຈິງ ເພື່ອເປັນການສົ່ງເສີມຄວາມສາມັກ ຄີຮັກແພງດ້ວຍກັນຂອງນັກກິລາໃນໂລກ.

  ໂດຍ: ສຸພາສະຫວັນ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top