ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ລາວ-ກູບາ ພົບປະທາງໄກ

11/04/2023 16:01
Email Print 1618
ຂປລ ຂປລ. ໃນວັນທີ 11 ເມສາ 2023 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ, ຫົວໜ້າຄະນະພົວພັນຕ່າງປະເທດ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ.

 

         ຂປລ. ໃນວັນທີ 11 ເມສາ 2023 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ, ຫົວໜ້າຄະນະພົວພັນຕ່າງປະເທດ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ.               ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບ​ປະ​ຜ່ານວິ​ດີໂອທາງໄກ​ ກັບ ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ​ ແລະ ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດກູບາ ຄົນໃໝ່, ພ້ອມທັງ ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປປ ລາວ;​ ຊົມ​ເຊີຍ ແລະ ຕີລາຄາສູງ​ຕໍ່​​ຜົນສຳ​ເລັດ​ອັນໃຫຍ່ຫລວງທີ່ປະຊາຊົນກູ​ບາອ້າຍນ້ອງ ​ພາຍໃຕ້ການນໍາພາ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ ຂອງພັກກອມມູນິດກູບາ ຍາດມາໄດ້ຕະຫລອດໄລຍະ 60 ກວ່າປີຜ່ານມາ ໂດຍສະເພາະແມ່ນຜົນ​ສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​​ແລະ ປົກ​ປັກ​ຮັກສາໝາກຜົນ​​ຂອງການ​ປະຕິວັດ ໃນທ່າມກາງການຖືກປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ເປັນເວລາຫົກທົດສະວັດ; ຕີ​ລາຄາ​ສູງ​ຕໍ່ຄວາມ​ສາ​ມັກ​ຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມມາແຕ່ດົນນານ ລະ​ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດລາວ-ກູ​ບາ ກໍຄື ສອງຄະນະພົວພັນຕ່າງປະເທດສູນກາງພັກ ຊຶ່ງໄດ້ຮັບການເສີມຂະຫຍາຍ​ໃຫ້ນັບ​ມື້​ນັບ ​ແໜ້ນ​ແຟ້ນຍິ່ງໆຂຶ້ນ, ປະກອບສ່ວນສຳ​ຄັນເຂົ້າໃນພາລະກິດປະ​ຕິ​ວັດ ​ຢູ່​ສອງ​ປະ​ເທດລາວ ແລ​ະ ກູ​ບາ ກໍ​ຄື​ ພາ​ລະ​ກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.

ສະຫາຍ ອີລິມີໂອ ລັດມີຣ ໂລສາດາ ກາຣເຊຍ​ ໄດ້ແຈ້ງໃຫ້ຊາບສະພາບ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ VIII ຂອງພັກກອມ​ມູ​ນິດ​ກູ​ບາ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ ແລະ ຕີ​ລາຄາ​ສູງ​ຕໍ່ບັນດາຜົນສຳ​ເລັດ​ຂອງ ສປປ ລາວ ທີ່​ຍາດ​ມາ​ໄດ້ ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທ​ດຊາດ ພາຍ​ໃຕ້​ການ​ນຳພາ​ອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກ ປປ ລາວ, ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ບົ​ດ ບາດ ແລະ ​​ອິດ​ທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ​ ນັບ​ມື້​ສູງ​ເ​​ດັ່ນຂຶ້ນ​ໃນ​ເວ​ທີພາກ​ພື້ນ ແລະ ​ສາກົ​ນ. ພ້ອມ​ທັງສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວອ້າຍ​ນ້ອງທີ່​ໃຫ້ການຊ່ວຍ​ເຫລືອ​ ແລະ ​ສະໜັບສະໜູນ​ການ​ປະຕິວັດ​ກູ​ບາ ຕະຫລອດ​ໄລຍະ​ຜ່ານ​ມາ.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ ພ້ອມທັງໄດ້ແລກປ່ຽນ​ທັດ​ສະ​ນະ ​ກ່ຽວ​ກັບ​ບັນຫາພາກ​ພື້ນ ​ແລະ ​ສາກົນ ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ພາບ: ຂັນໄຊ

 

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top