ຄຕພ ສະຫລຸບ ວຽກງານຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2022

17/03/2023 15:22
Email Print 1038
ຂປລ ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະຫລຸບວຽກງານຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2022 ແລະ ວາງທິດທາງແຜນການ ໃນປີ 2023 ໃນວັນທີ 16 ມີນາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ

 

  ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ສະຫລຸບວຽກງານຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2022 ແລະ ວາງທິດທາງແຜນການ ໃນປີ 2023 ໃນວັນທີ 16 ມີນາ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີຄະນະພັກ, ຄະນະກົມ ແລະ ພະນັກງານ-ສະມາຊິກພັກ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
   ໃນກອງປະຊຸມ, ໄດ້ເຜີຍແຜ່ເນື້ອໃນຈິດໃຈຂອງກອງປະຊຸມວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ຄັ້ງທີ XI, ເນື້ອໃນກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ IV  ເພື່ອໃຫ້ພະນັກງານ-ລັດຖະກອນ ຂອງ ຄຕພ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໂດຍຖືເອົາວຽກງານກວດກາເປັນວຽກໜຶ່ງທີ່ສໍາຄັນໄປຄຽງຄູ່ກັບການນໍາພາ-ຊີ້ນໍາເຄື່ອນໄຫວວຽກງານຕາມພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ຄວາມຮັບ ຜິດຊອບ ແລະ ນໍາເອົາເນື້ອໃນຈິດໃຈຂອງ ສອງກອງປະຊຸມດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ບັນດາໜ່ວຍພັກ, ບັນດາກົມ ໃຫ້ໄດ້ຮັບຜົນສໍາເລັດ.
   ຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດສະຫລຸບວຽກງານຈັດຕັ້ງ ແລະ ວຽກງານກວດກາ ປະຈໍາປີ 2022 ແລະ ທິດທາງໃນປີ 2023 ຂອງ ຄຕພ ສະເໜີໂດຍ ສະຫາຍ ເກີລໍ່ ຢາງກໍ່, ກໍາມະການຄະນະພັກ, ຮອງປະທານກວດກາພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີ ທີ່ຈະໄດ້ເສີມຂະຫຍາຍ, ດ້ານອ່ອນຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ເຊິ່ງໃນປີຜ່ານມາ, ຄະນະພັກ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໂດຍໄດ້ຈັດຕັ້ງເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ ຂອງຂັ້ນເທິງວາງອອກ; ເອົາໃຈ ໃສ່ ນໍາພາ-ຊີ້ນໍາຕໍ່ການປັບປຸງການຈັດຕັ້ງ ໃຫ້ສອດຄ່ອງຕາມນິຕິກໍາ ທີ່ຂັ້ນເທິງວາງອອກ; ໄດ້ສໍາເລັດແຜນກໍານົດພະນັກ ງານນໍາພາຄຸ້ມຄອງ ຂັ້ນ ຄຕພ ຄຸ້ມຄອງ ແລະ ສູນກາງຄຸ້ມຄອງ; ເອົາໃຈໃສ່ຊີ້ນໍາຄະນະກວດກາ ແຕ່ລະຂັ້ນເຄື່ອນໄຫວ ຕິດຕາມ, ກວດກາການຈັດຕັ້ງປະຕິບັດພາລະບົດບາດຂອງ ຄະນະໜ່ວຍພັກ, ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ;  ຕິດຕາມການເຄື່ອນໄຫວ 3 ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ທີ່ຕິດພັນກັບວຽກງານວິຊາສະເພາະ ຂອງ ຄຕພ.
   ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເນັ້ນໜັກໃຫ້ ຄະນະພັກ
, ຄະນະນໍາ, ຄະນະກວດກາແຕ່ລະຂັ້ນ, ຄະນະກົມ ຂອງ ຄຕພ ຈົ່ງພ້ອມກັນເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງແນະນໍາ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ໃຫ້ເຂັ້ມງວດ; ເອົາໃຈໃສ່ວຽກກໍ່ສ້າງພັກ-ພະນັກງານ ທາງດ້ານການເມືອງ-ແນວຄິດເປັນກົກ, ສ້າງພະນັກງານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຈັນຍາບັນ, ຈັນຍາທໍາ ໃນການປະຕິບັດໜ້າທີ່ວຽກງານ; ໃຫ້ສືບຕໍ່ເອົາໃຈໃສ່ການຕິດຕາມ-ກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດການປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ຕິດພັນກັບວຽກງານວິຊາສະເພາະໃຫ້ແທດເຖິງຕົວຈິງ, ຕ້ານ ແລະ ແກ້ໄຂແບບແຜນອາດຍາສິດຫ່າງເຫີນຈາກຕົວຈິງ, ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ, ເຫັນໄດ້ດ້ານອ່ອນຄົງຄ້າງ ເພື່ອດັດແປງແກ້ໄຂໃຫ້ທັນເວລາ. 

ຂ່າວ: ຄຕພ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top