ຂປລ
ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງກະຊວງ ການຄ້າຈີນ ກ່າວໃນ ກອງປະຊຸມ ຖະແຫລງຂ່າວ ຂອງ ຫ້ອງການ ຖະແຫລງຂ່າວ ຄະນະລັດຖະບານ ສປ ຈີນ ວ່າ: ການປະຕິບັດ ສັນຍາ ການພົວພັນ ຄູ່ຮ່ວມມື ເສດຖະກິດ ແບບຮອບດ້ານ ໃນພາກ ພື້ນ (RCEP) ໄດ້ເປີດກວ້າງ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປ ຈີນ ກັບສະມາຊິກ RCEP ໄດ້ປະສົບຜົນສຳເລັດ ຢ່າງຕັ້ງໜ້າ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ ,ວັນທີ3 ກຸມພານີ້, ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງກະຊວງ ການຄ້າຈີນ ກ່າວໃນ ກອງປະຊຸມ ຖະແຫລງຂ່າວ ຂອງ ຫ້ອງການ ຖະແຫລງຂ່າວ ຄະນະລັດຖະບານ ສປ ຈີນ ວ່າ: ການປະຕິບັດ ສັນຍາ ການພົວພັນ ຄູ່ຮ່ວມມື ເສດຖະກິດ ແບບຮອບດ້ານ ໃນພາກພື້ນ (RCEP) ໄດ້ເປີດກວ້າງ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປ ຈີນ ກັບສະມາຊິກ RCEP ໄດ້ປະສົບຜົນສຳເລັດ ຢ່າງຕັ້ງໜ້າ. ຂະນະທີ່ ຍອດມູນຄ່າ ການຄ້າ ຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ ກັບສະມາຊິກອື່ນໆ ຂອງ RCEP ໃນປີ 2022 ໄດ້ບັນລຸເຖິງ 12.950 ຕື້ຢວນ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2021, ກວມເອົາ 30,8% ຂອງຍອດມູນຄ່າ ການຄ້າ ກັບຕ່າງປະເທດຂອງສປ ຈີນ. ໃນນັ້ນ, ຈັງຫວະ ການເຕີບໂຕ ດ້ານການຄ້າ ຂາເຂົ້າ-ຂາອອກ ຕໍ່ 8 ສະມາຊິກ RCEP ຂອງ ສປ ຈີນ ມີຫລາຍກວ່າ 10%.ໃນປີ 2022, ການລົງທຶນ ໂດຍກົງ ປະເພດ ບໍ່ແມ່ນ ການທະນາຄານ ຂອງ ສປຈີນ ຕໍ່ສະມາຊິກອື່ນໆ ຂອງ RCEP ໄດ້ບັນລຸ ມູນຄ່າ ເຖິງ 17,96 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 18,9%, ສປ ຈີນ ໄດ້ດຶງດູດ ການລົງທຶນ ຈາກບັນດາ ສະມາຊິກ RCEP ມີມູນຄ່າເຖິງ 23,53 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 23,1%, ຈັງຫວະ ການເຕີບໂຕ ດ້ານການລົງທຶນ ລະຫວ່າງ ສອງຝ່າຍ ລ້ວນແຕ່ ສູງກວ່າ ລະດັບທົ່ວໄປ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
KPL