ປີຜ່ານມາ ການປະຕິບັດວຽກ ສາທາ ລະນະສຸກ ມີຜົນສຳເລັດຫລາຍດ້ານ

16/03/2023 16:31
Email Print 8583
ຂປລ ຂປລ. ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ວຽກງານ ປະຈຳປີ 2022 ແລະ ແຜນພັດທະນາ ສາທາລະນະສຸກ ປະຈໍາປີ 2023 ໃນວັນທີ 16 ມີນາ 2023 ທີ່ນະຄອນຫລວງວຽງຈັນ

ຂປລ. ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ວຽກງານ ປະຈຳປີ 2022 ແລະ ແຜນພັດທະນາ ສາທາລະນະສຸກ ປະຈໍາປີ 2023 ໃນວັນທີ 16 ມີນາ 2023 ທີ່ນະຄອນຫລວງວຽງຈັນ ເພື່ອສະຫລຸບຜົນໄດ້ຮັບ, ຕີລາຄາ ບັນດາວຽກງານ ອັນທີ່ຍັງຄົງຄ້າງ ແລະ ຊອກຫາວິທີການແກ້ໄຂ ຮ່ວມກັນ ໃນການຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ດີຂຶ້ນ ​ເຊິ່ງ​ໃນ 1 ປີຜ່ານມາ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຂອງ ຂະແໜງສາທາລະນະສຸກ  ເຫັນວ່າມີຜົນສຳເລັດຫລາຍດ້ານ.

ທ່ານ ດຣ ບຸນປະເສີດ ແກ້ວປະເສີດ ຫົວໜ້າກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ, ຂະແໜງສາທາລະນະສຸກ  ເຫັນວ່າມີຜົນສຳ ເລັດຫລາຍດ້ານ ເປັນຕົ້ນ ການຈັດຕັ້ງປະຕິບັດເປົ້າໝາຍ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ຮັບຮອງ, ການຈັດຕັ້ງປະຕິບັດ ວຽກງານສະເພາະຂອງ 8 ແຜນງານ ສາທາລະນະສຸກ, ບັນດາໂຄງການຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມຄືບໜ້າທີ່ດີ, ແຕ່ກໍຍັງມີຫລາຍບັນຫາ ສິ່ງທ້າທາຍ ເຮັດໃຫ້ການປະຕິບັດ ບາງກິດຈະກຳບໍ່ສາມາດບັນລຸໄດ້ ຕາມແຜນການທີ່ວາງໄວ້. ສຳລັບບັນດາຕົວຊີ້ວັດ ທີ່ສາມາດບັນລຸໄດ້ ປະກອບມີ: ອັດຕາການຕາຍຂອງເດັກລຸ່ມ 1 ປີ, ເຊິ່ງຄາດໝາຍວາງໄວ້ ໃນປີ 2022 ແມ່ນ 26/1.000 ເດັກເກີດມີຊີວິດ ປະຕິບັດໄດ້ 13/1.000 ຂອງເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກລຸ່ມ 5 ປີ, ຄາດໝາຍ 36/1.000 ເດັກເກີດມີຊີວິດ, ປະຕິບັດໄດ້ 14,80/1.000 ຂອງເດັກເກີດມີຊີວິດ; ອັດຕາສ່ວນຕາຍຂອງແມ່ ຄາດໝາຍ 140/100.000 ເດັກເກີດມີຊີວິດ, ປະຕິບັດໄດ້ 64,10/100.000 ຂອງເດັກເກີດມີຊີວິດ; ອັດຕາການຊົມໃຊ້ວິດຖ່າຍ ຄາດໝາຍ 82%, ປະຕິບັດ 83.2%; ອັດຕາການຊົມໃຊ້ນໍ້າສະອາດ ຄາດໝາຍ 92%, ປະຕິບັດ 92.1%; ອັດຕາການການປົກຄຸມ ການປະກັນສຸຂະພາບ ຄາດໝາຍ 94,5%, ປະຕິບັດໄດ້ 94,5%; ອັດຕາການຮັບຮອງ ບ້ານສາທາລະ ນະສຸກແບບຢ່າງ ຄາດໝາຍ 82%, ປະຕິບັດໄດ້ 86,87%.

ສ່ວນບັນດາຕົວຊີ້ວັດ ທີ່ບໍ່ສາມາດບັນລຸ ແມ່ນຄາດໝາຍທີ່ສູ້ຊົນ ເພື່ອເຮັດໃຫ້ຕົວເລກຫລຸດລົງ ໃຫ້ເຫລືອໜ້ອຍທີ່ສຸດໃນແຕ່ລະປີ ຈົນກວ່າຈະເປັນສູນຄື: ອັດຕາສ່ວນເດັກນ້ອຍ ອາຍຸລຸ່ມກວ່າ 5 ປີ ທີ່ມີນໍ້າໜັກຕໍ່າກວ່າ ມາດຕະຖານ ຄາດໝາຍປີ 2022 ແມ່ນ 18% ປະຕິບັດໄດ້ 19,5%; ອັດຕາສ່ວນເດັກລຸ່ມ 5 ປີ ທີ່ມີລວງສູງ ບໍ່ໄດ້ມາດຖານ ຄາດໝາຍ 30% ປະຕິບັດໄດ້ 31,7%; ການເກີດລູກມີແພດຊ່ວຍ ຄາດໝາຍປີ 2022 ວາງໄວ້ 82% ປະຕິບັດໄດ້ 80,58%; ອັດຕາການສັກຢາກັນພະຍາດ ຄາດໝາຍວາງໄວ້ 95% ປະຕິບັດໄດ້ 92,0% ຖືວ່າບໍ່ສາມາດບັນລຸຄາດໝາຍ.

​​ໃນ​ກອງ​ປະຊຸມ, ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ການນຳຂອງບັນດາກະຊວງ, ແຂວງ, ນະຄອນຫລວງວຽງຈັນ ພ້ອມກັນປຶກສາຫາລືສົນ ທະນາຄົ້ນຄວ້າ ແລກປ່ຽນບົດຮຽນຢ່າງຈິງຈັງ ໃນການກຳນົດທິດທາງ ແຜນການເຄື່ອນໄຫວ ວຽກງານສາທາລະນະສຸກ ໃນຕໍ່ໜ້າ ໃຫ້ຖືກຕ້ອງເໝາະສົມ ພ້ອມກັນບຸກທະລຸສິ່ງທີ່ກີດຂວາງອັດຕັນ ເພື່ອກ້າວໄປເຖິງການພັດທະນາ ວຽກງານສາທາລະນະສຸກ ໃຫ້ໄປສູ່ບາດກ້າວ ໃໝ່ທີ່ດີ ກວ່າເກົ່າ ແນໃສ່ຮັບປະກັນ ໃຫ້ປະຊາຊົນລາວ ທຸກຄົນໄດ້ເຂົ້າເຖິງ ການບໍລິການທີ່ດີຂຶ້ນກວ່າເກົ່າ ແລະ ຫວັງຢ່າງຍິ່ງວ່າ ຄົງຈະໄດ້ຮັບຄວາມຮ່ວມມື ຈາກທຸກພາກສ່ວນ ເພື່ອກ້າວໄປສູ່ຄວາມເປັນເອກະພາບ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານ ໃຫ້ບັນລຸຕາມຈຸດປະສົງ ຄາດໝາຍຂອງແຜນການ ທີ່ວາງໄວ້ທຸກປະການ ກໍຄື ເຮັດໃຫ້ວຽກງານ ສາທາລະນະສຸກ ພັດທະນາດີຂຶ້ນ ກວ່າທີ່ຜ່ານມາ.

ຂ່າວ: ມະນີທອນ
KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top