ຂປລ
*ຫລາຍທ່ານອາດເຄີຍໄດ້ຍິນຄໍາວ່າ“ຊູຊິ" ແລະ ບາງທ່ານອາດບໍ່ຮູ້ເລີຍ , ມື້ນີ້ຜູ້ຂຽນຈະແນະນໍາສູ່ຟັງ“ຊູຊິ" ຫມາຍວ່າອາຫານຍີ່ປຸນເຮັດເປັນກ້ອນນ້ອຍໆ ສອດໄສ້ ດ້ວຍປູ,ປາ,ພືດ ແລະ ອື່ນໆ .

*ຫລາຍທ່ານອາດເຄີຍໄດ້ຍິນຄໍາວ່າ“ຊູຊິ" ແລະ ບາງທ່ານອາດບໍ່ຮູ້ເລີຍ , ມື້ນີ້ຜູ້ຂຽນຈະແນະນໍາສູ່ຟັງ“ຊູຊິ" ຫມາຍວ່າອາຫານຍີ່ປຸນເຮັດເປັນກ້ອນນ້ອຍໆ ສອດໄສ້ ດ້ວຍປູ,ປາ,ພືດ ແລະ ອື່ນໆ ພວມໄດ້ຮັບຄວາມສົນໃຈໃນບ້ານເຮົາກໍມັກກິນ ເມື່ອເວົ້າແບບນີ້ ຫລາຍຄົນອາດຍັງຄິດພາບບໍໍ່ອອກ ແຕ່ຖ້າເວົ້າໃຫ້ເຫັນພາບ ທີ່ບ້ານເຮົາມັກເອີ້ນກັນກໍຄື ເຂົ້າຄໍານ້ອຍໆຢອງໜ້າ ດ້ວຍອາຫານຕ່າງໆທີ່ສາມາດກິນໄດ້ທັນທີ່ ໂດຍທຸລະກິດບໍລິການແບບນີ້ ໃນບ້ານເຮົາແມ່ນໄດ້ຮັບຄວາມສົນໃຈ ຈາກຜູ້ບໍລິໂພກບໍ່ ພຽງ ແຕ່ໃນກຸ່ມເດັກນ້ອຍ, ໄວໜຸ່ມຍິງຊາຍ ຫລື ຜູ້ມີອາຍຸກໍ່ມັກກິນເຊັ່ນກັນຍ້ອນ ຄວາມສະດວກສະບາຍ ແລະ ລົດຊາດທີ່ແຊບຊ້ອຍ .
ທ່ານ ບຸນໄຊ ເຈົ້າຂອງຮ້ານເບັນຫລ້າຊູຊິໄດ້ໃຫ້ຮູ້ວ່າ: ຮ້ານຊູຊິແຫ່ງນີ້ ແມ່ນຜູ້ເປັນແມ່ຂອງຂ້າພະເຈົ້າ ເພິ່ນສອນໃຫ້ເຊິ່ງສູດໃນການຜະລິດຊູຊິ ແຕ່ລະໜ້າແມ່ນມາຈາກສູດດັ້ງເດີມ ຂອງຜູ້ເປັນແມ່ທີ່ອາໄສປະສົບການ ຮຽນຮູ້ດ້ວຍຕົນເອງໃນການຜະລິດຊູຊິ ທີ່ມີຄວາມແຊບບໍ່ຊໍ້າແບບໃຜ ເຊິ່ງແມ່ຂອງຂ້າພະເຈົ້າໄດ້ເປີດຮ້ານມາດົນແລ້ວ ແລະ ຂ້າພະເຈົ້າໄດ້ຕໍ່ຍອດທຸລະກິດດ້ານນີ້ ຈາກຜູ້ເປັນແມ່ມາແຕ່ເດືອນມິຖຸນາ 2022 ທີ່ຜ່ານມາ ໂດຍເບື້ອງຕົ້ນແມ່ນເປີດຂາຍຢູ່ແຄມຂອງ ແລະ ໄດ້ຍ້າຍມາຂາຍ ຢູ່ທີ່ຖະ ໜົນອາຫານ ແລະ ວັດທະນະທໍາແຫ່ງບຸນ ໃນຫວ່າງບໍ່ດົນມານີ້ ໂດຍເປັນທີ່ນິຍົມ ຂອງລູກຄ້າທັງເກົ່າ ,ໃໝ່ຈາກທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມແຊບທີ່ມີເອກະລັກ ແລະ ລາຄາກໍບໍແພງພຽງຄໍາລະ 4000 ກີບເທົ່ານັ້ນ ໂດຍ "ຊູຊິ" ທີ່ຜະ ລິດ ໂດຍຮ້ານເບັນຫລ້າ ແມ່ນຈະມີຄວາມໂດດເດັ່ນ ຢູ່ທີ່ການປຸງລົດຊາດເຂົ້າດ້ວຍນ້ຳປຸງ ທີ່ເປັນສູດສະເພາະທີ່ຄິດຄົ້ນໂດຍຂ້າພະເຈົ້າເອງ ກ່ອນທີ່ຈະນຳມາປັ້ນເປັນຊູຊິແຕ່ລະຄຳ ນຳໃຊ້ເຂົ້າໃນການຜະລິດຊູຊິ ປະເພດເຂົ້າແມ່ນຈະນຳໃຊ້ ເຂົ້າພາຍ ໃນຂອງ ລາວເຮົາ ເປັນວັດຖຸດິບຫລັກ, ສ່ວນເຄື່ອງປຸງ ແລະ ການປະດັບປະດາໜ້າຊູຊິຕ່າງໆ ແມ່ນຈະນຳເຂົ້າມາແຕ່ຍີ່ປຸ່ນ ອັນເປັນວັດຖຸດິບທີ່ມີຄຸນນະພາບ ທີ່ຂ້າພະເຈົ້າໄດ້ຄົ້ນຄວ້າ ແລະ ຄັດເລືອກດ້ວຍຕົວເອງ.

ປັດຈຸບັນຮ້ານເບັນຫລ້າຊູຊິມີຍອດຈຳໜ່າຍ 500-600 ຄໍາຕໍ່ມື້ ໃນນີ້ມີຊູຊິຫລາຍກວ່າ 16 ໜ້າໃຫ້ລູກຄ້າໄດ້ເລືອກ ເຊິ່ງແຕ່ລະໜ້າລ້ວນແລ້ວແຕ່ຂາຍດີ ດ້ວຍລົດຊາດທີ່ເປັນເອກະລັກ ສະເພາະແຊບບໍ່ຄືໃຜ ທີ່ປະທັບໃຈລູກຄ້າ ໂດຍລາຄາຂາຍເລີ່ມຕົ້ນ 4. 000 ຫາ 7.000 ກີບຕໍ່ 1 ຄໍາ.
ເອົາເປັນວ່າຖ້າຫາກວ່າທ່ານໃດສົນໃຈ ຊູຊິແຊບໆ ກໍສາມາດຕິດຕໍ່ຫາໄດ້ທີ່ : 020 99877446, Facebook : sushi Benla ; ຮ້ານເບັນຫລ້າຊູຊິ ເປີດບໍລິການທຸກມື້ໃນເວລາ 16:00ໂມງ - 23:00ໂມງ, ສະຖານທີ່ຕັ້ງຢູ່ຖະໜົນແຫ່ງບຸນ (ເຂດ ບ້ານຫາຍໂສກ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ) ເພາະທາງຮ້ານຮັບຈັດງານລ້ຽງ ເລີ່ມຕົ້ນ 1.000 ຄໍາຂຶ້ນໄປ ຈະມີສວນຫລຸດ 10 ເປີເຊັນ ສໍາລັບລູກຄ້າທຸກໆທ່ານ, ສຳລັບລູກຄ້າທີ່ສົນໃຈສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້.
ຂຽນ: ມາລີດາ
KPL