ຂປລ
ຂປລ. ໃນລະຫວ່າງວັນທີ 20-25 ມີນາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາ 3 ແຂວງພາກກາງຂອງ ສສ ຫວຽດນາມ ຄື: ແຂວງຢາລາຍ

ຂປລ. ໃນລະຫວ່າງວັນທີ 20-25 ມີນາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາ 3 ແຂວງພາກກາງຂອງ ສສ ຫວຽດນາມ ຄື: ແຂວງຢາລາຍ, ດັກລັກ ແລະ ແຄັງຮວາ. ສະເພາະວັນທີ 20-21 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ເຈືອງ ຫ້າຍ ລັອງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຢາລາຍ (ເຈົ້າແຂວງ) ແລະ ໄດ້ລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງແຈ້ງໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ ລວມເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ແຂວງຢາລາຍ ແລະ ບັນດາແຂວງພາກໃຕ້ຂອງລາວ ໂດຍສະເພາະ ແຂວງຢາລາຍ ກັບແຂວງຈໍາປາສັກ ທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາແລ້ວ 2 ຄັ້ງ ໄລຍະ 2016-2022 ແລະ 2021-2025, ໃນອະນາຄົດຕໍ່ໜ້າແຂວງຢາລາຍ ຈະມີການພັດທະນາການພົວພັນກັບບັນດາແຂວງຂອງລາວ ຕື່ມອີກ.
ໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ບັນດາໝາກຜົນທີ່ແຂວງຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດກາປົກຄອງ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນ ເຮັດໃຫ້ແຂວງມີໂສມໜ້າໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າແຂວງຢາລາຍ ໃນນາມເປັນແຂວງທີ່ນອນຢູ່ໃນໂຄງການສາມຫລຽນພັດທະນາລາວ-ຫວຽດນາມ-ກຳປູເຈຍ ຈະສືບຕໍ່ເປັນກຳລັງແຮງເພື່ອສ້າງເຂດສາມຫລຽມພັດທະນາ ກາຍເປັນຕົວຢ່າງການພົວພັນຮ່ວມມືລະຫວ່າງສາມປະເທດ. ນອກຈາກນີ້, ສະຫາຍເອກອັກຄະລັດຖະທູດພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຊົມສະຖານທີ່ການຜະລິດທາງດ້ານກະສິກໍາຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກສຶກສາລາວ ທີ່ມະຫາວິທະຍາໄລກະສິກໍາ ແລະ ປ່າໄມ້ນະຄອນໂຮ່ຈີມິນ ສາຂາແຂວງຢາລາຍ, ພ້ອມທັງໄດ້ໂອ້ລົມແນະນໍາໃຫ້ນັກສຶກສາລາວ ເພີ່ມທະວີຄວາມເອົາໃຈໃສ່ໃນການຝຶກຝົນຫລໍ່ຫລອມຕົນເອງ, ຕັ້ງໃຈຮໍ່າຮຽນ ເພື່ອຍາດເອົາຄວາມຮູ້ຄວາມສາມາດກັບຄືນປະເທດ.
ຈາກນັ້ນ, ໃນວັນທີ 22-23 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ເດີນທາງໄປພົບປະ ແລະ ເຮັດວຽກ ກັບ ສະຫາຍ ນາງ ເຮີ ຢິມ ເຄິ ດໍ ຮອງປະທານຄະນະກໍາມະການປະຊາຊົນ ແຂວງດັກລັກ (ຮອງເຈົ້າແຂວງ) ໂດຍສະຫາຍ ນາງ ເຮີ ຢິມ ເຄິ ດໍ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງທ້ອງຖິ່ນ ຂອງຫວຽດນາມ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າໃນຖານະອັນສູງສົ່ງຂອງສະຫາຍຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງບັນດາແຂວງທ້ອງຖິ່ນຂອງຫວຽດນາມ ກັບ ບັນດາແຂວງທ້ອງຖິ່ນ ຂອງລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຢືນຢັນວ່າ ແຂວງດັກລັກ ຈະຊຸກຍູ້ໃຫ້ບັນດານັກລົງທຶນ ເຂົ້າໄປລົງທຶນຢູ່ບັນດາແຂວງພາກໃຕ້ຂອງລາວ ພ້ອມທັງສ້າງເງື່ອນໄຂ ເພື່ອຊອກຫາກາລະໂອກາດໃນການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນຂົງເຂດເສດຖະກິດ ແລະ ການສຶກສາ ເພື່ອຮັດແໜ້ນຄວາມສາມັກຄີ, ການພົວພັນມິດຕະພາບ ແລະ ພັດທະນາການຮ່ວມມືເຊິ່ງກັນ ແລະກັນ. ນອກຈາກນີ້, ຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍຫຍໍ້, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງລາວ ກໍຄື ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນທຸກຂະແໜງການ. ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ ຕີລາຄາສູງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ແລະ ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ໝາກຜົນການພົວພັນຮ່ວມມືລະຫວ່າງແຂວງດັກລັກ ແລະ 4 ແຂວງພາກໃຕ້ຂອງລາວ, ແລະ ໃນຕໍ່ໜ້າຫວັງວ່າແຂວງດັກລັກ ຈະສືບຕໍ່ກັບບັນດາແຂວງຂອງລາວ ໃນການເພີ່ມທະວີການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ຫລາຍຂຶ້ນ ເພື່ອຈະເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມມູນຄ່າການຄ້າສອງປະເທດ. ພ້ອມນັ້ນ, ສະຫາຍເອກອັກຄະລັດຖະທູດພ້ອມ ຄະນະຍັງໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນໂລກແຫ່ງກາເຟຂອງ ບໍລິສັດຫຸ້ນສ່ວນຈຸງຫງວຽນ, ຢ້ຽມຢາມເຂດການຜະລິດກະສິກໍາທີ່ພົ້ນເດັ່ນຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກສຶກສາລາວ ທີ່ມະຫາວິທະຍາໄລເຕີຍຫງວຽນ.
ໃນວັນທີ 24-25 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ເດີນທາງໄປພົບປະ ແລະ ເຮັດວຽກ ກັບ ສະຫາຍ ດິງ ວັນ ທ້ຽວ ຮອງປະທານຄະນະກໍາມະການປະຊາຊົນ ແຂວງ ແຄັງຮວ່າ ແລະ ໄດ້ຮັບຟັງລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງແຈ້ງໂດຍຫຍໍ້ກ່ຽວກັບສະພາບເສດຖະກິດ-ສັງຄົມ ແລະ ໄດ້ຕີລາຄາໂດຍລວມກ່ຽວກັບ ບັນດາຈຸດພິເສດ, ທ່າແຮງ ໂດຍສະເພາະທາງດ້ານການທ່ອງທ່ຽວ; ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ແຂວງ ແຄັງຮວາ ແລະ ບັນດາແຂວງພາກໃຕ້ຂອງລາວ ນັບມື້ນັບໄດ້ຮັບການເປີດກວ້າງໃນຫລາຍຂົງເຂດ, ມີການພົບປະແລກປ່ຽນເປັນປະຈໍາດ້ວຍຮູບການທີ່ເໝາະສົມ ແລະ ລາຍງານກ່ຽວກັບບັນຫາສຳຄັນອື່ນໆ. ນອກຈາກນີ້, ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກສຶກສາລາວ ທີ່ມະຫາວິທະຍາໄລແຄັງຮວາ.
ໂອກາດການຢ້ຽມຢາມ ສາມແຂວງພາກກາງຄັ້ງນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ແຈ້ງໃຫ້ບັນດາແຂວງໄດ້ຮັບຊາບກ່ຽວກັບສະພາບການທີ່ພົ້ນເດັ່ນໂດຍຫຍໍ້ຂອງ ສປປ ລາວ ໃນຊຸມປີທີ່ຜ່ານມາ. ພິເສດໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາສະຖາບັນການສຶກສາຢູ່ 3 ແຂວງດັ່ງກ່າວ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ນຳເອົາເນື້ອໃນຈິດໃຈ, ຄວາມເປັນຫວ່ງເປັນໃຍຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ທີ່ຍາມໃດກໍເນັ້ນໜັກບັນຫາຄຸນນະພາບການສຶກສາຂອງນັກສຶກສາລາວ ຢູ່ ສສ ຫວຽດນາມ, ສະຫາຍໄດ້ຮຽກຮ້ອງໃຫ້ຄູ-ອາຈານ ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ກໍ່ສ້າງນັກສຶກສາລາວ ຄືກັບການກໍ່ສ້າງນັກສຶກສາຫວຽດນາມທົ່ວໄປ ໂດຍສະເພາະເນັ້ນບໍ່ໃຫ້ມີຄະແນນນະໂຍບາຍ ເພາະຈະເຮັດໃຫ້ຊື່ສຽງຂອງໂຮງຮຽນຖືກຜົນກະທົບ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.
KPL