ຂປລ
ຕາມປະຫວັດສາດ ການປະຕິວັດຂອງ ຫວຽດນາມ ພາຍໃຕ້ຫົວຂໍ້ວ່າ” ພັກ ແລະ ປະຊາຊົນ ເປັນໜຶ່ງດຽວ” ບໍ່ແມ່ນສັນຍາລັກ ແຕ່ເປັນທາດແທ້ ຂອງສາຍພົວພັນໃກ້ຊິດ ລະຫວ່າງພັກ ກັບປະຊາຊົນ.

ຂ່າວສານຫວຽດນາມ ໃຫ້ຮູ້ວ່າ: ຕາມປະຫວັດສາດ ການປະຕິວັດຂອງຫວຽດນາມ ພາຍໃຕ້ຫົວຂໍ້ວ່າ” ພັກ ແລະ ປະຊາຊົນເປັນໜຶ່ງດຽວ” ບໍ່ແມ່ນສັນຍາລັກ ແຕ່ເປັນທາດແທ້ ຂອງສາຍພົວພັນໃກ້ຊິດລະຫວ່າງ ພັກ ກັບ ປະຊາຊົນ.
ປະຫວັດສາດ ໄດ້ຢັ້ງຢືນວ່າ: ສາຍພົວພັນ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ປະຊາຊົນ ເປັນສາຍພົວພັນແໜ້ນແຟ້ນ ໃນຄວາມເປັນເອກະພາບກັນ. ຄວາມເປັນເອກະພາບ ເປັນປັດໄຈພື້ນຖານຕົ້ນຕໍ ໃນການໄດ້ຮັບໄຊຊະນະ ອັນຍິ່ງໃຫຍ່ຂອງ ປະຊາຊົນຫວຽດນາມ ໃນການປົດປ່ອຍຊາດ, ຕ້ານພວກ ຈັກກະພັດ ທີ່ເຂົ້າມາຮຸກຮານ ກໍຄື ການໄດ້ຮັບໄຊຊະນະ ອັນຍິ່ງໃຫຍ່ ທີ່ມີຄວາມໝາຍປະຫວັດສາດ ໃນການສ້າງສາພັດທະນາ ປະເທດຊາດໃນໄລຍະໃໝ່, ການສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ. ທາດແທ້ຂອງ ສາຍພົວພັນດັ່ງກ່າວ ໄດ້ປະກົດຂຶ້ນໃນຈຸດສຸມ ຢູ່ບ່ອນວ່າ ເຫດຜົນການກຳເນີດ, ການຄົງຕົວ ແລະ ເປົ້າໝາຍ ໃນການເຄື່ອນໄຫວ ຂອງພັກກອມມູນິດ ຫວຽດນາມ ແມ່ນເພື່ອ ປະຊາຊົນ, ເພື່ອເອກະລາດ, ເສລີພາບ ແລະ ຄວາມຜາສຸກຂອງ ປະຊາຊົນ, ແຫລ່ງກຳລັງ ແຮງກ້າ ບໍ່ມີຈຸດສິ້ນສຸດ ແລະ ຊະນະເລີດ ຂອງພັກກອມມູນິດ ແມ່ນມາຈາກ ປະຊາຊົນ, ຢູ່ໃນປະຊາຊົນ, ພັກແມ່ນ ຂອງປະຊາຊົນ, ເພື່ອປະຊາຊົນ, ຍາມໃດພັກ ກໍເອົາໃຈໃສ່ ເບິ່ງແຍງ ປະຊາຊົນ. ປະຊາຊົນ ເປັນຈິດໜຶ່ງໃຈດຽວ, ເດີນຕາມພັກກອມມູນິດ, ຕໍ່ສູ້ພາຍໃຕ້ ຄັນທຸງຂອງພັກ. ສິ່ງດັ່ງກ່າວ ໄດ້ປະກົດ ໃຫ້ເຫັນ ເຖິງທາດແທ້ ໃນຂະບວນການປະຕິວັດ ຫວຽດນາມ ໃນຊຸມໄລຍະ 90 ປີຜ່ານມາ, ເປັນປັດໄຈພື້ນຖານ, ກຳລັງແຮງຕົ້ນຕໍ ແລະ ຄວາມເປັນເອກະພາບ ໃນການໄດ້ຮັບໄຊຊະນະ ຂອງຫວຽດນາມ.
ໃນເວລາທີ່ ຍັງມີຊິວິດຢູ່, ທ່ານປະທານ ໂຮ່ຈີມິງ ໄດ້ກ່າວເນັ້ນວ່າ” ບົນທ້ອງຟ້າ ບໍ່ມີຫຍັງສຳຄັນ ກວ່າປະຊາຊົນ. ໃນໂລກນີ້ ບໍ່ມີຫຍັງ ແຮງກ້າກວ່າ ກຳລັງຄວາມສາມັກຄີ ຂອງປະຊາຊົນ.” ສະນັ້ນ ປະຊາຊົນ ຊຶ່ງເປັນ ຮາກຖານຂອງປະເທດຊາດ ແລະ ການປະຕິວັດ. ໂດຍສະເພາະແລ້ວ, ນັບແຕ່ຍາດໄດ້ ອຳນາດ, ພັກໄດ້ກາຍເປັນ ພັກກຳອຳນາດ ແຕ່ປະຊາຊົນ ມີບົດບາດ ໃນການຕັດສິນ ຊຶ່ງ ປະທານໂຮ່ຈີມິງ ໄດ້ຢືຶນຢັນວ່າ: “ປະເທດຊາດ ເອົາປະຊາຊົນ ເປັນກົກເຫງົ້າ”, ປະຊາຊົນເປັນນ້ຳໜຶ່ງໃຈດຽວ, ວຽກອັນໃດກໍ່ເຮັດໄດ້. ປະຊາຊົນບໍ່ສະໜັບສະໜູນ, ວຽກຫຍັງກໍ່ບໍ່ສາມາດ ສຳເລັດໄດ້”. ຄຽງຄູ່ກັນນັ້ນ, ປະທານ ໂຮ່ຈີມິງ ຍັງກ່າວເນັ້ນວ່າ: “ ປະເທດຫວຽດນາມ ເປັນປະຊາທິປະໄຕ, ຖານະທີ່ຕັ້ງສູງສຸດ ແມ່ນປະຊາຊົນ, ເພາະວ່າ ປະຊາຊົນ ເປັນເຈົ້າຂອງ”, “ລະບອບຫວຽດນາມ ເປັນລະບອບປະຊາທິປະໄຕ, ອີ່ມໜຳສຳລານ, ຄວາມຜາສຸກ ຂອງປະຊາຊົນ ເປັນເປົ້າໝາຍເພື່ອສູ້ຊົນ. ປະທານ ໂຮ່ຈີມິງ ຍັງຮຽກຮ້ອງ ໃຫ້ພະນັກງານ, ສະມາຊິກພັກຕ້ອງເປັນແບບຢ່າງ ໃນການນຳພາ, ຄົນຮັບໃຊ້ ທີ່ຊື່ສັດ ຂອງປະຊາຊົນ, ທ່ານປະທານໂຮ່ຈີມິງ ກ່າວວ່າ ການເພີ່ມທະວີ ສາຍພົວພັນລະຫວ່າງ ພັກ ແລະ ປະຊາຊົນ ຈະສ້າງພື້ນຖານ ການເມືອງ-ສັງຄົມ ໃຫ້ແໜ້ນແຟ້ນ ໃຫ້ແກ່ພັກ, ຄວາມເປັນ ເອກະພາບ ໃນການນຳໄປສູ່ ສະໜາມ ການປະຕິວັດ. ໃນບົດຂຽນ ” ການປ່ຽນແປງ ວິທີການ ເຮັດວຽກນັ້ນ”, ປະທານ ໂຮ່ຈີມິງ ກ່າວເນັ້ນວ່າ: “ການຮັກສາ ການພົວພັນ ກັບປະຊາຊົນ ແລະ ງ່ຽງຫູຟັງ ຄວາມຄິດເຫັນ ຂອງປະຊາຊົນ, ນີ້ຖືເປັນ ປືກແຜ່ນ ກຳລັງຂອງພັກ ຍ້ອນວ່າສິ່ງດັ່ງກ່າວ, ພັກກອມມູນິດ ຫວຽດນາມ ຈຶ່ງໄດ້ຮັບ ໄຊຊະນະ”. ສະນັ້ນ ການຫລີກຫ່າງໄກ ປະຊາຊົນ, ບໍ່ມີການ ຕິດຕໍ່ແໜ້ນແຟ້ນ ກັບ ປະຊາຊົນ ກໍຄື ການຢືນຢູ່ ກາງອາກາດ, ຕ້ອງປະລາໄຊ ຢ່າງແນ່ນອນ.” ທ່ານປະທານ ໂຮ່ຈິມິງ ກ່າວວ່າ ການພົວພັນ ລະຫວ່າງພັກ ແລະ ປະຊາຊົນ ແມ່ນຂຶ້ນກັບ ທາດແທ້ຂອງພັກ, ມັນບໍ່ພຽງແຕ່ ເປັນມາດຖານ ຂອງພັກປະຕິວັດ ເທົ່ານັ້ນ ຫາກຍັງ ເປັນໜຶ່ງ ໃນກົດລະບຽບ ສຳຄັນ ແລະ ພັດທະນາ ຂອງພັກກອມມູນິດ ຫວຽດນາມ. ທ່ານປະທານ ໂຮ່ຈີມິງຖືວ່າ ການພົວພັນ ລະຫວ່າງພັກ ກັັັບປະຊາຊົນ, ເປັນບັນຫາ ພື້ນຖານ ສຳຄັນໜຶ່ງ ໃນການ ກໍ່ສ້າງພັກ, ເປັນຮາກຖານ ແຂງແກ່ນຂອງພັກ, ຂອງຊົນຊາດ ແລະ ເປັນປັດໄຈ ຕັດສິນທຸກ ໄຊຊະນະຂອງ ການປະຕິວັດ ຂອງປະເທດ ຫວຽດນາມ.
ປະຫວັດສາດ ແລະ ສະພາບ ຄວາມເປັນຈິງ ໄດ້ສະແດງ ໃຫ້ເຫັນວ່າ, ພັກກອມມູນິດຫວຽດນາມ ເປັນຕົວແທນ ໃຫ້ແກ່ ຜົນປະໂຫຍດ ໃນແຕ່ລະຊົນຊັ້ນ, ປະຊາຊົນ ຜູ້ອອກ ແຮງງານ ແລະ ບັນດາຊົນເຜົ່າ ຫວຽດນາມ, ພັກບໍ່ໃຫ້ ຜົນປະໂຫຍດຫຍັງ ນອກຈາກ ສ້າງຜົນຜະໂຫຍດ ໃຫ້ແກ່ປະຊາຊົນ, ປະເທດຊາດ ແລະຊາດ. ພັກກອມມູນິດ ຫວຽດນາມ ໄດ້ກຳເນີດຂຶ້ນ ແມ່ນເພື່ອປະຊາຊົນ, ນຳພາການ ປະຕິວັດ, ໄດ້ນຳ ພາປະຊາຊົນ ໃຫ້ຫລຸດພົ້ນ ອອກຈາກ ການຮຸກຮານ ເພື່ອກ້າວໄປສູ່ ການເປັນ ເຈົ້າຕົນເອງ, ການປ່ຽນ ແປງຊິວິດໃໝ່ ເພື່ອໃຫ້ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ຈະເລີນຮຸ່ງເຮືອງ. ປະຊາຊົນ ຫວຽດນາມ ໄດ້ເລືອກເອົາ ແລະ ມອບໃຫ້ພັກ ກອມມູນິດ ຫວຽດນາມ ເປັນຜູ້ກຳອຳນາດ ພຽງຜູ້ດຽວ ໃນຫວຽດນາມ.
ພາຍຫລັງ 15 ປີ ທີ່ມີພັກນຳພາ ປະກອບດ້ວຍ ສະມາຊິກພັກ 5.000 ຄົນ, ພັກກອມມູນິດຫວຽດນາມ ໄດ້ນຳພາ ປະຊາຊົນ ໃຫ້ບືນຕົວຂຶ້ນ ເຮັດການປະຕິວັດ ເດືອນສິງຫາ ຢ່າງປະສົບຜົນສຳເລັດ, ໂຄ້ນລົ້ມ ລະບອບເກົ່າ ທີ່ປົກຄອງ ມາເກືອບ 100 ປີ ຂອງ ລະບອບສັກດີນາ, ພວກລ່າເມືອງຂຶ້ນ, ສ້າງລັດກຳມະກອນ ຊາວນາ ເປັນປະເທດ ທຳອິດ ໃນອາຊີ ຕາເວັນອອກ ສ່ຽງໃຕ້. ປີ1986, ຢູ່ໃນກອງປະຊຸມໃຫຍ່ຄັ້ງທິ VI, ພັກກອມມູນິດ ຫວຽດນາມ ໄດ້ເລີ່ມດຳເນີນ ພາລະກິດ ການປ່ຽນແປງ ປະເທດຊາດໃໝ່, ເສັ້ນທາງການ ປ່ຽນແປງໃໝ່ ໄດ້ປະດິດສ້າງ ດ້ວຍຫລາກຫລາຍຮູບແບບ, ຂະແໜງການຕ່າງໆ, ປະຊາຊົນທຸກຖ້ວນໜ້າ, ເຮັດໃຫ້ສ້າງກຳລັງແຮງ ຂອງປະຊາຊົນ. ພາຍຫລັງ 35 ປີ ໃນການ ເຄື່ອນໄຫວປ່ຽນແປງໃໝ່ ແລະ ການເຊື່ອມໂຍງ ເຂົ້າກັບສາກົນ, ປະເທດຫວຽດນາມ ໄດ້ຍາດເອົາ ໝາກຜົນ ອັນຍິ່ງໃຫຍ່ ທາງດ້ານ ເສດຖະກິດ-ສັງຄົມ, ດ້ານການເມືອງ, ການປ້ອງກັນ ປະເທດຊາດ -ປ້ອງກັນ ຄວາມສະຫງົບ, ການພົວພັນ ກັບຕ່າງປະເທດ ໄດ້ເປີດກວ້າງອອກ, ຈຸດຢືນໃນເວທີ ສາກົນ ໄດ້ເພີ່ມຂຶ້ນ, ສ້າງທ່ວງທ່າ ແລະ ກຳລັງແຮງໃໝ່ ໃຫ້ແກ່ການປະຕິວັດ ຫວຽດນາມ.
ບັນດາ ໝາກຜົນ ທີພົ້ນເດັ່ນ ແມ່ນການ ຈະເລີນເຕີບໂຕຂຶ້ນ, ການພັດທະນາ ເສດຖະກິດ, ເຮັດໃຫ້ ຫວຽດນາມ ໄດ້ຫລຸດພົ້ນ ອອກຈາກປະເທດ ທຸກຍາກ, ດ້ອຍພັດທະນາ ແລະ ຈັດຢູ່ໃນບັນດາປະເທດ ທີ່ມີລາຍຮັບ ປານກາງ ນັບແຕ່ປີ 2008. ສະນັ້ນ ລາຍຮັບ ສະເລ່ຍບັນລຸ 4.000 ໂດລາສະຫະລັດ ຕໍ່ຄົນໃນປີ 2022. ພິເສດໃນປີ 2022, ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (GDP) ໃນທົ່ວປະເທດ ຫວຽດນາມ ກວມເອົາ 8,02% ເປັນຕົວເລກ ສູງສຸດ ໃນໄລຍະ 2011-2022. ສະຫວັດດີການ ສັງຄົມ ໄດ້ມີການ ເອົາໃຈໃສ່ ແລະ ຮັບປະກັນ, ການດຳລົງ ຊິວິດ ຂອງປະຊາຊົນ ໄດ້ສືບຕໍ່ ມີການປ່ຽນແປງ, ການສຶກສາ ແລະບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະນະທຳ, ສັງຄົມ, ສາທາ ລະນະສຸກ ໄດ້ມີການ ພັດທະນາຂຶ້ນ, ສ່ວນພື້ນ ຖານໂຄງລ່າງຫລາຍຂຶ້ນ ໂດຍສະເພາະ ການຄົມ ມະນາຄົມ, ໄຟຟ້າ, ນ້ຳສະອາດ ແລະ ອື່ນໆ. ນີ້ຖືເປັນປັດໄຈສຳຄັນ ໃນການ ປະກອບສ່ວນ ເຂົ້າໃນການ ປັບປຸງ, ເພີ່ມທະວີ ການພົວພັນ ລະຫວ່າງພັກ ກັບປະຊາຊົນ. ຄຽງຄູ່ກັນນັ້ນ, ພັກໄດ້ມີແຜນ ນະໂຍບາຍ ຫລາຍຢ່າງ, ບັນດາມາດຕະການ ເພື່ອປຸກລະດົມ ຄວາມເປັນ ເຈົ້າການ ຂອງປະຊາຊົນ.
ບັນດາຜົນສຳເລັດ, ໝາກຜົນທີ່ປາກົດຂຶ້ນ ໃນການ ເຄື່ອນໄຫວ ປະຕິບັດຕ່າງໆ ໄດ້ປະກອບສ່ວນ ເຂົ້າໃນການ ຕັດສິນ ວຽກງານ ການເພີ່ມທະວີ ການພົວ ພັນ ລະຫວ່າງ ພັກ ກັບ ປະຊາຊົນ ໃນເງື່ອນໄຂ ປະເທດຊາດ ພວມຕັ້ງໜ້າ ແລະ ເປັນເຈົ້າການ ໃນການ ເຊື່ອມໂຍງ ເຂົ້າກັບສາກົນ ໃຫ້ຫລາຍຂຶ້ນ. ປະຫວັດສາດ ຫລາຍພັນປີ ຂອງຊາດ ຫວຽດນາມ ມີຫລາຍໄລຍະ ພັດມະນາຂຶ້ນ ຢ່າງຕໍ່ເນື່ອງ, ແຕ່ຍັງບໍ່ເຄີຍມີ ຖານະທີ່ຕັ້ງ ຂອງປະເທດຊາດ, ຈຸດຢຶນຂອງ ປະຊາຊົນ ຫວຽດນາມ ຄືກັບ ໃນປັດຈຸບັນ. ການປະຕິວັດ ຂອງຫວຽດນາມ ພາຍໃຕ້ ການນຳພາ ຂອງພັກກອມມູນິດ ຫວຽດນາມ ໄດ້ສ້າງຂຶ້ນ ບົນພື້ນຖານ ທີ່ມີປະ ຊາຊົນເຂົ້າຮ່ວມ, ປະຊາຊົນ ເປັນຈິດໜຶ່ງໃຈດຽວ ເພື່ອໃຫ້ ກາຍເປັນ ກຳລັງແຮງ ຂອງການ ປະຕິວັດ, ການປາກົດ ທາດແທ້, ປັນຍາ ຂອງພັກ ແລະ ຄວາມສູງສົ່ງ-ທີ່ສຸດ ຂອງປະຊາຊົນ./
KPL