ຂປລ
ກອງປະຊຸມ ນັດສາມັນ ເດືອນມັງກອນນີ້, ທ່ານ ຟ້າມມິງຈິງ, ນາຍົກ ລັດຖະມົນຕີ ສສ ຫວຽດນາມ ໄດ້ຊີ້ນຳ ສືບຕໍ່ ໃຫ້ບຸລິມະສິດ ຮັກສາ ເສດຖະກິດ ມະຫາພາກ ໃຫ້ເປັນ ປົກກະຕິ, ຄວບຄຸມ ໄພເງິນເຟິ້, ຊຸກຍູ້ ການເຕີບໂຕ, ຮັບ ປະກັນ ບັນດາ ຄວາມດຸ່ນດ່ຽງໃຫຍ່ ແລະ ຕ້ອງຮັບປະກັນ ການຊຳລະ ຄວາມສາມາດເງິນ, ຮັບປະກັນ ຄວາມ ປອດໄພ ໃຫ້ບັນດາ ອົງການ ຈັດຕັ້ງ ສິນເຊື່ອ, ຄວາມໝັ້ນຄົງ ດ້ານເງິນຕາ; ຊຸກຍູ້ ການເຕີບໂຕ ດ້ານສິນເຊື່ອ ໃຫ້ເໝາະສົມ

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ວັນທີ2ກຸມພານີ້, ກອງປະຊຸມ ນັດສາມັນ ເດືອນມັງກອນນີ້, ທ່ານ ຟ້າມມິງຈິງ, ນາຍົກ ລັດຖະມົນຕີ ສສ ຫວຽດນາມ ໄດ້ຊີ້ນຳ ສືບຕໍ່ ໃຫ້ບຸລິມະສິດ ຮັກສາ ເສດຖະກິດ ມະຫາພາກ ໃຫ້ເປັນ ປົກກະຕິ, ຄວບຄຸມ ໄພເງິນເຟິ້, ຊຸກຍູ້ ການເຕີບໂຕ, ຮັບປະກັນ ບັນດາ ຄວາມດຸ່ນດ່ຽງໃຫຍ່ ແລະ ຕ້ອງຮັບປະກັນ ການຊຳລະ ຄວາມສາມາດເງິນ, ຮັບປະກັນ ຄວາມປອດໄພ ໃຫ້ບັນດາ ອົງການ ຈັດຕັ້ງ ສິນເຊື່ອ, ຄວາມໝັ້ນຄົງ ດ້ານເງິນຕາ; ຊຸກຍູ້ ການເຕີບໂຕ ດ້ານສິນເຊື່ອ ໃຫ້ເໝາະສົມ, ມຸ່ງໄປສູ່ ການຜະລິດ ດຳເນີນ ທຸລະກິດ, ຂົງເຂດ ບຸລິມະສິດ ແລະ ກຳລັງໜູນ ການເຕີບໂຕ; ຍູ້ແຮງ ການຊຳລະ ໂດຍບໍ່ນຳໃຊ້ ເງິນສົດ; ສືບຕໍ່ ແກ້ໄຂ ຄວາມຫຍຸ້ງຍາກ ໃຫ້ແກ່ ຕະຫລາດ ອະສັງຫາ ລິມະຊັບ, ໃຫ້ບຸລິມະສິດ ເງິນທຶນ ໃຫ້ແກ່ ບັນດາ ໂຄງການ, ວິສາຫະກິດ ທີ່ເຄື່ອນໄຫວ ດຳເນີນງານ ເປັນຢ່າງ ໂປ່ງໃສ ແລະ ມີປະສິດທິຜົນ; ປຸກລະດົມ ແລະ ນຳໃຊ້ທຸກ ແຫລ່ງກຳລັງ ໃຫ້ມີ ປະສິດທິຜົນ, ເພີ່ມທະວີ ການດຶງດູດ ການລົງທຶນ ສັງຄົມ, ວິທີການຮ່ວມມື ລະຫວ່າງ ພາກລັດ-ພາກເອກະຊົນ. ນອກນີ້ ທ່ານ ຟ້າມມິງຈິງ ຍັງສະເໜີ ໃຫ້ບັນດາ ກະຊວງ, ຂະແໜງການ, ທ້ອງຖິ່ນ ຈົ່ງເປັນເຈົ້າການ, ຕັ້ງໜ້າ ຍູ້ແຮງ 3 ບຸກທະລຸ ຍຸດທະສາດ, ສຸມແຫລ່ງກຳລັງ ໃຫ້ແກ່ 3 ຂົງເຂດ ທີ່ເປັນ ກຳລັງໜູນ ການເຕີບໂຕຄື ການຈຳໜ່າຍ, ການລົງທຶນ ແລະ ການສົ່ງອອກ. ໃນໂອກາດນີ້ ທ່ານ ຟ້າມມິງຈິງ ຍັງໄດ້ຊີ້ແຈ້ງວ່າ: ສຳລັບ ການສືບຕໍ່ ຮັກສາ ເສດຖະກິດ ມະຫາພາກ ໃຫ້ເປັນປົກກະຕິ, ຄວບຄຸມ ໄພເງິນເຟີ້, ຊຸກຊູ້ ການເຕີບໂຕ, ຮັບປະກັນ ຄວາມດຸ່ນດ່ຽງໃຫຍ່ ແມ່ນເປົ້າໝາຍ ທີ່ຕ້ອງປະຕິບັດ ໃຫ້ໄດ້, ຢາກປະຕິບັດ ບັນດາ ເປົ້າໝາຍນີ້, ຕ້ອງມີຄວາມ ດຸ່ນດ່ຽງ, ກົມກ່ຽວ, ເໝາະສົມ, ມີປະສິດທິຜົນ ຕໍ່ກັບ 4 ບັນຫາໃຫຍ່, ລະຫວ່າງ ອັດຕາແລກປ່ຽນ ແລະ ອັດຕາດອກເບ້ຍ, ລະຫວ່າງ ການເຕີບໂຕ ກັບ ໄພເງິນເຟີ້, ລະຫວ່າງ ນະໂຍບາຍ ເງິນຕາ ກັບນະໂຍບາຍ ປີການເງິນ, ລະຫວ່າງ ສະພາບການ ພາຍໃນປະເທດ ກັບສະພາບການ ຢູ່ຕ່າງປະເທດ. ກ່ຽວກັບ ການຄວບຄຸມ ໄພເງິນເຟີ້ ຕ້ອງເອົາໃຈໃສ່ ເຖິງບັນດາ ໝວດສິນຄ້າ ທີ່ເຮັດໃຫ້ ໄພເງິນເຟີ້ ເພິ່ມຂຶ້ນ ເປັນຕົ້ນແມ່ນ ສະບຽງ ອາຫານ, ທັນຍາຫານ, ການກໍ່ສ້າງ ແລະ ວັດສະດຸ ກໍ່ສ້າງ; ການບໍລິຫານ ລາຄາສິນຄ້າ ໂດຍລັດຄຸ້ມຄອງ ແຕ່ຕົ້ນປີ ຢ່າງລະມັດລະວັງ, ຮັບປະກັນ ແຫລ່ງສະໜອງ ກັບ ຄວາມຕ້ອງການ ສິນຄ້າ ທີ່ຈຳເປັນ; ໜູນຊ່ວຍ ວິສາຫະກິດ ຫລຸດຜ່ອນ ຄ່າໃຊ້ຈ່າຍ ສົ້ນເຂົ້າ, ຍົກເວັ້ນ, ຫລຸດພາສີ ອາກອນ, ຄ່າທຳນຽມ, ຕັດການເຮັດ ລະບຽບ ການບໍລິ ຫານ ທີ່ບໍ່ຈຳເປັນ ອອກຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL