ຂປລ
ບັນດາ ປະເທດ ສະມາຊິກ ສະຫະພາບ ເອີຣົບ (EU) ເລີ່ມຜັນຂະຫຍາຍ ລະບົບ ເຂົ້າ-ອອກເມືອງ ດີຈິຕອນ ຢ່າງເປັນ ທາງການ ໄດ້ເອີ້ນວ່າ ລະບົບເຂົ້າ-ອອກເມືອງ (EES) ຢູ່ບັນດາ ເຂດຊາຍແດນ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາ ປະເທດ ສະມາຊິກ ສະຫະພາບ ເອີຣົບ (EU) ເລີ່ມຜັນຂະຫຍາຍ ລະບົບ ເຂົ້າ-ອອກເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ ເອີ້ນວ່າ ລະບົບ ເຂົ້າ-ອອກເມືອງ (EES) ຢູ່ບັນດາ ເຂດຊາຍແດນ. ການຜັນຂະຫຍາຍ ໂຄງການນີ້ ມີຄວາມໝາຍ ແມ່ນນັບແຕ່ ປັດຈຸບັນ ພົນລະເມືອງ ທີ່ບໍ່ຂຶ້ນກັບ EU ຕ້ອງຈົດທະບຽນ ຂໍ້ມູນຊີວະມິຕິ ລວມມີ: ລາຍ ມື ແລະ ຖ່າຍຮູບ ເມື່ອເຂົ້າເມືອງ ຄັ້ງທຳອິດ ຢູ່ເຂດ Schengen. ສຳລັບ ບັນດາການເດີນທາງ ຫລັງຈາກນັ້ນ, ພຽງແຕ່ ຢັງຢືນຊື່ ແລະ ນາມສະກຸນທາງ ຊີວະມິຕິ ເທົ່ານັ້ນ. ບັນດາ ສະໜາມ ບິນໃຫຍ່ຄື: ອີຕາລີ, ລວມມີ ສະໜາມບິນ Fiumicino ແລະ Malpensa, ພ້ອມກັບ ທ່າກຳປັ່ນ Genoa ແລະ Civitavecchia ໄດ້ເລີ່ມນຳໃຊ້ ລະບົບໃໝ່ນີ້ ໃນວັນທີ 12 ຕຸລາ, ໃນຂະນະທີ່ ເຢຍລະມັນ ເລີ່ມ ຜັນຂະຫຍາຍຢູ່ Stuttgart./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL