ຂປລ
ຂປລ. ໃນວັນທີ 21 ກັນຍາ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77ແລະ ກອງປະຊຸມປິ່ນອ້ອມ ລະດັບສູງຕ່າງໆ ທີ່ນະຄອນນິວຢອກ, ສະຫະລັດອາເມລິກາ.
ຂປລ. ໃນວັນທີ 21 ກັນຍາ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77ແລະ ກອງປະຊຸມປິ່ນອ້ອມ ລະດັບສູງຕ່າງໆ ທີ່ນະຄອນນິວຢອກ, ສະຫະລັດອາເມລິກາ.ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍໄດ້ຕາງໜ້າໃຫ້ຫົວໜ້າ ຄະນະຜູ້ແທນລາວ ກ່າວຄໍາເຫັນຕໍ່ກອງປະຊຸມລະດັບ ລັດຖະມົນຕີ ຂອງຂະບວນການບໍ່ຮ່ວມກຸ່ມ ຊຶ່ງໄດ້ຢ້ຳຄືນການຍົກສູງ ແລະ ການປົກປ້ອງຫລັກການພື້ນຖານ ຂອງຂະບວນການບໍ່ຮ່ວມກຸ່ມ ໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມື ເພື່ອການພັດທະນາ ໂດຍຜ່ານຂອບຫລາຍຝ່າຍ ພາຍໃຕ້ອົງການ ສປຊ ກໍຄື ການຮັດ ແໜ້ນຄວາມສາມັກຄີ ແລະ ຄວາມພະຍາຍາມຮ່ວມກັນ ໃນການແກ້ໄຂຜົນກະທົບ ຈາກວິກິດການຕ່າງໆໃນປັດຈຸບັນ, ພ້ອມທັງໄດ້ຍົກໃຫ້ເຫັນວ່າ ການດໍາເນີນມາດຕະການຝ່າຍດຽວ ບໍ່ສາມາດແກ້ໄຂບັນຫາ ສິ່ງທ້າທາຍຂອງໂລກໄດ້.
ໃນວັນກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະ ເທດ ກໍໄດ້ເຂົ້າຮ່ວມພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງ ຈາກຫລາຍປະເທດ ເພື່ອນມິດ ເຊັ່ນ: ທ່ານ ເອກກາດ ຣິ້ງເກີວິດ (EdgarsRinkevics) ລັດຖະມົນຕີ ກະຊວງການຕ່າງປະເທດ ສາທາລະນະລັດລັດເວີຍ, ທ່ານ ໄຟຊານ ເມກແດດ (Faisal Mekdad),ລັດຖະມົນຕີ ກະຊວງການຕ່າງປະເທດ ສາທາລະນະລັດ ອາຣັບ ຊີຣີ ແລະ ທ່ານ ນາງ ເຣດໂນ ມາຊຸຍດີ (RetnoMarsudi) ລັດຖະມົນຕີ ກະຊວງການຕ່າງປະເທດ ອິນໂດເນເຊຍ. ຕະຫລອດໄລຍະການພົບປະດັ່ງກ່າວ, ສອງຝ່າຍໄດ້ແຈ້ງສະພາບ ການພັດທະນາເສດຖະກິດ-ສັງຄົມໃຫ້ກັນ ແລະ ກັນຊາບ, ລວມທັງໄດ້ມີການ ແລກປ່ຽນທັດສະນະກ່ຽວກັບສະພາບ ການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ກໍຄື ການເພີ່ມທະວີ ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະໃນເວທີຂອງອົງການສະຫະປະຊາຊາດ
ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ມີໂອກາດ ພົບປະກັບທ່ານ ນາງ ແຄັດເທີີຣິນ ຣັດໂຊລ໌(Ms. Catherine Russel) ຜູ້ອໍານວຍການໃຫຍ່ ອົງການສະຫະປະຊາຊາດ ເພື່ອກອງທຶນເດັກ (UNICEF) ໂດຍທັງສອງຝ່າຍ ໄດ້ທົບທວນຄືນກ່ຽວກັບ ສະພາບການຮ່ວມມື ຕະຫລອດໄລຍະ ຫ້າທົດສະວັດຜ່ານມາ ເຊິ່ງອົງການ UNICEF ຖືເປັນອົງການເຄືອຂ່າຍ ສປຊ ທໍາອິດທີ່ເຂົ້າມາຕັ້ງຫ້ອງການຢູ່ລາວ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ສະແດງຄວາມຂອບໃຈຕໍ່ອົງການ UNICEF ທີ່ໄດ້ປະກອບສ່ວນ ອັນສໍາຄັນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຜ່ານການຈັດຕັ້ງປະຕິ ບັດ ແຜນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ UNICEFໃນແຕ່ລະໄລຍະ ທີ່ສຸມໃສ່ບູລິມະສິດ ການພັດທະນາຂອງ ສປປ ລາວ ໂດຍສະເພາະ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບເດັກນ້ອຍ ແລະ ແມ່ຍິງ ຢູ່ ສປປ ລາວ.
KPL