ເສດຖະກິດປະເທດພວມພັດທະນາໃນອາຊີ ຈະຂະຫຍາຍຕົວ4,3%ໃນປີນີ້

22/09/2022 19:35
Email Print 350
ຂປລ ສະບັບ​ ຫລ້າ​ສຸດ​ ຂອງ​ບົດ​ລາຍ​ງານ​ ການ​ວິ​ເຄາະ​ ການ​ຄາດ​ຄະ​ເນ ​ເສດຖະກິດ ​ອາຊີ 2022 ຂອງທະນາຄານ ​ພັດທະນາ​ອາຊີ (ADB) ​ໄດ້​ປັບ​ຫລຸດ ​ການ​ຄາດ​ຄະ​ເນ​ ການ​ເຕີບ​ໂຕ ​ທາງ​ເສດຖະກິດ​ ຂອງ​ພາກ​ພື້ນ ​ອາຊີ ​ແລະ ປາຊີ​ຟິກ ​ໃນ​ປີ​ນີ້ ​ລົງ​ເປັນ 4,3% ​ແລະ ​ໃນ​ປີໜ້າ​ເປັນ 4,9%

ຂປລ.ສຳນັກ​ຂ່າວ ​ຊິນ​ຮວາ​,ວັນ​ທີ22 ​ກັນຍາ​ນີ້,ສະບັບ​ ຫລ້າ​ສຸດ​ ຂອງ​ບົດ​ລາຍ​ງານ​ ການ​ວິ​ເຄາະ​ ການ​ຄາດ​ຄະ​ເນ ​ເສດຖະກິດ ​ອາຊີ 2022ຂອງທະນາຄານ ​ພັດທະນາ​ອາຊີ (ADB) ​ໄດ້​ປັບ​ຫລຸດ ​ການ​ຄາດ​ຄະ​ເນ​ ການ​ເຕີບ​ໂຕ ​ທາງ​ເສດຖະກິດ​ ຂອງ​ພາກ​ພື້ນ ​ອາຊີ ​ແລະ ປາຊີ​ຟິກ ​ໃນ​ປີ​ນີ້ ​ລົງ​ເປັນ 4,3% ​ແລະ ​ໃນ​ປີໜ້າ​ເປັນ 4,9% ​ເນື່ອງ​ຈາກ ​ການ​ທ້າ​ທາຍ​ຕ່າງໆ ​ຈາກ​ພາຍ​ນອກ​ຊຶ່ງສົ່ງ​ຜົນ​ກະທົບ​ ​ໄປ​ທົ່ວ​ພາກ​ພື້ນ ​ເຖິງ​ວ່າ ການ​ໃຊ້​ຈ່າຍ ​ແລະ ການ​ລົງທຶນ​ ຂອງ​ຜູ້​ບໍລິ​ໂພ​ກ ​ໃນ​ປະ​ເທດ ພວມ​ຂັບ​ເຄື່ອນ ​ການ​ເຕີບ​ໂຕ ​ຂອງ​ເສດຖະກິດ ຂະນະ​ທີ່ ກຸ່ມ​ປະ​ເທດ ​ໃນ​ພາກ​ພື້ນ ​ເດີນ​ໜ້າ ​ຟື້ນ​ຕົວ​ ຕາມ​ລຳດັບ ຈາກ​ໂຄ​ວິດ-19 ຊຶ່ງ​ສ່ວນ​ໜຶ່ງ​ ເປັນ​ຜົນ​ມາ​ຈາກ ​ແຜນການ​ ສັກ​ວັກ​ຊິນ ​ແລະ ຈຳນວນ​ ຜູ້​ເສຍ​ຊີວິດ ຈາກ​ພະຍາດ​ ດັ່ງກ່າວ ຫລຸດ​ລົງ ​ຢ່າງ​ຕໍ່​ເນື່ອງ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top