ຂປລ
ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ແມ່ຍິງໂລກ ຢູ່ສູນປະຊຸມ ແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ ພ້ອມທັງ ກ່າວຄຳປາໄສ ສຳຄັນ ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍຈິດໃຈ ກອງປະຊຸມໃຫຍ່ ແມ່ຍິງໂລກ ປັກກິ່ງ ເລັ່ງລັດຂະບວນການໃໝ່ ແຫ່ງການພັດທະນາ ແມ່ຍິງ ຢ່າງຮອບດ້ານ”.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 13 ຕຸລານີ້, ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ແມ່ຍິງໂລກ ຢູ່ສູນປະຊຸມ ແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ ພ້ອມທັງ ກ່າວຄຳປາໄສ ສຳຄັນ ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍຈິດໃຈ ກອງປະຊຸມໃຫຍ່ ແມ່ຍິງໂລກ ປັກກິ່ງ ເລັ່ງລັດຂະບວນການໃໝ່ ແຫ່ງການພັດທະນາ ແມ່ຍິງ ຢ່າງຮອບດ້ານ”. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວເນັ້ນໜັກວ່າ: ເມື່ອແນມເບິ່ງອະນາຄົດ, ຝ່າຍຕ່າງໆ ຄວນທົບທວນຄືນ ຈິດໃຈ ກອງປະຊຸມໃຫຍ່ ແມ່ຍິງໂລກ ທີ່ປັກກິ່ງ, ເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນ ໃຫ້ກວ້າງຂວາງກວ່າເກົ່າ, ບຸກເບີກເສັ້ນທາງໃຫ້ກວ້າງຂວາງກວ່າເກົ່າ ແລະ ໃຊ້ການເຄື່ອນໄຫວ ທີ່ຕິດແທດຕົວຈິງ ກວ່າເກົ່າ ເພື່ອເລັ່ງລັດ ຂະບວນການໃໝ່ ແຫ່ງການພັດທະນາ ແມ່ຍິງ ຢ່າງຮອບດ້ານ. ທ່ານ ສີ ຈິ້ນຜິງ ຍັງໄດ້ສະເໜີ 4 ຂໍ້ສະເໜີ ສຳຄັນຄື: ໜຶ່ງ ຮ່ວມກັນສ້າງ ສະພາບແວດລ້ອມ ອັນດີງາມ ທີ່ມີຜົນປະໂຫຍດ ຕໍ່ການພັດທະນາ ແລະ ເຕີບໃຫຍ່ ຂອງແມ່ຍິງ, ສອງ ຮ່ວມກັນບົ່ມເພາະພະລັງແຮງ ທີ່ເຂັ້ມແຂງ ໃນການຊຸກຍູ້ ການພັດທະນາ ທີ່ມີຄຸນນະພາບສູງ ດ້ານວຽກງານແມ່ຍິງ, ສາມ ຮ່ວມກັນສ້າງ ສະພາບ ການປົກຄອງ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ແລະ ສີ່ ຮ່ວມກັນຂຽນປະຫວັດສາດໜ້າໃໝ່ ແຫ່ງການຊຸກຍູ້ ການຮ່ວມມື ຂອງແມ່ຍິງໃນໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL