ສິລະ​ປິ​ນລາວ​ ກຽມຈັດ​ຄອນ​ເສີດ​ລະດົມ​ທຶນ​ຊ່ວຍ​​ຜູ້​ປະສົບ​ໄພ​ນໍ້າ​ຖ້ວມ​ ຢູ່ແຂວງອຸດົມ​ໄຊ

22/09/2022 10:06
Email Print 999
ຂປລ ການໃຫ້ຄວາມຊ່ວຍເຫລືອແກ່ຜູ້ປະສົບໄພພິບັດທາງທໍາມະຊາດ, ໂດຍສະເພາະໄພນໍ້າຖ້ວມທີ່ ​ແຂວງ​ອຸດົມ ໄດ້ສືບຕໍ່ດໍາເນີນ ດ້ວຍຄວາມຂຸ້ນຂ້ຽວ ຈາກທຸກພາກສ່ວນໃນສັງຄົມ ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ ​ແລະ ບັນ​ເທົາ ຄວາມ​ຍາກ​ລໍາບາກ​ຂອງ​ພໍ່​ແມ່​ປະຊາຊົນ.




          * ການໃຫ້ຄວາມຊ່ວຍເຫລືອແກ່ຜູ້ປະສົບໄພພິບັດທາງທໍາມະຊາດ, ໂດຍສະເພາະໄພນໍ້າຖ້ວມທີ່ ​ແຂວງ​ອຸດົມ ໄດ້ສືບຕໍ່ດໍາເນີນ ດ້ວຍຄວາມຂຸ້ນຂ້ຽວ ຈາກທຸກພາກສ່ວນໃນສັງຄົມ ​ເພື່ອ​ຫລຸດຜ່ອນ​ຜົນ​ກະທົບ ​ແລະ ບັນ​ເທົາ ຄວາມ​ຍາກ​ລໍາບາກ​ຂອງ​ພໍ່​ແມ່​ປະຊາຊົນ. ໃນນັ້ນ, ສະມາຄົມ​ສິລະ​ປິນ​ແຫ່ງ​ຊາດ​ລາວ​ ກໍ​ກຽມຈັດກິດຈະ​ກໍາ ຄອນ​ເສີດ​ການ​ກຸສົນ ທີ່​ເປັນ​ການ​ລວມ​ໂຕ ​ຂອງ​ສິລະ​ປິນລາວ​ທີ່​ມີ​ຊື່ສຽງ​ ເພື່ອ​ເປັນ​ການ​ລະດົມ ​ທຶນຮອນ, ວັດຖຸ​ອຸປະກອນ,​ ເຄື່ອງນຸ່ງ​ຫົ່ມ​.

          ທ່ານ ບົວ​ເງິນ ຊາພູ​ວົງ ປະທານ​ສະມາຄົມ​ສິລະ​ປິນ​ແຫ່ງ​ຊາດ​ລາວ ​ໄດ້​ກ່າວ​​ໃນ​ງານ​ຖະ​ແຫລ​ງ ຂ່າວ​ທີ່ຈັດຂຶ້ນ​ໃນວັນທີ່ໃນວັນທີ 20 ກັນຍາ 2022 ວ່າ: ດັ່ງ​ທີ່​ເຮົາ​ຮູ້​ນໍາ​ກັນ​ວ່າປັດຈຸບັນ ​ປະ​ເທດ​​ເຮົາ​ ​ໂດຍ​ສະ​ເພາະ​​ແຂວງ​ອຸດົມ​ໄຊກຳລັງ​ປະສົບ​​ໄພພິບັດ ​ທາງ​ທໍາ​ມະ​ຊາດ​ນໍ້າ​ຖ້ວມ​ ເຊິ່ງສ້າງ​ຄວາມ​ເສຍຫາຍ ຕໍ່ອາຄານ​ບ້ານເຮືອນ​​, ຊັບ​ສິນ, ​ເນື້ອ​ທີ່​ການ​ຜະລິດ​ຢ່າງໜັກໜ່ວງ ​ໂດຍ​ຫລາຍ​ພາກສ່ວນ​ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ກໍ​າລັງ​ຂຸ້ນຂຽວ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ ເພື່ອ​ບັນ​ເທົາ​ທຸກ​ໃນ​ເບື້ອງຕົ້ນ. ​ສະ​ເພາະສະມາຄົມສິລະ​ປິນລາວ ເມື່ອ​ເຫັນປະຊາຊົນ​ເດືອນ​ຮ້ອນ ກໍ​ມີ​ການ​ເຕົ້າ​ໂຮມ, ປຶກສາ​ຫາລື​ກັນ ​ ​​ເພື່ອ​ຈັດກິດຈະ​ກໍາ​ ຄອນ​ເສີດ​ການ​ກຸສົນ ທີ່​ເປັນ​ການ​ລວມ​ໂຕຂອງ​ສິປະ​ປິນລາວ ​ທີ່​ມີ​ຊື່ສຽງ ທັງ​ອາຊີບ ​ແລະ ສະໝັກຫລິ້ນ ບໍ່​ວ່າ​ຈະ​ເປັນ ໝໍຂັບ, ໝໍລໍາ, ນັກ​ຮ້ອງ​ສະຕິ​ງ, ລູກ​ທຸງ,​ ການສະ​ແດງ​ມາຍາ​ກົນ ຊຶ່ງງານດັ່ງກ່າວຈະຈັດ​ເປັນ​ເວລາ 3 ຊົ່ວ​ໂມງ ​ໃນ​ວັນ​ທີ 23 ກັນຍາ 2022 ທີ່​ກອງ​ສິລະ​ປະກອນ​ແຫ່ງ​ຊາດ ​ເພື່ອ​ລະດົມ​ທຶນ​ຮ້ອນ, ວັດຖຸ​ອຸປະກອນ ​ແລະ ​ເຄື່ອງນຸ່ງ​ຫົ່ມ ຊຶ່ງການ​ຮັບ​ບໍລິຈາກ​ແມ່ນ​ເລີ່​ມ ​ແຕ່​ເວລາ 8:00 ​ໂມງ​​ເປັນ​ຕົ້ນ​ໄປ ສ່ວນ​ຄອນ​ເສີດ​ແມ່ນ​ເລີ່​ມ​ແຕ່​ເວລາ 16:00-18:00 ໂມງ​ແລງ​; ​ການຈັດ​ງານ​ຄັ້ງ​ນີ້​ຫວັງ​ວ່າ​​ປະຊາຊົນຈະ​ສະລະ​ເວລາມາ​ຮ່ວມ​ງານ​​ ເພື່ອ​ແບ່ງປັນ​ນໍ້າ​ໃຈ​ຊ່ວຍ​ເຫລືອ​ກັນ​ໃນ​ຍາມ​ຫຍຸ້ງຍາກ.

ພ້ອມນີ້, ທ່າ​ນ  ສຸລິຍະ ຕະນຸ​ວັນ ຍັງ​ເຜີຍ​ຄວາມ​ຮູ້ສຶກ​ວ່າ: Newgen Entertainment ​ເປັນ​ທັງຄ້າຍ​ເພງ ​ແລະ ສູນ​ລວມ​ໄວໜຸ່ມ ສໍາລັບງານ​ນີ້​ສະໜັກ​ໃຈ​ເຂົ້າ​ຮ່ວມ​ ເພາະ​ເຫັນ​ເຖິງ ​ຄວາມ​ເສຍ​ຫາຍ​ ຂອງ​ອຸ​ທົກກະ​ໄພ​ທີ່​ພີ່ນ້ອງ​ລາວ ​ທາງ​ພາກ​ເໜືອທີ່​ໄດ້​ຮັບ ​ແລະ ​ໃນ​ນາມ​ທີ່​ເປັນ​ໂຕ​ແທນ​ສິລະປິນ ໄວໜໜຸ່ມກໍ​ຂໍ​ເຊີນຊວນ ​ທຸກໆຄົນຂົ້າ​ເຂົ້າ​ຮ່ວມ​ງານ​ນີ້ ເພື່ອຮ່ວມ​ແບ່ງປັນ​ນໍ້າ​ໃຈ ວັດຖຸ​ສິ່ງ​ຂອງ​ຕ່າງໆ ​ສົ່ງຕໍ່​ໃຫ້​ປະຊາຊົນ​ ທີ່​ກໍາລັງ​ລໍາບາກ​ຄອຍ​ຖ້າ​ການ​ຊ່ວຍ​ເຫລືອຈາກ​ສັງຄົມ.

      ສໍາລັບ​ທ່ານ​ໃດ​ມີ​ຄວາມ​ສົນ​ໃຈ ຢາກ​ຮ່ວມ​ບໍລິຈາກ ກໍ​ສາມາດ​ຕິດຕໍ່ສອບ​ຖາມ​ຂໍ້​ມູນ​ເພີ່ມ​ທີ່​ເບີ 020 59998198, 020 55616405./.


KPL

ຂ່າວອື່ນໆ

ads
ads

Top