ລາວ-ຫວຽດນາມ ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ ພັດທະນາ​ແລວ​ທາງ​ການຂົນສົ່ງ ທິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ

04/11/2022 14:25
Email Print 5555
ຂປລ ຂປລ.ໃນວັນ​ທີ 4 ພະຈິກ 2022 ​ນີ້, ບໍລິສັດ ເຕີນກ໋າງໄຊງ່ອນ ສສ ຫວຽດນາມ, ​ໄດ້​ຈັດຊຸດ​ສຳ​ມະ​ນາ ຢູ່ນະຄອນຫລວງວຽງຈັນ ພາຍໃຕ້​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງພາກ​ພື້ນ, ພັດ ທະນາ​ບັນດາແລວ​ທາງ​ການຂົນສົ່ງ ທິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ” ປະຈຳປີ 2022

ຂປລ.ໃນວັນ​ທີ 4 ພະຈິກ 2022 ​ນີ້, ບໍລິສັດ ເຕີນກ໋າງໄຊງ່ອນ ສສ ຫວຽດນາມ, ​ໄດ້​ຈັດຊຸດ​ສຳ​ມະ​ນາ ຢູ່ນະຄອນຫລວງວຽງຈັນ ພາຍໃຕ້​ຫົວ​ຂໍ້ ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງພາກ​ພື້ນ, ພັດ ທະນາ​ບັນດາແລວ​ທາງ​ການຂົນສົ່ງ ທິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ປະຈຳປີ 2022 ​ໂດຍ​ມີ​ບັນດາ​ຜູ້ ຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ລາວ-ຫວຽດນາມ, ສາມະຄົມຂົນສົ່ງ, ນັກທຸລະກິດ, ຜູ້ປະກອບການ, ຜູ້​ຊ່ຽວຊານ​ດ້ານໂລຈິສຕິກຂອງ​ລາວ ​ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມປຶກສາຫາລື ໃນຄັ້ງນີ້ ມີເປົ້າໝາຍເພື່ອຍົກລະດັບການຮ່ວມມື, ການເພີ່ມທະວີການ ເຊື່ອມຕໍ່ລະຫວ່າງພາກພື້ນ, ການພັດທະນາແລວທາງຕາເວັນອອກ, ຕາເວັນຕົກ ແລະ ເພື່ອເປັນການ ຊຸກຍູ້ສົ່ງເສີມ, ການແລກປ່ຽນບົດຮຽນ, ປະສົບການ, ບັນດານິຕິກຳ, ສັນຍາການຂົນສົ່ງ, ສະມາຄົມ ລົດຂົນສົ່ງ, ສະຖານີຂົນສົ່ງ ແລະ ສູນເຕົ້າໂຮມແຈກຢາຍສິນຄ້າ, ບາງປະເທດ ໄດ້ມີການນໍາໃຊ້ການ ຂົນສົ່ງຂາດຽວ ເຮັດໃຫ້ຕົ້ນທຶນການຂົນສົ່ງສູງ ແລະ ຈະມີການບໍລິຫານ, ບໍລິການ, ຈັດສັນແນວໃດ ເພື່ອເຮັດໃຫ້ຄ່າຂົນສົ່ງຢູ່ລະດັບທີ່ເໝາະສົມ.

ໂອກາດດັ່ງກ່າວ, ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດ ສາຫະກໍາ ແລະ ການຄ້າ ກ່າວວ່າ: ຜົນຂອງກອງປະຊຸມ ໃນຄັ້ງນີ້, ຈະມີບົດບາດສໍາຄັນໃນການຊຸກຍູ້, ສົ່ງເສີມການຂົນສົ່ງ ທີ່ເປັນທ່າແຮງ ແລະ ການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ ເພື່ອໃຫ້ ບັນລຸໄດ້ ຕາມຈຸດປະສົງ ແລະ ເປົ້າໝາຍທີ່ທັງສອງລັດຖະບານ ລາວ-ຫວຽດນາມ ໄດ້ວາງໄວ້. ພ້ອມ ທັງ ຮຽກຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ບັນດາສະມາຄົມລົດຂົນສົ່ງ ແລະ ຈັດສົ່ງສິນຄ້າ ລະຫວ່າງປະເທດ, ລວມທັງຜູ້ພັດທະນາທາງບົກ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມກັນສ້າງກົນໄກຮ່ວມມື, ເອົາໃຈໃສ່ປຶກສາຫາລື, ຖອດຖອນ ແລະ ແລກບົດບົດຮຽນປະສົບການ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເຊິ່ງກັນ ແລະ ກັນ.

ທ່ານ ສົມວິໄຊ ວົງທິລາດ ໃຫ້ຮູ້ອີກວ່າ: ໂດຍອີງໃສ່ສະພາບປັດຈຸບັນ ເຫັນໄດ້ວ່າມີການ ຂົນສົ່ງສິນຄ້າລາວໄປ ສສ ຫວຽດນາມ ແລະ ສິນຄ້າຈາກ ສສ ຫວຽດນາມ ເຂົ້າມາລາວ ຜ່ານເສັ້ນ ທາງຫລາຍເສັ້ນທາງ ເພື່ອອອກສູ່ດ່ານ ເຮັດໃຫ້ເສັ້ນທາງຊຸດໂຊມເສຍຫາຍ ເກີດຂໍ້ຫຍຸ້ງຫຍາກ ໃນ ການຂົນສົ່ງ. ຕໍ່ກັບບັນຫາດັ່ງກ່າວ, ທາງຝ່າຍລາວ ກໍມີຂໍ້ຈໍາກັດທາງດ້ານງົບປະມານ ເພື່ອບໍາລຸງ ສ້ອມແປງ ຈຶ່ງຮຽກຮ້ອງມາຍັງ ສສ ຫວຽດນາມ ຄົ້ນຄ້ວາຊອກຫາຊ່ອງທາງຊ່ວຍເຫລືອຕື່ມ ແລະ ນໍາ ເອົາບັນຫາດັ່ງກ່າວນີ້ ໄປຄົ້ນຄວ້າ, ປຶກສາຫາລື ແກ້ໄຂບັນຫາທີ່ເປັນອຸປະສັກນີ້ໃຫ້ທ່ວງທັນ ກັບສະ ພາບການໃນປັດຈຸບັນ ແລະ ໃນຕໍ່ໜ້າ.

ເຖິງຢ່າງໃດກໍຕາມ, ເຖິງວ່າ ສປປ ລາວ ຈະບໍ່ມີການຂົນສົ່ງອອກທາງທະເລ  ແຕ່ຍັງໄດ້ຮັບ ການຊ່ວຍເຫລືອຈາກ ສສ ຫວຽດນາມ ໃນການເຊື່ອມຈອດກັບການຂົນສົ່ງທາງທະເລຂອງຫວຽດນາມ, ພ້ອມດຽວກັນນັ້ນ, ການເປີດບໍລິການເສັ້ນທາງທົດໄຟ ລາວ-ຈີນ, ຍັງສາມາດນໍາສົ່ງສິນຄ້າໄປປະເທດ ທີ່ສາມໄດ້ຢ່າງມີປະສິດຕິຜົນ. ສຳລັບ ທ່າແຮງໃນການພັດທະນາ logistics ໃນລາວ ດ້ວຍລະບົບ ເສັ້ນທາງລົດໄຟແລະບັນດາເສັ້ນທາງດ່ວນ ທີ່ໄດ້ເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ, ສປປ ລາວ ກຳລັງມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງ ເພື່ອພັດທະນາເປັນສູນການຄ້າເຊື່ອມຕໍ່ກັບບັນດາ ປະເທດອະນຸພາກພື້ນແມ່ນໍ້າຂອງໃນອະນາຄົດ.

ຂ່າວ: ທະນູທອງ ພາບ: ອ່າຍຄຳ

 

KPL

ຂ່າວອື່ນໆ

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ads
ads

Top