ໂອເປັກບວກ ຕົກລົງຮັກສາປະລິມານນ້ຳມັນຄືເກົ່າ

06/12/2022 19:45
Email Print 260
ຂປລ ກອງປະຊຸມ ທີ່ນະຄອນຫລວງ ວຽນນາ, ປະເທດ ໂອຕຣິດ,​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະມົນຕີ ບັນດາ ປະເທດ ສະມາຊິກ ອົງການ ບັນດາປະເທດ ສົ່ງອອກ ນ້ຳມັນ ແລະ ຄູ່ຮ່ວມມື (OPEC+)ໄດ້ຕົກລົງ ຮັກສາ ປະລິມານ ນ້ຳມັນ ຄືເກົ່າ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ທີ່ນະຄອນຫລວງ ວຽນນາ, ປະເທດ ໂອຕຣິດ,​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະມົນຕີ ບັນດາ ປະເທດ ສະມາຊິກ ອົງການ ບັນດາປະເທດ ສົ່ງອອກ ນ້ຳມັນ ແລະ ຄູ່ຮ່ວມມື (OPEC+)ໄດ້ຕົກລົງ ຮັກສາ ປະລິມານ ນ້ຳມັນ ຄືເກົ່າ. ພາຍຫລັງ ບັນດາ ຂໍ້ຕົກລົງຂອງ OPEC+ ລ້ວນແຕ່ ອີງຕາມ ຂໍ້ມູນ ການຕະຫລາດ ນ້ຳມັນ ແລະ ເພື່ອແນໃສ່ ຮັບປະກັນ ຕະຫລາດນີ້ ເປັນປົກກະຕິ.​ໃນເດຶອນຕຸລານີ້, OPEC+ ໄດ້ເກີດມີ ຫລາຍຄຳເຫັນ ທີ່ກົງກັນຂ້າມກັນ ເມື່ອປະກາດ ຂໍ້ຕົກລົງ ຫລຸດຜ່ອນ ປະລິມານ ນ້ຳມັນ ຕື່ມອີກ 2 ລ້ານຖັງ ຕໍ່ວັນ, ປະມານ 2% ຄວາມຕ້ອງການ ຂອງໂລກ, ມີຜົນສັກສິດ ນັບແຕ່ ເດືອນພະຈິກ 2022 ຈົນຮອດປີ 2023./. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top