ປະຊາກອນລາວ ໄດ້ຮັບວັກຊິນ ປ້ອງກັນໂຄວິດ-19 ຄົບໂດຍພື້ນຖານ 76,8%

11/01/2023 10:18
Email Print 11695
ຂປລ ຂປລ. ສູນຂໍ້ຈາກສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ລາຍງານໃນ ວັນທີ 9 ມັງກອນ 2023 ໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ ສປປ ລາວ ຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມ 217.868 ຄົນ, ເສຍຊີວິດສະສົມ 671 ຄົນ, ຕິດເຊື້ອໃໝ່ 5 ຄົນ.

ຂປລ. ສູນຂໍ້ຈາກສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ລາຍງານໃນ ວັນທີ 9 ມັງກອນ 2023 ໃຫ້ຮູ້ວ່າ: ປັດຈຸບັນ, ຢູ່ ສປປ ລາວ ຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມ 217.868 ຄົນ, ເສຍຊີວິດສະສົມ 671 ຄົນ, ຕິດເຊື້ອໃໝ່ 5 ຄົນ. ສ່ວນຈໍານວນ ຜູ້ມາສັກວັກຊິນ ປ້ອງກັນໂຄວິດ-19 ທົ່ວປະເທດ ເຂັມທີ 1 ສັກໄດ້ 6.282.151 ຄົນ ອັດຕາປົກຄຸມເທົ່າ 84.0%, ເຂັມທີ 2 ສັກໄດ້ 5.634.366 ຄົນ ອັດຕາປົກຄຸມເທົ່າ 74.6%, ຈຳນວນ ຜູ້ມາສັກວັກຊິນ ເຂັມກະຕຸ້ນທີ 1 ມີ 2.332.523 ຄົນ, ສັກເຂັມກະຕຸ້ນທີ 2 ໄດ້ 426.034 ຄົນ ແລະ ອັດຕາປົກຄຸມຂອງປະຊາກອນ ທີ່ໄດ້ຮັບວັກຊິນຄົບ ໂດຍພື້ນຖານ ກວມ 76,8% ເຊິ່ງສະແດງໃຫ້ເຫັນວ່າ ຂະບວນການໃຫ້ວັກຊິນ ກັນພະຍາດໂຄວິດ-19 ຢູ່ ສປປ ລາວ ແມ່ນປະສົບຜົນສໍາເລັດ ໃນລະດັບໜຶ່ງ.

ເຖິງຢ່າງໃດກໍຕາມ, ຍັງມີບາງເມືອງໃນແຂວງພາກໃຕ້ ທີ່ຍັງບໍ່ທັນບັນລຸເປົ້າໝາຍ ເນື່ອງຈາກຄວາມຫຍຸ້ງຍາກ ດ້ານພູມສັນຖານ ແລະ ເສັ້ນທາງຄົມມະນາຄົມ. ປັດຈຸບັນ, ກະຊວງສາທາລະນະສຸກ ສາມາດຂົນສົ່ງວັກຊິນ ໄປເຂດຫ່າງໄກສອກຫລີກ ຂອງປະເທດໄດ້ຢ່າງປອດໄພ ແລະ ມີປະສິດທິພາບ.

ປັດຈຸບັນ, ເຖິງວ່າສະພາບການລະບາດ ຂອງເຊື້ອພະຍາດໂຄວິດ-19 ຈະຜ່ອນຄາຍລົງແລ້ວກໍຕາມ, ແຕ່ທຸກຄົນ ກໍຍັງຕ້ອງໄດ້ປະຕິບັດ ມາດຕະການປ້ອງກັນ ໂຄວິດ-19 ຂອງລັດຖະບານ ວາງອອກຢ່າງເຂັ້ມງວດ ໂດຍສະເພາະແມ່ນການສືບຕໍ່ ມາດຕະການປ້ອງກັນພື້ນຖານ ຄື ໃສ່ຜ້າອັດປາກ-ດັງ, ລ້າງມືເປັນປະຈຳ ແລະ ຫລີກລ້ຽງການໄປບ່ອນ ທີ່ມີຄົນຫລາຍ (ຮັກສາໄລຍະຫ່າງ). ສ່ວນການເດີນທາງ ການເຂົ້າ ປະເທດແມ່ນບໍ່ໄດ້ ກວດບັດສັກຢາ ແລະ ບໍ່ໄດ້ກວດວັກຊິນແລ້ວ, ແຕ່ການສັກວັກຊິນ ເຂັມກະຕຸ້ນ 3 ແລະ 4 ແມ່ນຍັງມີ ຄວາມຈຳເປັນ ຕ້ອງສືບຕໍ່ສັກ ໃຫ້ແກ່ຜູ້ທີ່ຍັງບໍ່ທັນ ໄດ້ສັກເຂັມກະຕຸ້ນ.

ສຳລັບສະຖານທີ່ສັກວັກຊິນ: ນະຄອນຫລວງວຽງຈັນມີ ໂຮງໝໍມະໂຫສົດ, ມິດຕະພາບ, ເຊດຖາທິລາດ, ໂຮງໝໍເດັກ, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໂຮງໝໍ 103, ໂຮງໝໍເມືອງ 9 ຕົວເມືອງ. ສ່ວນບັນດາແຂວງ: ໂຮງໝໍແຂວງ ແລະ ໂຮງໝໍເມືອງ.

ຂ່າວ: ມະນີທອນ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top