ກາເຟຕາດເຍືອງ ກ້າວສູ່ຕະຫລາດ ສປ ຈີນ ຢ່າງເປັນທາງການ

13/03/2023 16:20
Email Print 11657
ຂປລ ຂປລ. ວັນທີ 12 ມີນາ 2023 ນີ້, ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຮ່ວມກັບ ບໍລິສັດ ກວາງໂຈວຫົວຟູ ບໍລິການ ແລະ ລົງທຶນ ຈໍາກັດ ຈັດພິທີເປີດ ຮ້ານກາເຟຕາດເຍືອງ ຢ່າງເປັນທາງການຢູ່ມົນທົນກວາງໂຈວ ສປ ຈີນ

   

     ຂປລ. ວັນທີ  12 ມີນາ 2023 ນີ້, ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຮ່ວມກັບ ບໍລິສັດ ກວາງໂຈວຫົວຟູ ບໍລິການ ແລະ ລົງທຶນ ຈໍາກັດ ຈັດພິທີເປີດ ຮ້ານກາເຟຕາດເຍືອງ ຢ່າງເປັນທາງການຢູ່ມົນທົນກວາງໂຈວ ສປ ຈີນ ໂດຍມີ ທ່ານນາງ ວັນເພັງ ໄຊສົມພູ ກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳມົນທົນກວາງຕຸງ, ທ່ານ ລີ້ຕາວເຄີ ປະທານ ບໍລິສັດ ກວາງໂຈວຫົວຟູ ບໍລິການ ແລະ ລົງທຶນ ຈໍາກັດ, ທ່ານ ນາງ ສຸດທິດາ ອຸນາພົມ ຮອງຜູ້ອໍານວຍການ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ40 ເມືອງປາກຊ່ອງຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ຈາກຝ່າຍລາວ ແລະ ສປ ຈີນ ເຂົ້າຮ່ວມ.
          ໃນພິທີ
, ທ່ານ ລີ້ຕາວເຄີ ໄດ້ໃຫ້ຮູ້ວ່າ: ຢູ່ທາງພາກໃຕ້ຂອງ ສປປ ລາວ ມີນ້ຳຕົກຕາດທີ່ສວຍງາມໃນນັ້ນລວມເຖິງ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ, ມີຮ້ານກາເຟ ແລະ ຮ້ານອາຫານ ທີ່ເປັນເອກະ ລັກຂອງທ້ອງຖິ່ນ ແບບປະຊາຊົນມີສ່ວນຮ່ວມ ເພື່ອຮອງຮັບບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ແລະ ຈາກທົ່ວໂລກໃນແຕ່ລະປີ, ຍ້ອນການບໍລິການທີ່ໃສ່ໃຈ, ອາຫານທີ່ມີຄຸນນະພາບ ແລະ ໄດ້ຮັບຄໍາຍ້ອງຍໍຈາກລູກຄ້າທີ່ມາໃຊ້ບໍລິການ, ລວມທັງໄດ້ຮັບຫລາຍລາງວັນໃນລະດັບຊາດ ແລະ ລະດັບອາຊຽນ ໂດຍເຫັນໄດ້ເຖິງດັ່ງກ່າວ, ບໍລິສັດ ກວາງໂຈວຫົວຟູ ບໍລິການ ແລະ ລົງທຶນ ຈໍາກັດ ຈຶ່ງໄດ້ຮ່ວມກັບ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ40 ເມືອງປາກຊ່ອງຈໍາກັດ ນໍາເອົາຜະລິດຕະພັນກາເຟຕາດເຍືອງ ມາຈໍາໜ່າຍ ເຂົ້າສູ່ຕະຫລາດຂອງ ສປ ຈີນ.
          ທ່ານ ລີ້ຕາວເຄີ ຍັງໃຫ້ຮູ້ອີກວ່າ: ຮ້ານກາເຟຕາດເຍືອງ ເປັນການຮ່ວມລົງທຶນ ທີ່ສ້າງຕັ້ງຂຶ້ນບົນພື້ນຖານ ແນວທາງຮ່ວມຊະຕາກຳ ລາວ-ຈີນ ແລະ ເປັນໂຄງການຕົວແບບຂອງການຮ່ວມມືຊາວໜຸ່ມສາກົນຍຸກໃໝ່. ບໍລິສັດພວກເຮົາ ໄດ້ຮັບການສະໜັບສະໜູນຈາກ ສະຖານທູດ ແລະ ສະຖານກົງສູນລາວປະຈຳ ສປ ຈີນ
, ເຊິ່ງປັດຈຸບັນ ໄດ້ດຳເນີນທຸລະກິດທາງດ້ານອາຫານ, ການຄ້າ ແລະ ການທ່ອງ ທ່ຽວ. ນອກຈາກການເປີດຮ້ານຕາມສະຖານທີ່ຕ່າງໆແລ້ວ, ພວກເຮົາຍັງມີຜະລິດຕະພັນຮ້ານຄ້າອອນໄລນ ຈີງຕົງ  ເພື່ອໃຊ້ເວທີນີ້ໃນການສົ່ງເສີມຜະລິດຕະພັນລາວສູ່ຕະຫລາດຈີນ ແລະ ສົ່ງເສີມການທ່ອງ ທ່ຽວ ແລະ ວັດທະນະທໍາລາວ ໄປພ້ອມໆກັນ. ໃນປີນີ້, ຂ້າພະເຈົ້າຈະນໍາພາທີມງານຂະຫຍາຍຮ້ານໃນກວາງໂຈວໃຫ້ສຳເລັດ 10 ຮ້ານ ແລະ ໃນປີໜ້າຄາດຄະເນວ່າ ຈະຂະຫຍາຍຮ້ານໃຫ້ໄດ້ທົ່ວທຸກແຂວງໃນ ສປ ຈີນ, ຂ້າພະເຈົ້າຫວັງວ່າ ຊາວຈີນທຸກຄົນສາມາດດື່ມກາເຟລາວ ທີ່ມີຄຸນນະພາບທຽບເທົ່າກັບກາເຟສາກົນ ແລະ ໃນເວລາດຽວກັນກໍໄດ້ແລກປ່ຽນເອກະລັກ ທາງດ້ານວັດທະນະທຳການກິນຂອງລາວ ໄປພ້ອມໆກັນ.
  ໂອກາດນີ້
, ທ່ານ ນາງ ສຸດທິດາ ອຸນາພົມ ຮອງຜູ້ອໍານວຍການ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ40ເມືອງປາກຊ່ອງຈໍາກັດ ໄດ້ສະແດງ ຄວາມຂອບໃຈມາຍັງ ຄູ່ຮ່ວມລົງທຶນ ທີ່ສ້າງຕັ້ງຂຶ້ນບົນພື້ນຖານ ແນວທາງຮ່ວມຊະຕາກຳ ລາວ-ຈີນ ແລະ ເປັນໂຄງການຕົວແບບຂອງການຮ່ວມມືຊາວໜຸ່ມສາກົນຍຸກໃໝ່. ບໍລິສັດພວກເຮົາ ໄດ້ຮັບການສະໜັບສະໜູນຈາກ ສະຖານທູດ ແລະ ສະຖານກົງສູນລາວປະຈຳ ສປ ຈີນ ແລະ ບໍລິສັດ ກວາງໂຈວຫົວຟູ ບໍລິການ ແລະ ລົງທຶນ ຈໍາກັດ ທີ່ໄດ້ສະໜັບສະໜູນໃນການນໍາເອົາຜະລິດຕະພັນກາເຟ ຂອງ ສປປ ລາວ ເຂົ້າມາສູ່ຕະຫລາດໃນນະຄອນກວາງໂຈວ ເຊິ່ງເປັນບາດກ້າວທຳອິດ ທີ່ຈະເປີດສັງກາດໃໝ່ແຫ່ງການຂະ ຫຍາຍກິດຈະການຮ້ານກາເຟລາວ ຢູ່ ສປ ຈີນ.

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top