ຂປລ
ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງກຳລັງກົມໃຫຍ່ການເມືອງ ປກສ ປະຊາຊົນ ຄົບຮອບ 58 ປີ (3 ພຶດສະພາ 1965-3 ພຶດສະພາ 2023) ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2023

ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງກຳລັງກົມໃຫຍ່ການເມືອງ ປກສ ປະຊາຊົນ ຄົບຮອບ 58 ປີ (3 ພຶດສະພາ 1965-3 ພຶດສະພາ 2023) ໄດ້ຈັດຂຶ້ນໃນວັນທີ 3 ພຶດສະພາ 2023 ທີ່ສະໂມ ສອນສະໜາມມ້າ ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ປະຖາກະຖາຂອງທ່ານ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ມີບັນດາຄະນະພັກ-ຄະນະບັນຊາ ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງກົມໃຫຍ່ການເມືອງ, ພະນັກງານປະຕິວັດອາວຸໂສ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.
ທ່ານ ພົຕ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກໍາເນີດ ແລະ ຄວາມເປັນມາຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແມ່ນຕິດພັນສະໜິດແໜ້ນກັບມູນເຊື້ອອັນສະຫງ່າງາມຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ມູນເຊື້ອແຫ່ງການນຳພາອັນປີຊາສາມາດ ສະຫລາດສ່ອງໃສ ໃນພາລະກິດປະຕິວັດ ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.
ວັນທີ 3 ພຶດສະພາ ເປັນວັນໜຶ່ງທີ່ສໍາຄັນທີ່ສຸດ ແລະ ມີຄວາມໝາຍໃນປະຫວັດສາດຂອງຊາດ, ຂອງກຳລັງປະກອບອາວຸດ ປະຊາຊົນ ເພາະເປັນວັນແຫ່ງການກຳເນີດ ກໍຄືວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ບໍ່ວ່າເວລາໃດ ກໍເປັນກຳລັງທີ່ມີພາລະບົດບາດສຳຄັນທີ່ສຸດ ເຊິ່ງເຮັດໜ້າທີ່ເປັນເສນາທິກາໃຫ້ກະຊວງປ້ອງກັນຄວາມສະຫງົບ ໃນຂົງເຂດວຽກງານໂຄສະນາອົບຮົມ, ວຽກງານພັກ-ພະນັກງານ, ວຽກງານການເມືອງ ແນ່ໃສ່ເພື່ອຮັບປະກັນການປັບປຸງ ແລະ ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ມີລະບຽບແບບແຜນທີ່ທັນສະໄໝ.
ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3 ພຶດສະພາ 1965 ເປັນຕົ້ນມາ, ກໍາລັງການເມືອງປ້ອງກັນຄວາມສະຫງົບ ກໍໄດ້ຜະເຊີນໜ້າກັບສິ່ງທ້າທາຍ ທົດສອບນາໆປະການ, ທັງຢືນຢູ່ຕໍ່ໜ້າສະພາບການທີ່ຫຍຸ້ງຍາກຂ້ຽວຂາດ ແລະ ສັບສົນທີ່ສຸດໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຮ່ວມກັບອ້າຍນ້ອງກໍາລັງປະກອບອາວຸດທົ່ວທັງຊາດ ແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງໄດ້ພ້ອມກັນອົດທົນ, ສູ້ຊົນຜ່ານຜ່າ, ຄວາມເສຍສະຫລະຢ່າງບໍ່ມີຂອບເຂດ ບວກກັບໄດ້ຮັບການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ ແລະ ການສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນເຮົາ.
ຜ່ານການຝຶກຝົນທົດສອບໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກກັນດານນັ້ນ, ກຳລັງການເມືອງປ້ອງກັນຄວາມສະຫງົບ ໄດ້ຄຽງບ່າຄຽງໄຫລ່ກັບທຸກເຫລົ່າຮົບວິຊາສະເພາະ ຍາດໄດ້ໄຊຊະນະອັນໃຫຍ່ຫລວງນີ້ ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ຫລວງກ່ວາເກົ່າ ແລະ ໄດ້ສ້າງວິລະກຳອັນລ້ຳເລີດ ຈາລຶກໄວ້ໃນປຶ້ມຄໍາປະຫວັດສາດຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບພວກເຮົາ ເຊິ່ງໄດ້ກຳນົດເອົາວັນທີ 3 ພຶດສະພາ 1965 ເປັນວັນສ້າງຕັ້ງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ໄດ້ຮັບຮອງຈາກກະຊວງປ້ອງກັນຄວາມສະຫງົບ ຕາມຂໍ້ຕົກລົງສະບັບເລກທີ 1111/ປກສ, ລົງວັນທີ 3 ກໍລະກົດ 2018.
ພາລະບົດບາດໜ້າທີ່ ແລະ ຜົນງານ ຂອງກໍາລັງການເມືອງປ້ອງກັນຄວາມສະຫງົບ ເວລາໃດກໍຕິດພັນກັບການນຳພາ-ຊີ້ນຳ ໂດຍກົງ, ເດັດຂາດ, ຮອບດ້ານ ຂອງພັກປະຊາຊົນ ປະຕິວັດລາວ ກໍຄືອົງ ຄະນະພັກກະຊວງ ໃນແຕ່ລະໄລຍະຂອງການປະຕິວັດ ໃນການຕໍ່ສູ້ປົດປ່ອຍຊາດ ກໍາລັງການເມືອງປ້ອງກັນຄວາມສະຫງົບ ໄດ້ຮັບບົດບາດໜ້າທີ່ສໍາຄັນ ໃນການເປັນເສນາທິການດ້ານການເມືອງ ຢ່າງໜັກແໜ້ນຕໍ່ການນຳພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ ແລະ ເດັດດ່ຽວເດັດຂາດ ປະຕິບັດໜ້າທີ່ມີຜົນສຳເລັດ ດ້ວຍຄວາມເອກອ້າງນົງໃຈ, ສັດຊື່ບໍລິສຸດຕໍ່ຊາດ, ຕໍ່ປະຊາຊົນຢ່າງສຸດໃຈ.
ຕະຫລອດ 58 ປີ ຜ່ານມາ, ໂດຍປະຕິບັດຕາມທິດຊີ້ນຳຂອງພັກທີ່ວ່າ: ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ມີແບບແຜນ ແລະ ຫັນໄປສູ່ທັນສະໄໝເທື່ອລະກ້າວນັ້ນ ຄືການກໍ່ສ້າງກຳລັງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊຳນິຊຳນານທາງດ້ານວິຊາສະເພາະ ແລະ ມີຄວາມເຂັ້ມງວດທາງດ້ານລະບຽບວິໄນ. ປະຕິບັດຕາມພາລະບົດບາດ, ການມອບໝາຍຂອງການຈັດຕັ້ງຂັ້ນເທິງ ກໍຄືໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ໂດຍສະເພາະແມ່ນວຽກງານພັກ-ພະນັກງານ ແລະ ວຽກງານການເມືອງໃນກຳລັງປ້ອງກັນຄວາມສະຫງົບ. ຕະຫລອດໄລຍະທີ່ຜ່ານມາ, ຄະນະນຳກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃນແຕ່ລະຮຸ່ນ ກໍຄືກຳລັງກົມໃຫຍ່ການເມືອງທຸກຖ້ວນໜ້າ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ຢືນຄຽງບ່າຄຽງໄຫລ່ ກັບບັນດາກົມກອງເຫລົ່າຮົບວິຊາສະເພາະອື່ນ ເຄື່ອນໄຫວເຮັດໜ້າທີ່ຂອງຕົນດ້ວຍມານະຈິດປະຕິວັດ ອົດທົນຜ່ານຜ່າທຸກຂໍ້ ຫຍຸ້ງຍາກ, ສິ່ງທ້າທາຍທົດສອບນາໆປະການ, ມີນໍ້າໃຈເສຍສະຫລະເພື່ອພັກ, ເພື່ອປະເທດຊາດ ແລະ ປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ.
ພາບ-ຂ່າວ ໜັງສືພິມ ປກສ
KPL