ໄຕມາດທໍາອິດຂອງປີ 2023 ນີ້ ມີນັກທ່ອງທ່ຽວເຂົ້າມາລາວເຖິງ 8 ແສນກວ່າຄົນ

11/05/2023 10:42
Email Print 816
ຂປລ ພຽງໄຕມາດທໍາອິດຂອງປີ 2023 ເຫັນວ່າມີນັກທ່ອງທ່ຽວຕ່າງປະເທດ ຈໍານວນ 830.000 ຄົນໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ພາຍຫລັງລັດຖະບານ ປະກາດເປີດປະເທດນັບແຕ່ຕົ້ນປີ 2022 ຂະນະທີ່ ນັກທ່ອງທ່ຽວຕ່າງປະເທດສ່ວນໃຫຍ່ແມ່ນໄທ, ຈີນ, ຫວຽດນາມ, ສອເກົາຫລີ ແລະ ອື່ນໆ.

ພຽງໄຕມາດທໍາອິດຂອງປີ 2023 ເຫັນວ່າມີນັກທ່ອງທ່ຽວຕ່າງປະເທດ ຈໍານວນ 830.000 ຄົນໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ພາຍຫລັງລັດຖະບານປະກາດເປີດປະເທດ ນັບແຕ່ຕົ້ນປີ 2022 ຂະນະທີ່ ນັກທ່ອງທ່ຽວຕ່າງປະເທດສ່ວນໃຫຍ່ແມ່ນໄທ, ຈີນ, ຫວຽດນາມ, ສອເກົາຫລີ ແລະ ອື່ນໆ.

ດັ່ງທີ່, ກົມພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍຕົ້ນເດືອນພຶດສະພາ 2023 ນີ້: ພາຍຫລັງລັດຖະບານປະກາດເປີດປະເທດນັບແຕ່ຕົ້ນປີ 2022 ເຫັນວ່ານັກທ່ອງທ່ຽວເລີ່ມຫລັງໄຫລເຂົ້າມາ ຢ້ຽມຢາມ ສປປ ລາວ ຢ່າງໜາແໜ້ນໂດຍສ່ວນໃຫຍ່ ແມ່ນນັກທ່ອງທ່ຽວຈາກໄທ, ຈີນ, ຫວຽດ ນາມ, ສ.ເກົາຫລີ, ເອີຣົບ, ອາເມລິກາ ແລະ ຊາດອື່ນໆ ເຊິ່ງມີຈຸດໝາຍປາຍທາງຄື: ເມືອງມໍລະດົກໂລກຫລວງພະບາງ, ເມືອງວັງວຽງ, ເມືອງເຟືອງ, ແຂວງຄໍາມ່ວນ ແລະ ພາກໃຕ້ຂອງລາວ. ຫລ້າສຸດ ເຈົ້າໜ້າທີ່ກ່ຽວຂ້ອງຈາກກົມພັດທະນາການທ່ອງທ່ຽວ ໄດ້ລາຍງານວ່າ: ເຖິງປັດຈຸບັນນີ້ ມີນັກທ່ອງທ່ຽວປະມານ 830.000 ຄົນໄດ້ເຂົ້າມາ ຢ້ຽມຢາມ ສປປ ລາວ ໃນໄຕມາດທໍາອິດຂອງປີ 2023, ຈາກເບື້ອງຕົ້ນລັດຖະບານຕັ້ງເປົ້າໄວ້ວ່າ ຈະສູ້ຊົນເຮັດໃຫ້ນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ປະມານ 1.800.000-2.000.000 ຄົນພາຍໃນປີ 2023 ແຕ່ຕົວຈິງເບິ່ງທ່າອ່ຽງເປັນພາບລວມ ອາດສູງກວ່າການຕັ້ງເປົ້າໄວ້ກໍເປັນໄດ້. ສາເຫດທີ່ນັກທ່ອງທ່ຽວເຂົ້າມາບ້ານເຮົານັ້ນ ເກີດຂຶ້ນຍ້ອນຫລາຍປັດໄຈເປັນຕົ້ນ: ຍ້ອນສື່ມວນຊົນສາກົນ, ວາລະສານສາກົນ ໄດ້ອອກຂ່າວຊ່ວຍໂຄສະນາໃຫ້ລາວຢ່າງກວ້າງຂວາງ ກ່ຽວກັບປາຍທາງທ່ອງທ່ຽວຍອດນິຍົມ, ການໃຊ້ຈ່າຍສໍາລັບການທ່ອງທ່ຽວທີ່ມີລາຄາຖືກ, ມີເສັ້ນທາງລົດໄຟ ລາວ-ຈີນ ທີ່ເອື້ອຍອໍານວຍການເດີນທາງສະດວກ ແລະ ປອດໄພ, ພາກລັດໄດ້ປັບປຸງບັນຍາກາດການທ່ອງທ່ຽວ, ການເປີດໃຫ້ບໍລິການແລ່ນລົດ ໄຟຂ້າມແດນລະຫວ່າງ ລາວ-ຈີນ ແລະ ອື່ນໆ.

ພ້ອມນີ້, ຫວ່າງບໍ່ດົນມານີ້, ບໍລິສັດທາງລົດໄຟລາວ-ຈີນ ໄດ້ລາຍງານວ່າ: ລະຫວ່າງການເປີດໃຫ້ບໍລິການແລ່ນລົດໄຟຂ້າມແດນ ລາວ-ຈີນ ໃນວັນທີ 13-23 ເມສາ 2023 ຜ່ານມາ ພົບວ່າມີນັກທ່ອງທ່ຽວປະມານ 4.300 ຄົນ ນັ່ງລົດໄຟ ລາວ-ຈີນ ຂ້າມແດນໃນນັ້ນມີນັກທ່ອງທ່ຽວຊາວຈີນ ເກືອບ 3.000 ຄົນ ແລະ ສ່ວນທີ່ເຫລືອແມ່ນຊາວ ລາວ ແລະ ຊາດອື່ນໆ. ຄວາມຈິງໄລຍະການເດີນທາງຈາກນະຄອນຫລວງວຽງຈັນ ຂອງ ສປປ ລາວເ ຖິງນະຄອນຄຸນໝີງຂອງ ສປ ຈີນ ຈະໃຊ້ເວລາປະມານ 8-10 ຊົ່ວໂມງກັບໄລຍະທາງພຽງ 1.000 ກວ່າກິໂລແມັດ ເຊິ່ງເປັນສ່ວນສໍາຄັນເຮັດໃຫ້ນັກທ່ອງທ່ຽວ ຫັນມາໃຊ້ລົດໄຟແທນເຮືອນບິນ ແລະ ລົດເມຫລາຍຂຶ້ນກວ່າເກົ່າ ເນື່ອງຈາກມັນປອດໄຟ ກວ່າ, ສາມາດເດີນທາງມານໍາກັນໄດ້ຫລາຍຄົນ, ເຫັນພາບບັນຍາກາດວິຖີຊີວິດຂອງຊາວລາວ ແລະ ຊາວຈີນຕົວຈິງ.

ຂະນະທີ່, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນ ນີ້ວ່າ: ຫລວງພະບາງ ເປັນຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ມີແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ຫລາກຫລາຍ. ປັດຈຸບັນ, ທົ່ວແຂວງມີແຫລ່ງ ທ່ອງທ່ຽວທັງໝົດ 228 ແຫ່ງ ໃນນັ້ນ, ແຫລ່ງທ່ອງທ່ຽວທຳມະຊາດ 111 ແຫ່ງ, ວັດທະນະທຳ 78 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະຫວັດສາດ 39 ແຫ່ງ.  ແຕ່ສິ່ງທີ່ໜ້າສົນໃຈທີ່ສຸດ, ແຫລ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫລາຍ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແມ່ນແຫລ່ງທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ເປັນຕົ້ນ: ຕາດກວາງຊີ, ວັດຊຽງທອງ, ພູສີ, ວັດວາອາຮາມ, ຫໍພິພິທະພັນ, ຖໍ້າຕິ່ງ, ຕາດຮ້ອຍຄົວ. ນອກຈາກນີ້, ຍັງມີກິດຈະກຳຕ່າງໆ ທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ ເຊັ່ນ: ການໃສ່ບາດ, ການນຸ່ງເຄື່ອງແບບບູຮານ, ອາຫານການກິນ, ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ໄລຍະ 2 ປີຜ່ານມາ, ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ແຂວງຫລວງພະ ບາງ ທັງໝົດ 883.096 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 483.765 ເທື່ອຄົນ, ນັກທ່ອງທ່ຽວສາກົນ 399.331 ເທື່ອຄົນ, ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວ ໄດ້ປະມານ 336 ລ້ານກວ່າໂດລາສະຫະລັດ. ຄຽງຄູ່ກັນນີ້, ທົ່ວແຂວງຫລວງພະບາງ ມີໂຮງແຮມ, ລີສອດ 97 ແຫ່ງ, ເຮືອນພັກ 400 ຫລັງ, ຮ້ານອາຫານ 311 ຮ້ານ, ມີບໍລິສັດ ທ່ອງທ່ຽວ 97 ບໍລິສັດ, ຮ້ານບັນເທີງ 19 ຮ້ານ, ຮ້ານນວດ ແລະ ສະປາ 36 ຮ້ານ, ມີພະນັກງານນໍາທ່ຽວລະດັບຊາດ 553 ຄົນ, ຍິງ 126 ຄົນ ແລະ ພະນັກງານນໍາທ່ຽວລະດັບແຂວງ ຈໍານວນ 41 ຄົນ, ຍິງ 11 ຄົນ. ທັງໝົດນັ້ນ ໄດ້ອຳນວຍຄວາມສະດວກ ແລະ ດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມແຂວງຫລວງພະບາງຢ່າງຕໍ່ເນື່ອງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top