ຮອງນາຍົກລັດຖະມົນຕີ ຕ້ອນຮັບ ທູດມາເລເຊຍ ປະຈຳ ສປປ ລາວ

17/03/2023 15:55
Email Print 843
ຂປລ ຂປລ. ໃນວັນ​ທີ 16 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແອດີ ອີວານ ບິນ ມາມູດ (Edi Irwan Bin Mahmud)

 

  ຂປລ. ໃນວັນ​ທີ 16 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແອດີ ອີວານ ບິນ ມາມູດ (Edi Irwan Bin Mahmud), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ.
  
ໂອກາດດັ່ງກ່າວ
, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ທ່ານ ແອດີ ອີວານ ບິນ ມາມູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານທູດ ຈະເປັນຂົວຕໍ່ທີ່ດີໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ສືບຕໍ່ເພີ່ມທະວີ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
  ພ້ອມນີ້
, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ນັບແຕ່ໄດ້ມີການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 1 ກໍລະກົດ 1966 ເປັນຕົ້ນມາ, ເຊິ່ງປີນີ້ກໍ ຄົບຮອບ 57 ປີ. ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ເປັນຕົ້ນ ການຊ່ວຍເຫລືອເພື່ອການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ຜ່ານໂຄງການຮ່ວມມືທາງດ້ານເຕັກນິກຂອງມາເລເຊຍ (MTCP), ການຊ່ວຍເຫລືອວັກຊິນ ແລະ ອຸປະກອນການແພດຈໍານວນໜຶ່ງ ແລະ ການສະໜັບສະໜູນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2004 ແລະ 2016 ແລະ ຫວັງວ່າຈະສືບຕໍ່ໃຫ້ການສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ພ້ອມທັງສະເໜີຝ່າຍ ມາເລເຊຍ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນຂະແໜງກະສິກຳ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການທ່ອງທ່ຽວ, ລວມເຖິງການຊຸກຍູ້ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະ ຊາຊົນສອງຊາດ.
  ໃນໂອກາດດຽວກັນນີ້
, ທ່ານເອກອັກຄະລັດຖະທູດ ແອດີ ອີວານ ບິນ ມາມູດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ແລະ ຍັງໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ກວ້າງຂວາງກວ່າເກົ່າ ໃນຊຸມປີຕໍ່ໜ້າ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງການເມືອງ

      ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

      7/26/2024 6:33:55 PM

      ຂປລ. ໃນວັນທີ 26 ກໍລະກົດ 2024, ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະ ຄອນຫລວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

    • ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:21:46 PM

      ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

    • ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:15:15 PM

      ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      7/26/2024 6:04:01 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.

    • ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດການເມືອງ

      ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

      7/26/2024 6:02:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024

ads
ads

Top