ຂປລ
ກອງປະຊຸມ ສຸດຍອດ ສື່ມວນຊົນ ອາຣັບ ປະຈຳປີ 2025 ໄດ້ຈັດຂຶ້ນຢູ່ ສະຫະນະຄອນ ເອເມເຣດ ອາຣັບ.ໂດຍມີ ປະມານ 8.000 ຄົນ ທີ່ມາຈາກ 26 ປະເທດ

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ລະຫວ່າງ ວັນທີ 26 ຫາ 28 ພຶດສະພານີ້, ກອງປະຊຸມ ສຸດຍອດ ສື່ມວນຊົນ ອາຣັບ ປະຈຳປີ 2025 ໄດ້ຈັດຂຶ້ນຢູ່ ສະຫະນະຄອນ ເອເມເຣດ ອາຣັບ.ໂດຍມີ ປະມານ 8.000 ຄົນ ທີ່ມາຈາກ 26 ປະເທດ ໄດ້ຮ່ວມປະຊຸມ ເຊິ່ງລວມທັງ ບັນດາ ລັດຖະມົນຕີ ປະເທດ ອາຣັບ, ບຸກຄົນ ທີ່ມີຊື່ສຽງ, ຜູ້ຮັບຜິດຊອບ ຂອງອົງການສື່ມວນຊົນ, ຜູ້ປະດິດສ້າງເນື້ອໃນ ພ້ອມທັງ ຊ່ຽວຊານ ແລະ ນັກວິຊາ ການດ້ານເຕັກໂນໂລຊີ ສື່ມວນຊົນ,ຈຸດປະສົງ ເພື່ອສ້າງອະນາຄົດ ຂອງສື່ມວນຊົນ ປະເທດ ອາຣັບ.ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ໃນຖານະທີ່ ເປັນສື່ມວນຊົນ ພຽງແຫ່ງດຽວ ຂອງ ສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດ ຄັ້ງນີ້. ທ່ານ ຊາມີ ຫົວໜ້າບັນນາທິການໂທລະພາບ ດູໄບ ຂອງ ສະຫະນະຄອນ ເອເມເຣັດ ອາຣັບ ກ່າວວ່າ: CMG ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເທື່ອນີ້ ໄດ້ສະແດງ ໃຫ້ເຫັນ ຢ່າງຈະແຈ້ງ ເຖິງຜົນງານ ໃນການຮ່ວມມື ດ້ານສື່ມວນຊົນລະຫວ່າງ ສະຫະ ນະຄອນ ເອເມເຣດ ອາຣັບ ກັບ ສປ ຈີນ.ສະຫະ ນະຄອນ ເອເມເຣດ ອາຣັບ ຈະໄດ້ຮັບ ຜົນປະໂຫຍດ ຈາກອຸດສາຫະກຳ ແລະ ເຕັກໂນໂລຊີ ອັນກ້າວໜ້າ ຂອງສື່ມວນຊົນຈີນ ໂດຍສະເພາະ ແມ່ນໃນດ້ານການຜະລິດ ເນື້ອໃນ ແລະ ເຕັກໂນໂລຊີ ສື່ມວນຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL