ອາຊຽນ ຜັນຂະຫຍາຍແຜນການຊຸກຍູ້ຄວາມໝັ້ນຄົງ-ສັນຕິພາບ ແມ່ຍິງ ຢູ່ອາຊີ ຕາເວັນອອກ ສ່ຽງໃຕ້

06/12/2022 19:43
Email Print 535
ຂປລ ຕາມຖະແຫລງ ການຮ່ວມ ສະບັບໜຶ່ງຂອງ ອາຊຽນ, ວັນທີ 5 ທັນວານີ້, ອາຊຽນ ໄດ້ເລີ່ມ ຜັນຂະຫຍາຍ ແຜນການ ກະທຳ ພາກພື້ນ ກ່ຽວກັບ ຄວາມໝັ້ນຄົງ ແລະ ສັນຕິພາບ ຂອງແມ່ຍິງ, ສົມທົບກັບ ອົງການ ແມ່ຍິງ ສະຫະ​ ປະຊາ​ຊາດ (ສປຊ).

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ຕາມຖະແຫລງ ການຮ່ວມ ສະບັບໜຶ່ງຂອງ ອາຊຽນ, ວັນທີ 5 ທັນວານີ້, ອາຊຽນ ໄດ້ເລີ່ມ ຜັນຂະຫຍາຍ ແຜນການ ກະທຳ ພາກພື້ນ ກ່ຽວກັບ ຄວາມໝັ້ນຄົງ ແລະ ສັນຕິພາບ ຂອງແມ່ຍິງ, ສົມທົບກັບ ອົງການ ແມ່ຍິງ ສະຫະ​ ປະຊາ​ຊາດ (ສປຊ).ສຳລັບ ຖະແຫລງການ ໃຫ້ຮູ້ວ່າ: ແຜນການ ກະທຳ ຂອງອາຊຽນ ກ່ຽວກັບ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (ASEAN RPA on WPS) ໂດຍການນຳ ອາຊຽນ ຮັບຮອງເອົາ ທີ່ກອງປະຊຸມ ຂັ້ນສູງ ຄັ້ງທີ 40-41ຂອງ ອາຊຽນ ຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ເມື່ອເດືອນພະຈິກ ທີ່ຜ່ານມາ ແມ່ນຂໍ້ກູນແຈ ທີ່ອາດ ສາມາດ ມອບສົ່ງ ໃນອາຍຸການ ປະທານ ອາຊຽນ ຂອງກຳປູເຈຍ ເພື່ອແນໃສ່ ຊຸກຍູ້ ຄຳໝັ້ນສັນຍາ ຕໍ່ໂຄງການ ດຳເນີນງານ ກ່ຽວກັບ ຄວາມໝັ້ນຄົງ ແລະ ສັນຕິພາບ ຂອງແມ່ຍິງ ແລະ ຫັນຄຳໝັ້ນ ສັນຍາ ເປັນການກະທຳ ພ້ອມ​ທັງ ຮຽກຮ້ອງ ໃຫ້ບັນດາ ປະເທດ ອາຊຽນ ໃຫ້ຄຳໝັ້ນໝາຍ ຈະປະຕິບັດ ແຜນການດັ່ງກ່າວ./. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດ ປາກດີ

KPL

ຂ່າວອື່ນໆ

ads
ads

Top