ໃຊ້ບັດ ເອອີເອັມ ໃຫ້ປອດໄພ ຖ້າເສຍຫາຍເຖິງຂັ້ນໝົດໂຕ

09/06/2023 11:06
Email Print 724
ຂປລ *ໃນໄລຍະ​ນີ້​ມີ​ຂ່າວ​ກ່ຽວກັບ​ການ​ລັກ​ຂໍ້​ມູນ​ຈາກ​ບັດ ເອອີເອັມ (​ATM) ດ້ວຍ​ການລັກ​ຖອນ​ເງິນ​ອອກ ຈາກ​ບັນ​ຊີ​ຜ່ານ​ຕູ້​ ATM ເປັນຈໍານວນຫລາຍ​ໆລ້ານກີບ ຈົນເຮັດໃຫ້​ຜູ້ຕົກເປັນເຫຍື່ອ ໄດ້ຮັບຜົນເສຍຫາຍຢ່າງ ຫລວງຫລາຍ ລວມເຖິງທະນາຄານທີ່ໃຫ້ບໍລິການເອງ.





*ໃນໄລຍະ​ນີ້​ມີ​ຂ່າວ​ກ່ຽວກັບ​ການ​ລັກ​ຂໍ້​ມູນ​ຈາກ​ບັດ ເອອີເອັມ (​ATM) ດ້ວຍ​ການລັກ​ຖອນ​ເງິນ​ອອກ ຈາກ​ບັນ​ຊີ​ຜ່ານ​ຕູ້​ ATM ເປັນຈໍານວນຫລາຍ​ໆລ້ານກີບ ຈົນເຮັດໃຫ້​ຜູ້ຕົກເປັນເຫຍື່ອ ໄດ້ຮັບຜົນເສຍຫາຍຢ່າງຫລວງຫລາຍ ລວມເຖິງທະນາຄານທີ່ໃຫ້ບໍລິການເອງ. ດັ່ງໃນກໍລະນີ ໃນວັນທີ 10 ມີນາ 2023 ຜູ້ໃຊ້ເຟສບຸກທີ່ຊື່ວ່າ Viyalak Vongprachanh ໄດ້ອອກມາໂພສ ເຖິງເຫດການທີ່ຕົນເອງຕົກເປັນຜູ້ເສຍຫາຍ ຖືກລັກຖອນເງິນອອກຈາກບັນຊີ ໂດຍບໍ່ຮູ້ ຕົວຫລາຍກວ່າ 57 ລ້ານກີບ.

ກ່ອນໜ້າເຫດການດັ່ງກ່າວນັ້ນ ທາງທະນາຄານການຄ້າຕ່າງປະເທດລາວ ກໍ່ໄດ້ອອກແຈ້ງການເຕືອນໄພກ່ຽວກັບກຸ່ມຄົນບໍ່ຫວັງດີ ພະຍາຍາມລັກລອບເອົາຂໍ້ມູນບັດ ໂດຍຜ່ານຕູ້ ATM  ແລະ ໄດ້ຮຽກຮ້ອງໃຫ້ລູກຄ້າ ຂອງທະນາຄານ ມີຄວາມລະມັດລະວັງ ໃນການນຳໃຊ້ຕູ້ ATM ຫລາຍຂຶ້ນ ພ້ອມທັງເປັນຫູເປັນຕານໍາກັນ ໃນການແຈ້ງຄວາມຜິດປົກກະຕິທີ່ເກີດຂຶ້ນກັບຕູ້ ATM  ຜ່ານທາງສາຍດ່ວນ 1555 ຕະຫລອດ 24 ຊົ່ວໂມງ. ເມື່ອມີເຫດການແບບນີ້ທາງສູນສະ ກັດ ກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຫລື ສູນລາວເຊີດ ໄດ້ມີການເຜີຍແຜ່ຂໍ້ມູນ ແລະ ວິທີປ້ອງກັນ​ຕົນ​ເອງ​ຈາກ​ການ​ລັກ​ຂໍ້​ມູນບັດ​ ໃນ​ລັກສະນະ​ນີ້​ໄດ້ແນວໃດ. ໃນບົດຄວາມນີ້ໄດ້ອະທິບາຍ ກ່ຽວກັບໄພຄຸກຄາມດັ່ງກ່າວ ເພື່ອໃຫ້ເປັນ ຄວາມຮູ້ ແລະ ເປັນແນວທາງ ໃນການປ້ອງກັນຕົນເອງ ບໍ່ໃຫ້ຕົກເປັນເຫຍື່ອຂອງ  "ATM Skimming". ກ່ອນອື່ນຕ້ອງສ້າງຄວາມເຂົ້າໃຈກ່ຽວກັບ ATM Skimming ແມ່ນ​ຮູບ​ແບບ​ການ​ດັກ​ຂໍ້​ມູນ​ ແລະ ​ດັກ​ລະຫັດ​ບັດ​​ ໂດຍ​ໃຊ້​ວິທີ​ການ ເຮັດ​ປຸ່ມ​ກົດ​ປອມ​ ແລະ​ ເຄື່ອງ​ອ່ານ​ບັດ​ປ​ອມ​ຕິດ​ທັບ​ກັບ​ອຸປະກອນ​ຂອງແທ້​ເທິງ​ເຄື່ອງ​ ຊຶ່ງເຄື່ອງ​ອ່ານ​ບັດ​ປອມ​ນີ້​ ຈະ​ອ່ານ​ຂໍ້​ມູນ​ຈາກ​ແຖບ​ແມ່​ເຫລັກ​ເທິງ​ບັດ​​ແລ້ວ​ ຄັດ​ລອກ​ລົງ​ໃນ​ໜ່ວຍ​ຄວາມ​ຈຳ​ ຊຶ່ງ​ອຸປະກອນ​ນີ້​ຖືກ​ດັດ​ແປງ​ໃຫ້​ມີ​ຂະໜາດ​ນ້ອຍ ​ແລະ​ ໃກ້​ຄຽງ​ກັບ​ເຄື່ອງ​ອ່ານ​ບັດ​ຕົວຈິງ. ຫລັງ​ຈາກ​ທີ່​ອ່ານ​ຂໍ້​ມູນ​ໃນ​ບັດ​​ຊຶ່ງ​ເປັນ​ຂໍ້​ມູນ​ເລກ​ປະຈຳ​ຕົວ​ຂອງ​ບັດ​​ໄດ້​ແລ້ວ​ ກໍ່ຈະ​ນຳ​ມາ​ເຮັດ​ບັດ​​ ATM ປອມ​ ຂັ້ນຕອນ​ຕໍ່ໄປ​ກໍ່ຈະ​ເປັນ​ການ​ລັກ​ລະ​ຫັດຜ່ານ​ ໂດຍ​ການ​ໃຊ້​ກ້ອງ​ຮູ​ເຂັມ​ ເພື່ອ​ລັກເບິ່ງລະ​ຫັດ​ຜ່ານ ຊຶ່ງ​ຈະ​ຕິດ​ຕັ້ງ​ໄວ້​ບໍລິເວນ​ໃກ້​ໆ​ ແປ້ນ​ໃສ່​ລະ​ຫັດ​ ເພື່ອ​ເບິ່ງ​ວ່າ​ເລກ​ລະຫັດ​ 6 ຕົວ​ ແມ່ນ​ຫຍັງ​. ວິທີ​ນີ້​ອາດຈະ​ບໍ່​ປະ​ສົບ​ຜົນສຳ​ເລັດ​ ເນື່ອງ​ຈາກ​ຄົນ​ກົດ​ອາດ​ຈະເອົາ​ມື​ບັງ​ ຫລື ​ມີ​ແສງ​ສະ​ທ້ອນ​ ກໍ່​ຈະ​ເຮັດໃຫ້​ພາບ​ທີ່​ໄດ້​ບໍ່​ຊັດເຈນ​. ດັ່ງ​ນັ້ນ​, ຈຶ່ງ​ມີ​ການ​ດັດ​ແປງ​ ຫລື ​ພັດທະນາ​ຂຶ້ນ​ມາ​ອີກ​ ດ້ວຍ​ວິທີ​ການ​ດັກ​ຂໍ້​ມູນ ​ການ​ກົດ​ລະ​ຫັດ​ ຫລື ​ທີ່​ເອີ້ນວ່າ​ Key logger ຊຶ່ງ​ຈະຈື່​ການ​ກົດ​ແປ້ນ​ພິມ​ ແລະ​ ບັນ​ທຶກ​ໄວ້​ ໂດຍຜູ້ບໍ່ຫວັງດີ​​ຈະ​ນຳເອົາຊັອບແວ​​ ຕໍ່​ເຂົ້າ​ກັບ​ແປ້ນ​ຄີ​ບ​ອ​ດ​ປອມ​ ແລ້ວ​ນຳ​ມາ​ປິດທັບ​ຂອງແທ້​ ວິທີ​ນີ້ ​ຈະມີຄວາມ​ແມ່ນ​ຢຳ​ກວ່າ​ການ​ຕິດ​ກ້ອງ​ຮູເຂັມ. ເມື່ອ​ຜູ້ບໍ່ຫວັງດີ​ໄດ້​ທັງ​ບັດ​ປອມ​ ແລະ ລະ​ຫັດ​ຜ່ານ​ ກໍ່​ຈະ​ນຳ​ໄປ​ກົດ​ເງິນ​ອອກຈາກ​ບັນຊີ​ໄດ້​ຢ່າງ​ສະດວກສະບາຍ​.





ສຳລັບວິທທີປ້ອງກັນນັ້ນ, ທ່ານຄວນຕັ້ງລະຫັດຜ່ານບັດ ATM ໃຫ້ເດົາຍາກ ແລະ ປ່ຽນໃໝ່ເລື້ອຍໆ; ການໃຊ້ຕູ້ ATM ທຸກຄັ້ງ ຄວນສັງເກດຄວາມຜິດປົກກະຕິຂອງຕູ້ ເຊັ່ນ: ປຸ່ມກົດນູນຂຶ້ນ ແລະ ບ່ອນສຽບບັດຜິດປົກກະຕິ, ສັງ ເກດປ້າຍໂຄສະນາຢູ່ຂ້າງຕູ້ ອາດມີການເຊື່ອງກ້ອງໄວ້; ຄວນນຳໃຊ້ຕູ້ ATM ທີ່ມີຄົນໃຊ້ຫລາຍ, ນຳໃຊ້ຕູ້ ATM ທີ່ໃຊ້ເປັນປະຈຳ ເພື່ອຈະສັງເກດຄວາມຜິດປົກກະຕິໄດ້ງ່າຍ, ໃຊ້ມືບັງເວລາກົດລະຫັດຜ່ານບັດ ATM , ຖ້າພົບສິ່ງຜິດປົກກະຕິ ໃຫ້ຍົກເລີກການໃຊ້ງານ ແລະ ແຈ້ງເຈົ້າໜ້າທີ່ທະນາຄານທັນທີ. ພ້ອມນີ້ ກໍບໍ່ຄວນຝາກບັດ ຫລື ມອບລະຫັດບັນໃຫ້ຄົນອື່ນກົດແທນ, ບໍ່ຄວນໃຊ້ຕູ້ ATM  ໃນກໍລະນີພົບເຫັນບຸກຄົນ ຕ້ອງສົງໃສຢູ່ບໍລິເວນນັ້ນ, ບໍ່ຫລົງເຊື່ອບຸກຄົນອື່ນ ທີ່ຈະກົດ ບັດ ATM ໃຫ້, ກໍລະນີບັດຄ້າງ ໃນຕູ້ຄວນແຈ້ງຫາເຈົ້າໜ້າທີ່ທະນາຄານໂດຍກົງ./.

ຮຽບຮຽງໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top