ຊຽງຂວາງ ມີສະບຽງອາຫານພຽງພໍ ຮອງຮັບງານກິລາ ຊຽງຂວາງເກມ 2022

22/11/2022 17:51
Email Print 1276
ຂປລ ຂປລ.ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 13-22 ທັນວາ 2022 ທີ່​ຈະ​ມາ​ເຖິງ​ນີ້, ແຂວງຊຽງຂວາງ ​ໄດ້​ມີ​ຄວາມພ້ອມ​ຮອບດ້ານ ​​ໂດຍ​ສະ​ເພາະ​ ດ້ານ​ສະບຽງ​ອາຫານ​ ​ເປັນ​ຕົ້ນ ເຂົ້າ, ໝາກໄມ້, ພືດ-ຜັກ ທັນຍາຫານ ​ແລະ ຜົນ​ຜະລິດ​ພາຍ​ໃນ​ແຂວງ

ຂປລ.ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022) ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 13-22 ທັນວາ 2022 ທີ່​ຈະ​ມາ​ເຖິງ​ນີ້, ແຂວງຊຽງຂວາງ ​ໄດ້​ມີ​ຄວາມພ້ອມ​ຮອບດ້ານ ​​ໂດຍ​ສະ​ເພາະ​ ດ້ານ​ສະບຽງ​ອາຫານ​ ​ເປັນ​ຕົ້ນ ເຂົ້າ, ໝາກໄມ້, ພືດ-ຜັກ ທັນຍາຫານ ​ແລະ ຜົນ​ຜະລິດ​ພາຍ​ໃນ​ແຂວງ ແມ່ນມີພຽງພໍ ກັບຄວາມຕ້ອງການ ເພື່ອຮອງ​ຮັບ ມວນ​ຊົນ ກໍ​ຄື ທັບ​ນັກ​ກິລາ​ຂອງ​ບັນດາ​ແຂວງ ​ແລະ ແຂກ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ທີ່​ຈະ​ເຂົ້າ​ມາ. 

      ທ່ານ ກົງທະນູ ອຸ່ນສະຫວັນເຈົ້າເມືອງເມືອງແປແຂວງຊຽງຂວາງໃຫ້ສຳພາດຕໍ່ສື່ມວນຊົນ​ ​​ເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນແຂວງຊຽງຂວາງໄດ້ມີຄວາມພ້ອມຈັດງານກິລາ ຊຽງຂວາງເກມ 100%; ພ້ອມດຽວກັນນັ້ນ, ກໍໄດ້ກະກຽມດ້ານສະບຽງອາຫານເພື່ອຕອບສະໜອງພຽງພໍກັບຄວາມຕ້ອງການບໍລິໂພກ ​ເປັນ​ຕົ້ນ ຊີ້ນ, ປາ, ໄຂ່ ​ເຊິ່ງທົ່ວແຂວງ ມີຟາໄກ່ໄຂ່ 5 ຟາມ, ສາມາດຜ ລິດໄຂ່ໄດ້ 1.660.000 ກວ່າໜ່ວຍ, ຟາມໄກ່ຊີ້ນ 5 ຟາມ, ມີໄກ່ 20.000 ໂຕ ແລະ ຕ້ອງນຳເຂົ້າຕື່ມ 16.000 ໂຕ, ຟາມປາ 12 ຟາມ, ຜະລິດໄດ້ 10.400 ໂຕນ, ຕ້ອງໄດ້ນຳເຂົ້າຕື່ມ 8.320 ໂຕນ, ຟາມງົວ, ຄວາຍ ມີ 10 ຟາມ, (ຄວາຍ 1 ລ້ານ ກິໂລກຣາມ/ປີ, ງົວ 6.110.000 ກິໂລກຣາມ/ປີ), ຟາມໝູ 4 ຟາ​ມ, ມີ​ໝູ 1.800 ໂຕ, ຕ້ອງໄດ້ນຳເຂົ້າຕື່ມປະມານ 900 ກວ່າໂຕ.

      ນອກນັ້ນ, ຍັງມີອາຫານທີ່ຕ້ອງໄດ້ນຳເຂົ້າ ຈາກ​ພາຍ​ນອກຕື່ມອີກ ​ເຊັ່ນ: ອາຫານທະເລ ​ແລະ ໝາກ​ໄມ້ ອີກຈຳນວນໜຶ່ງ ໂດຍສະເພາະ ແມ່ນໝາກກ້ວຍ, ໝາກກ້ຽງ ສ່ວນໝາກໄມ້ຊະນິດອື່ນ ແມ່ນຍັງບໍ່ມີ ແລະ ບໍ່ທັນພຽງພໍກັບ ຄວາມຕ້ອງການຂອງຜູ້ບໍລິໂພກ ​ແຕ່ຢູ່ພາຍໃນແຂວງ ກໍມີພຽງໝາກໄມ້ພື້ນເມືອງ, ໝາກ​ໄມ້​ຕາມ​ລະດູ​ການ. ສະຫລຸບລວມແລ້ວ ຕ້ອງໄດ້ນຳເຂົ້າທັງ​ອາຫານ ​ແລະ ໝາກ​ໄມ້​ ຈຳນວນໜຶ່ງ.

ຂ່າວ-ພາບ: ທະນູ​ທອງ

KPL

ຂ່າວອື່ນໆ

ads
ads

Top