ຄະນະ​ຜູ້​ແທນ​ ​ຄະນະ​ພົວພັນຕ່າງປະ​ເທດ ​ສູນ​ກາງ​ພັກ ​ຢ້ຽມ​ຂ່ຳ​ນັບການນຳຂັ້ນສູງ ຫວຽດນາມ

22/04/2023 13:53
Email Print 1811
ຂປລ ຂປລ. ວັນທີ 20 ເມສາ 2023 ທີ່ສໍານັກງານປະທານປະເທດ ຫວຽດນາມ, ​ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນຳ​ໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການ​ສູນ​ກາງ​ພັກ

 

ຂປລ. ວັນທີ 20 ເມສາ 2023 ທີ່ສໍານັກງານປະທານປະເທດ ຫວຽດນາມ, ​ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ນຳ​ໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​​ປະຊາຊົນ ປະຕິວັດລາວ​  ໃນໂອກາດທີ່ເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມງານພົບປະມິດຕະພາບຄັ້ງທິີ X ລະຫວ່າງ ສອງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ລາວ-ຫວຽດນາມ ແລະ ແຂວງເທືອທຽນເຫວ ສສ ຫວຽດນາມ.

          ໂອ​ກາດນີ້, ສະຫາຍ ຫວໍ ວັນ ເຖືອງ ໄດ້​ສະ​ແດງ​ຄວາມ​​ຍິນ​ດີ​ຕ້ອນ​ຮັບ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມ​ດ້ວຍ​ຄະ​ນະທີ່​ໄດ້​ເດີນ​ທາງ​​ຢ້ຽມ​ຢາມ ສສ ຫວຽດນາມ ແລະ ເຮັດ​ວຽກ​ກັບຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມມູນິດຫວຽດນາມ ເປັນຄັ້ງທໍາອິດ ພາຍຫລັງໄດ້ຮັບໜ້າທີ່ໃໝ່ ໃນບັນຍາກາດທີ່ສອງພັກ ກໍາລັງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ. ສະຫາຍປະທານປະເທດຫວຽດນາມ ໄດ້ສະ​ແດງ​ຄວາມດີໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດ ໃນໂອກາດຢ້ຽມຢາມລາວຢ່າງເປັນທາງການ ໃນຕົ້ນເດືອນເມສານີ້ ແລະ ຝາກຄວາມຂອບໃຈຕໍ່ການຕ້ອນຮັບຂອງການນໍາລາວ ຢ່າງອົບອຸ່ນ ຖານມິດສະຫາຍ ແລະ ສົມກຽດ; ສະແດງຄວາມຊົມເຊີຍ​ຕໍ່​ຜົນ​ສຳ​ເລັດ​ທີ່​ ສປປ ລາວ ຍາດ​ມາ​ໄດ້​ໃນ​ການປົກປັກຮັກສາ​ ແລະ ສ້າງ​ສາພັດ​ທະ​ນາ​ປະ​ເທດ, ສືບຕໍ່ຍາດໄດ້ບັນດາຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສະຫາຍປະທານປະເທດ ຍັງໄດ້ມີຄໍາເຫັນເປັນທິດນໍາໃຫ້ແກ່ ສອງຄະນະພົວພັນຕ່າງ ປະເທດສູນກາງພັກ ລາວ ແລະ ຫວຽດນາມ ສືບຕໍ່ເພີ່ມທະວີການປະສານສົມທົບ ແລະ ຮ່ວມມືເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ ສອງພັກ, ສອງລັດຖະບານ ໄດ້ຕົກລົງກັນໃຫ້ໄດ້ຮັບຜົນສໍາເລັດ, ພ້ອມທັງຢືນຢັນວ່າ ​ສສ ຫວຽດນາມ ຈະ​ສືບ​ຕໍ່ຮ່ວມກັບ ສປປ ລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນ​ຍິ່ງ​ໃຫ​ຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ​ໃຫ້​ເກີດດອກ​ອອກ​ຜົນ ​ແລະ ຍືນ​ຍົງ​ຕະຫລອດໄປ.

ສະຫາຍ ທອງສະຫວັນ ພົມວິຫານ ກໍ​ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາ​ຄະນະມາຢ້ຽມຢາມ ແລະ ເຮັດ​ວຽກ ຢູ່ ສສ ຫວຽດນາມ ​ແລະ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ຫວໍ ວັນ ເຖືອງ ປະທານປະເທດແຫ່ງ ສສ ຫວຽດນາມ ທີ່ໄດ້​ໃຫ້​ການຕ້ອນຮັບ​ອັນ​ອົບ​ອຸ່ນ​, ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການແຕ່ງຕັ້ງເປັນປະທານປະເທດແຫ່ງ ສສ ຫວຽດນາມ ແລະ ໄດ້ລາຍງານວ່າ ຝ່າຍລາວ ຕີລາຄາສູງຕໍ່ຜົນສໍາເລັດໃນການຢ້ຽມຢາມລາວຂອງສະຫາຍ ໃນຕົ້ນເດືອນເມສາ ຜ່ານມາ ເຊິ່ງເປັນປະເທດທຳອິດ ພາຍຫລັງຮັບຕໍາແໜ່ງເປັນປະທານປະເທດ; ຂໍນຳເອົາຄໍາຢື້ຢາມຖາມຂ່າວຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ມາ​ຍັງ ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດແຫ່ງ ສສ ຫວຽດນາມ. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ລາຍງານໂດຍສັງເຂບກ່ຽວ​ກັບຈຸດປະສົງການມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້,  ເປັນການສືບຕໍ່ປະຕິບັດ ກົນໄກການຮ່ວມມື-ແລກປ່ຽນການຢ້ຽມຢາມ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ແລະ ທັງເປັນກິດຈະກໍາ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຜ່ານມາ. ສະຫາຍ ໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ພ້ອມກັບ ປະຊາຊົນຫວຽດນາມ ອ້າຍນ້ອງ ຈະ​ສືບ​ຕໍ່ປົກປັກຮັກສາ ແລະ ເສີມ​ຂະ​ຫຍາຍສາຍພົວພັນມິດຕະພາບອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ຕອນແລງຂອງວັນດຽວກັນ, ສະຫາຍ ນາງ ເຈືອງ ຖິ ມາຍ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງຄະນະເຊັ່ນກັນ. ສະຫາຍ ນາງ ເຈືອງຖິມາຍ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຢູ່ ສສ ຫວຽດນາມ ໃນຄັ້ງນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດຫວຽດນາມ-ລາວ; ຕີລາສູງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ກໍຄືສອງ ຄະນະພົວພັນຕ່າງປະເທດສູນກາງພັກ ຂອງສອງພັກ ໃນໄລຍະທີ່ຜ່ານມາ; ຕີລາຄາສູງທີ່ສອງຝ່າຍໄດ້ພ້ອມກັນຈັດຕັ້ງການສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປະຈຳປີ 2022 ທີ່ຜ່ານມາດ້ວຍຜົນສໍາເລັດຢ່າງຈົບງາມ;  ຕີລາຄາສູງທີ່ສອງຝ່າຍໄດ້ປະສານສົມທົບກັນໃນການຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງຮ່ວມມືຂອງການນຳຂັ້ນສູງຂອງສອງພັກ, ສອງລັດໃນໄລຍະທີ່ຜ່ານມາ; ຝາກຄວາມຢ້ຽມຢາມຖາມຂ່າວເຖິງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ; ສະແດງຄວາມອວຍພອນໃຫ້ແກ່ຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ນາງ ເຈືອງຖິມາຍ  ທີ່ໄດ້​ໃຫ້​ການຕ້ອນຮັບ​ອັນ​ອົບ​ອຸ່ນ​ແກ່ຄະນະ, ພ້ອມ​ທັງສະແດງຄວາມຊົມເຊີຍຕໍ່ ສະຫາຍ ນາງ ເຈືອງຖິມາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ ແລະ ເຊື່ອໝັ້ນວ່າດ້ວຍບົດຮຽນອັນດົມສົມບູນ ແລະ ດ້ວຍມູນເຊື້ອແຫ່ງຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ການພົວພັນຮ່ວມມືຢ່າງໃກ້ຊິດຂອງສະຫາຍທີ່ມີຕໍ່ ສປປ ລາວ, ສະຫາຍ ນາງ ເຈືອງຖິມາຍ ຈະສືບຕໍ່ຊີ້ນໍາ, ຊຸກຍູ້ໃນການເສີມຂະຫຍາຍສາຍພົວພັນມິດຕະພາບພິເສດ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການຂະ ຫຍາຍຕົວຍິ່ງໆຂຶ້ນ; ຂໍນຳເອົາຄໍາຢື້ຢາມຖາມຂ່າວຈາກ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວມາ​ຍັງ ສະຫາຍ ເຈືອງຖິມາຍ; ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ລາຍງານໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນພາຍໃນປະເທດຂອງລາວ; ຕີລາຄາສູງຕໍ່ກັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຜ່ານມາ; ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າແກ່ ພັກ, ລັດ ແລະ ປະຊາຊົນລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄື ສະໄໝປົກປັກຮັກສາປະເທດຊາດໃນປັດຈຸບັນ; ສະແດງຄວາມຢືນຢັນຈະຮ່ວມກັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ-ພາບ: ຄຕພ

 

 

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່ການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດລຸກຊຳບວກ ປະຈຳລາວ ຄົນໃໝ່

      10/28/2026 9:57:44 AM

      ເມື່ອບໍ່ດົນມານີ້, ທ່ີກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂ້ົາຢ້ຽມຂ່ໍານັບຂອງທ່ານ ແຊມ ສະລາຍເນີ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລາຊະອານາຈັກລຸກຊຳບວກ ປະຈຳ ສປປ ລາວ, ມີສຳນັກງານການທູດຕັ້ງຢູ່ນະຄອນຫລວງບາງກອກ ລາຊະອານາຈັກໄທ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວການເມືອງ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດບຣາຊິນ ປະຈຳລາວ

      10/27/2026 9:38:51 AM

      ເມື່ອບໍ່ດົນມານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ອານເດຣດ ໂອເດັນເບຣອິດສ ກຣາບາໂຢ (H.E. Mr. Andre Odenbreit Carvalho) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ຊຶ່ງມີສໍານັກງານການທູດຕັ້ງຢູ່ນະຄອນຫລວງ ບາງກອກ ລາຊະອານາຈັກໄທ.

    • ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31ການເມືອງ

      ສປປ ລາວ ກະກຽມຄວາມພ້ອມກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

      10/26/2026 11:34:52 AM

      ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍມີ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ການເມືອງ

      ມອບ-ຮັບໜ້າທີ່ຄະນະບໍລິຫານງານສະມາຄົມລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່

      10/26/2026 11:29:08 AM

      ໃນວັນທີ 22 ຕຸລາ 2026, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດເກົ່າ ແລະ ຊຸດໃໝ່ ໂດຍການເປັນປະທານຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດການເມືອງ

      ລາວ-ກຳປູເຈຍ ຊຸກຍູ້ການຮ່ວມມືອຳນວຍຄວາມສະດວກແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວສອງປະເທດ

      10/26/2026 11:24:21 AM

      ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາວ່າດ້ວຍການອຳນວຍຄວາມສະດວກດ້ານການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ແຂວງຊຽງແຕງ ລາຊະອານາຈັກກຳປູເຈຍ.

ads
ads

Top