ຝຣັ່ງ ເລັ່ງປະຕິຮູບລະບົບບຳນານ ພາຍໃນປະເທດ

23/03/2023 16:13
Email Print 466
ຂປລ ທ່ານ ​ເອັມ ມາ​ນູ​ເອລ ມາຄຣົງ (Emmanuel Macron),ປະ​ທາ​ນາ ​ທິ​ບໍ​ດີ ຝຣັ່ງ ໄດ້​ໃຫ້​ຄໍາ​ເຫັນ​ ກ່ຽວ​ກັບ ​ກົດ​ຫມາຍ​ ການ​ປະ​ຕິ​ຮູບ ລະບົບ ​ບໍາ​ນານ​ ສະບັບໃໝ່ ​ຂອງ​ຝຣັ່ງ ດ້ວຍ​ການ ເພີ່ມອາຍຸ ບໍານານ ຈາກ 62 ປີ ມາເປັນ 64 ປີ

ຂປລ.ຕາມ​ຂ່າວ​ຈາກ ຣອຍ​ເຕີ,ວັນ​ທີ23 ​ມີນາ​ນີ້, ທ່ານ ​ເອັມ ມາ​ນູ​ເອລ ມາຄຣົງ (Emmanuel Macron),ປະ​ທາ​ນາ ​ທິ​ບໍ​ດີ ຝຣັ່ງ ໄດ້​ໃຫ້​ຄໍາ​ເຫັນ​ ກ່ຽວ​ກັບ ​ກົດ​ຫມາຍ​ ການ​ປະ​ຕິ​ຮູບ ລະບົບ ​ບໍາ​ນານ​ ສະບັບໃໝ່ ​ຂອງ​ຝຣັ່ງ ດ້ວຍ​ການ ເພີ່ມອາຍຸ ບໍານານ ຈາກ 62 ປີ ມາເປັນ 64 ປີ ສົ່ງ​ຜົນ​ໃຫ້​ເກີດ​ ການ​ປະ​ທ້ວງ ​ທົ່ວ​ປະ​ເທດ ແລະ​ ສະ​ຖາ​ນະ​ການ​ ເພີ່ມທະວີ ​ຄວາມ​ຮຸນ​ແຮງ​ຂຶ້ນ​ ​ແຕ່​ຢ່າງ​ໃດ​ກໍ່ຕາມ ການ​ປະຕິ​ຮູບ ຍັງ​ເປັນ​ສິ່ງ ​ທີ່​ຈຳ​ເປັນ ​ແລະ ກົດໝາຍ ​ສະບັບ​ ດັ່ງກ່າວ ຈະ​ມີ​ຜົນ​ ບັງຄັບ​ໃຊ້ ​ພາຍ​ໃນ​ ທ້າຍ​ປີ​ນີ້ ​ເພື່ອ​ຮັກສາ​ ຄວາມ​ສົມ​ດຸນ ​ໃຫ້​ແກ່ ​ລະບົບ​ ແຮງ​ງານ​ ພາຍໃນ​ປະ​ເທດ. ນອກຈາກ​ນີ້ ຍັງ​ມີ​ແຜນ​ ປະຕິ​ຮູບ​ ກົດໝາຍ​ ຄົນ​ເຂົ້າ​ເມືອງ,ການ​ແກ້​ໄຂ ​ບັນຫາ​ ສິ່ງ​ແວດ​ລ້ອມ ​ແລະ ການ​ກໍ່ສ້າງ ​ໂຮງຮຽນ,​ໂຮງໝໍ ​ແລະ ສະຖານ​ນີ ຕຳຫລວດ ​ເພີ່ມ​ຂຶ້ນ ​ອີກຫລາຍ​ແຫ່ງ ​ໃນ​ຕໍ່ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top