ກຽມພັດທະນາແຫລ່ງທ່ອງທ່ຽວພູຫຍ້າຄາ

13/03/2023 15:19
Email Print 2886
ຂປລ ປີຜ່ານມາ, ຜູ້ຂຽນໄດ້ນໍາສະເໜີແຫລ່ງທ່ອງທ່ຽວທີ່ໜ້າມະຫັດສະຈັນອີກແຫ່ງໜຶ່ງໃນພາກເໜືອຂອງ ສປປ ລາວ ເຊິ່ງສິ່ງທີ່ພົບເຫລົ່ານັ້ນ ແມ່ນຊາກຫີນເກົ່າແກ່ ຄ້າຍກັບເກັດເຕົ່າ, ຫົວງູໃຫຍ່, ຮູບປາໂລມາ ແລະ ອື່ນໆ.



ປີຜ່ານມາ, ຜູ້ຂຽນໄດ້ນໍາສະເໜີແຫລ່ງທ່ອງທ່ຽວທີ່ໜ້າມະຫັດສະຈັນອີກແຫ່ງໜຶ່ງໃນພາກເໜືອຂອງ ສປປ ລາວ ເຊິ່ງສິ່ງທີ່ພົບເຫລົ່ານັ້ນ ແມ່ນຊາກຫີນເກົ່າແກ່ ຄ້າຍກັບເກັດເຕົ່າ, ຫົວງູໃຫຍ່, ຮູບປາໂລມາ ແລະ ອື່ນໆ ພົ້ນຂຶ້ນຕາມໜ້າດິນເທິງສັນພູຫຍ້າຄາໃນແຂວງອຸດົມໄຊ, ແຕ່ຂ່າວຫລ້າສຸດ ອາທິດຜ່ານມານີ້ ພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການລົງທຶນພັດທະນາ ແຫລ່ງທ່ອງ ທ່ຽວຕິດພັນ ກັບການອະນຸລັກທໍາມະຊາດ ແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ຢູ່ເຂດພູຫຍ້າຄາ, ບ້ານຫລັກ 32, ເມືອງໄຊ, ແຂວງອຸດົມໄຊ ຊຶ່ງເຂົ້າຮ່ວມລົງພິທີ ເຊັນສັນຍາຄັ້ງນີ້ມີ ທ່ານ ນາງ ຈັນທະລາ ໄຊບຸນ ເຮືອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າພະແນກ ຖວທ ແຂວງ ແລະ ທ່ານ ນໍເນັງ ລິ ອຳນວຍການບໍລິສັດ ຍອດນ້ຳງາ ພັດທະນາ ຈໍາກັດຜູ້ດຽວ ໂດຍມີທ່ານ ສົມຈິດ ປັນຍາ ສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ແຂວງອຸດົມໄຊ ອະນຸຍາດໃຫ້ບໍລິສັດລົງທຶນພັດທະນາແຫລ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໃນເນື້ອທີ່ທັງໝົດ 1.967 ກວ່າເຮັກຕາ ໃນນັ້ນ, ເນື້ອທີ່ສຳປະທານ ເພື່ອພັດທະນາ ເປັນເຂດບໍລິການ ມີເນື້ອທີ່ 6 ເຮັກຕາກວ່າ ແລະ ເນື້ອທີ່ສະຫງວນໄວ້ ເປັນແຫລ່ງທ່ອງທ່ຽວ ແບບອະນຸລັກທໍາມະຊາດ 1.961 ເຮັກຕາ ໂດຍແມ່ນບໍລິສັດ ເປັນຜູ້ຮັບຜິດຊອບ ພຽງຜູ້ດຽວທາງດ້ານທຶນຮອນ 100% ໃນມູນຄ່າ2.286.000 ໂດລາ ເຊິ່ງມີອາຍຸສັນຍາ 50 ປີ ໂດຍມີກິດ 6 ກິດຈະກຳຫລັກຄື: ທ່ອງທ່ຽວປ່າທໍາມະຊາດ ເຊັ່ນ: ທ່ຽວຊົມນ້ຳຕົກຕາດ, ຍ່າງຊົມທໍາມະຊາດ ແລະ ຂີ່ສະລິງ, ທ່ອງທ່ຽວ ດ້ານວັດທະນະທໍາ ເຊັ່ນ: ຊົມສິລະປະວັນນະຄະດີ, ຊົມວິຖີດໍາລົງຊີວິດຂອງຊົນເຜົ່າ, ຊົມການຕໍ່າຫູກ, ຈັກສານ, ຊົມການປູກພືດຜັກ ແລະ ໝາກໄມ້, ມີບໍລິການສະຖານທີ່ພັກເຊົາ ເຊັ່ນ: ຮ້ານອາຫານ, ເຮືອນພັກ, ກາງເຕັ້ນ, ໂຮມສະເຕ, ບໍລິການ ອາຫານ, ເຄືອງດື່ມ ແລະ ຍັງມີບໍລິການດ້ານການບໍາບັດສຸຂະພາບ, ສະຖານທີ່ອອກກໍາລັງກາຍ ແລະ ນວດຜ່ອນຄາຍ.



ນັບວ່າເປັນຄວາມຫວັງ ຫລື ບ່ອນທ່ຽວໃໝ່ທີ່ຫາກນັກລົງທຶນໄດ້ທຸ້ມເທທຶນຮອນ ແລະ ງົບປະມານບໍ່ໜ້ອຍເຂົ້າ ໃນການລົງທຶນຄັ້ງນີ້ ເພື່ອພັດທະນາໃຫ້ມີຄວາມຫລາກຫລາຍ ໂດຍສະເພາະຢູ່ຈຸດຊົມທິວທັດ ພູຫຍ້າຄາ (ພູ ຫຍ້າຄາ ຄ້າຍບ່ອນຍົນລົງຂອງຝຣັ່ງສະໄໝສົງຄາມ) ປ່າຫີນ, ຈຸດຊົມວີວ, ຂົວຫີນ, ແລະ ຜາຫີນຄ້າຍຄື ພະ ຍາງູໃຫຍ່ ລາຍລະອຽດມີດັ່ງນີ້: ຈຸດທີ່ໜຶ່ງ ເປັນຈຸດຊົມທິວທັດ: ເລີ່ມຕົ້ນຈາກ ຫ້ອງການບ້ານຫລັກ 32 ກຸ່ມ ຫົວ ນ້ຳງາ ໄປທາງທິດຕາເວັນຕົກ ປະມານ 7 ກິໂລແມັດ ໂດຍຜ່ານສວນ ແລະ ນາ ຂອງປະຊາຊົນ ເປັນເສັ້ນທາງທະລຸ ເຊິ່ງສາມາດນຳໃຊ້ລົດຊິ້ງ, ລົດໄຖນາໄປໄດ້ ແຕ່ຂ້ອນຂ້າງລໍາບາກໜ້ອຍໜຶ່ງ ໃນການຍ່າງສຳຫລວດ ໃນຄັ້ງນີ້ ໃຊ້ເວລາປະມານ 4 ຊົ່ວໂມງ 30 ນາທີ ຈຶ່ງຮອດຈຸດຊົມທິວທັດ ລະຫວ່າງເສັ້ນທາງຍ່າງຈາກຈຸດສິ້ນສຸດຂອງເສັ້ນທາງລົດ ແມ່ນໄດ້ຍ່າງໄປຕາມເສັ້ນທາງຫາກິນຂອງປະຊາຊົນ ແລະ ທັງເປັນເຂດປ່າສະຫງວນ ທີ່ອຸດົມສົມບູນໄປ ດ້ວຍຊັບພະຍາກອນທຳມະຊາດ, ພຶກສາຊາດ, ຊີວະນາໆພັນ ມີຫ້ວຍນ້ຳ, ປ່າໄມ້, ຫີນຜາ ຕົ້ນໄມ້ໃຫຍ່ຫລາກຫລາຍຊະນິດ ຂຽວສົດງົດງາມ ອາກາດສົດຊື່ນເຢັນດີ ບວກກັບສຽງຮ້ອງຂອງສັດປ່າ ນົກຫລາຍຊະນິດ ຮ້ອງສົ່ງ ສຽງດັງກ້ອງໄປໄກ ເປັນຕາອອນຊອນ, ກ່ອນຈະຮອດຈຸດຊົມທິວທັນ ແມ່ນໄດ້ຍ່າງຂຶ້ນພູຜາຫີນ ມີຄວາມສູງຊັນເປັນບາງຈຸດ ແຕ່ກໍ່ສາມາດຜ່ານໄປໄດ້, ຈຸດຊົມທິວທັດແຫ່ງນີ້ ເປັນພູສູງ ແລະ ມີໂງ່ນຫີນ ສະລັບລຽງກັນ ມີປ່າ ຫຍ້າຂຽວງາມບໍ່ມີຕົ້ນໄມ້ໃຫຍ່ ສາມາດເບິ່ງເຫັນບ້ານເຂດຫລັກ 32 ໄດ້. ຢູ່ຈອມພູ ເປັນທົ່ງພຽງກວ້າງຫຍ້າຂຽວງາມ ໃນເມື່ອກ່ອນເປັນບ່ອນຍົນລົງ ໃນປາງສົງຄາມ ຄວາມສູງຈາກລະດັບນ້ຳທະເລ 1.600 ເເມັດ.

ຈຸດທີສອງເຂດປ່າຫີນທີ່ເປັນເກັດ ເລີ່ມຍ່າງຈຸດຊົມທິວທັດປະມານ 1 ກິໂລແມັດປາຍໃຊ້ເວລາໃນການຍ່າງ ປະມານ 1 ຊົ່ວໂມງ ເຂດປ່າຫີນເກັດເປັນເນີນພູ ມີທົ່ງຫຍ້າຂຽວງາມ ແລະ ກວ້າງຂວາງປະມານ 300-400 ແມັດ ມີກ້ອນຫີນໃຫຍ່ນ້ອຍ ຢູ່ເປັນແຕ່ລະຈຸດ ມີຮູບລັກສະນະເປັນເກັດ ບາງກ້ອນມີຂະໜາດໃຫຍ່ ປະມານ 10 ແມັດ ຫີນຜາບາງໜ່ວຍມີລັກສະນະ ເປັນຮູບຄ້າຍຄືເຕົ່າ ແລະ ຫລາກຫລາຍຊະນິດ ມີຄວາມສວຍງາມ ເປັນເອກະ ລັກອີກຢ່າງໜຶ່ງ ນອກຈາກນັ້ນແລ້ວຫ່າງໄປອີກ 700 ແມັດ ຍັງມີຈຸດຊົມທິວທັດ ທີ່ສວຍງາມເປັນເນີນພູ ແລະ ມີຫີນຜາລຽງສະລັບກັນຈຸດສູງສຸດ ມີເດີນທີ່ຮາບພຽງ ກວ້າງປະມານ 30-50 ແມັດ ເປັນບ່ອນ ເປັນເດີນຍົນ ປາງສະໄໝສົງຄາມ ຄວາມສູງຈາກລະດັບໜ້ານ້ຳທະເລ ປະມານ 1.800 ແມັດ ເປັນປ່າຫຍ້າຂຽວງາມ ສາມາດເບິ່ງເຫັນ ເຂດບ້ານຫລັກ 32 ໄດ້, ພູພຽງຊົມທິວທັດ ແລະ ເໝາະສົມແກ່ການ ຕັ້ງແຄ້ມນອນຊົມເດືອນ ດາວ ໃນຍາມຄໍ່າຄືນ.

ຈຸດທີສາມ ເປັນຂົວຫີນ ຊຶ່ງຫ່າງຈາກຈຸດຊົມທິວທັດທີ 2 ລົງພູ-ຂຶ້ນພູ ຜ່ານຫ້ວຍ, ປ່າດົງດິບໄປປະມານ 2,5 ກິໂລແມັດ ເປັນເສັ້ນທາງລໍາບາກ, ຕຶບຫລາຍໃຊ້ເວລາ ໃນການຍ່າງປະມານ 2 ຊົ່ວໂມງ ຈຶ່ງຮອດຂົວຫີນ ເປັນ ກ້ອນຫີນຍາວລັກສະນະຄ້າຍຄືຂົວ ຄວາມກວ້າງປະມານ 1 ແມັດ, ຍາວປະມານ 8 ແມັດ ຄວາມໜາປະມານ 30-40 ຊັງຕີແມັດ ເປັນຫີນແຜ່ນດຽວ ທີ່ທໍາມະຊາດສ້າງຂຶ້ນເອງ ດ້ານລຸ່ມມີນ້ຳຫົ້ງຄ້າງ ບາງຈຸດຂອງຫ້ວຍເລັກ ນ້ອຍ ໃນລະດູຝົນອາດຈະມີນ້ຳຫລາຍ ສາມາດຍ່າງຜ່ານໄປໄດ້ ບໍລິເວນແຫ່ງນີ້ເປັນປ່າຕຶບໜາ, ບໍ່ມີຕົ້ນໄມ້ໃຫຍ່ຫລາຍມີຫ້ວຍຮ່ອງ ມີຄວາມຫຍຸ້ງຍາກໃນການໄປມາ.

ຈຸດທີສີ່ ເປັນພູພຽງ ຊຶ່ງຫ່າງຈາກຫີນພະຍາງູໃຫຍ່ລົງໄປ ປະມານ 650 ແມັດ ມີພູພຽງຄວາມກວ້າງ ປະມານ 500 ແມັດ ເປັນທົ່ງຫຍ້າທີ່ຂຽວງາມ ສາມາດເບິ່ງເຫັນຈຸດຊົມທິວທັດທີ 2 ແລະ ປ່າຫີນເກັດໄດ້, ທາງດ້ານລຸ່ມ ສາມາດເບິ່ງເຫັນບ້ານຢ້າວໃຫຍ່ ແລະ ຫລັກ 32 ທາງດ້ານໜ້າຍັງມີພູຜາທີ່ສູງ ປະມານ 800 ແມັດ ເຂດນີ້ເໝາະສຳລັບ ການຕັ້ງແຄມຊົມທິວທັດທຳມະຊາດ ແລະ ເບິ່ງຕາເວັນຂຶ້ນ ທາງເສັ້ນນີ້ ສາມາດປັບປຸງເປັນບາງຈຸດ ເພື່ອນຳໃຊ້ລົດຊິ້ງ, ລົດໄຖນາ ໄປໄດ້ ໄລຍະທາງຈາກຈຸດດັ່ງກ່າວ ມາຮອດທາງລົດ ປະມານ 4 ກິໂລແມັດ.

ເຖິງແນວໃດກໍດີ ການເຊັນສັນຍາຄັ້ງນີ້ ຍັງບໍ່ໄດ້ຮັບການຢືນຢັນວ່າໂຄງການພັດທະນາ ແຫລ່ງທ່ອງທ່ຽວແຫ່ງນີ້ ຈະເລີ່ມລົງມືຈັດຕັ້ງປະຕິບັດມື້ໃດ ແລະ ຄາດວ່າປີໃດຈະສໍາເລັດ. ສະນັ້ນ, ຂໍໃຫ້ທ່ານຜູ້ອ່ານຕິດຕາມ ຕອນຕໍ່ ໄປ, ຜູ້ຂຽນຈະນໍາເອົາຂໍ້ມູນມາສະເໜີເປັນໄລຍະໆ.



ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top