ຂັບຂີ່ປອດໄພ

22/09/2022 09:30
Email Print 540
ຂປລ ບັນຫາອຸບັດເຫດຕາມທ້ອງຖະໜົນ ໃນເມືອງໃຫຍ່ ແມ່ນປະກົດການຫຍໍ້ທໍ້ສັງຄົມ ທີ່ໄດ້ມີຄວາມພະຍາຍາມແກ້ໄຂ ບໍ່ວ່າແຕ່ຢູ່ໃນປະເທດເຮົາ, ບັນດາປະເທດ ທັງຮັ່ງມີພັດທະນາແລ້ວ ກໍ່ຄືພວມພັດທະນາ ແລະ ດ້ອຍພັດທະນາ ແມ່ນ ລ້ວນມີບັນຫາທີ່ແຕກຕ່າງກັນໄປ ຕາມແຕ່ລະສະພາບ-ເງື່ອນໄຂໃຜລາວ.

          ບັນຫາອຸບັດເຫດຕາມທ້ອງຖະໜົນ ໃນເມືອງໃຫຍ່ ແມ່ນປະກົດການຫຍໍ້ທໍ້ສັງຄົມ ທີ່ໄດ້ມີຄວາມພະຍາຍາມແກ້ໄຂ ບໍ່ວ່າແຕ່ຢູ່ໃນປະເທດເຮົາ, ບັນດາປະເທດ ທັງຮັ່ງມີພັດທະນາແລ້ວ ກໍ່ຄືພວມພັດທະນາ ແລະ ດ້ອຍພັດທະນາ ແມ່ນ ລ້ວນມີບັນຫາທີ່ແຕກຕ່າງກັນໄປ ຕາມແຕ່ລະສະພາບ-ເງື່ອນໄຂໃຜລາວ. ບັນຫານີ້ ເຖິງແມ່ນໄດ້ມີຄວາມພະຍາຍາມສູງ, ແຕ່ບັ້ນຮົບ ເພື່ອຕີຖອຍບັນຫາ ກໍ່ບໍ່ສາມາດ ເຮັດໄດ້ເດັດຂາດ ຫລື ຕົກໄປ, ພຽງແຕ່ເຮັດ ໃຫ້ມີໜ້ອຍລົງ ຊຶ່ງກໍ່ມາຈາກ ຫລາຍສາເຫດ, ສໍາຄັນປະການໜຶ່ງ ແມ່ນພົວພັນເຖິງນັກຂັບຂີ່ ຊຶ່ງເປັນຜູ້ບັນຊາພວງມະໄລ ທີ່ບໍ່ໄດ້ປະຕິບັດຕາມລະບຽບ ກົດໝາຍໄດ້ເຄັ່ງຄັດ ເທົ່າທີ່ຄວນ.

          ເວົ້າກ່ຽວກັບ ອຸບັດເຫດທາງຖະໜົນ ຈະແກ້ໄຂໃຫ້ໄດ້ຂາດຕົວນັ້ນຄົງຈະເປັນໄປບໍ່ໄດ້, ເຮັດໄດ້ແຕ່ເປັນການບັນເທົາ ໃຫ້ເບົາ ຫລື ໜ້ອຍລົງ. ເນື່ອງຈາກສື່ສັງຄົມ ພັດທະນາໄວ-ກວ້າງຂວາງ, ຂ່າວ ແລະ ການແຈ້ງອຸບັດເຫດ ທາງຖະ ໜົນ ກໍ່ຄືເຫດການອື່ນໆ ທີ່ເກີດຂຶ້ນໄດ້ ໃຫ້ຄົນຫລາຍລ້ານ ເຫັນນໍາກັນທັນການ. ໃນອາທິດຜ່ານມາ ຢູ່ນະຄອນຫລວງວຽງຈັນ ກໍ່ມີກໍລະນີທີ່ເກີດຂຶ້ນ ຢູ່ສີ່ແຍກໄຟແດງທາດຫລວງ, ຫາງສຽງສັງຄົມສ່ວນຫລາຍ ກໍ່ສະແດງຄວາມເປັນຫ່ວງ, ສຸດ ທ້າຍການສືບສວນສອບສວນ ຂອງເຈົ້າໜ້າທີ່ຕໍາຫລວດ ກ່ຽວຂ້ອງກໍ່ໄດ້ຄວາມຈິງວ່າ ສາເຫດກ່ຽວຂ້ອງ ກັບຄວາມຮັບຜິດຊອບ ຂອງນັກຂັບຂີ່ໂດຍກົງ, ຍ້ອນມີອາການມຶນເມົາ. ຕະຫລອດໃນໄລຍະຜ່ານມາ, ອຸບັດເຫດລົດຕໍາກັນ ສາເຫດ ກໍ່ມາ ຈາກບໍ່ນັບຖືລະບຽບກົດໝາຍ ເປັນຕົ້ນ ສະພາບເຕັກນິກລົດບໍ່ຮັບປະກັນ, ຂັບຂີ່ດ້ວຍອາການເມົາ, ບໍ່ປະຕິບັດ ກໍ່ຄືລ່ວງລະເມີດກົດລະບຽບຈະລາຈອນ...

          ມີຫລາຍທັດສະນະ ຍັງເຫັນວ່າ ຄວາມສ່ຽງຂອງການເກີດອຸບັດເຫດທາງຖະໜົນ ໂດຍສະເພາະລົດຕໍາກັນ, ລົດຕໍາເສົາໄຟຟ້າ...ລົ້ມເອງ, ປີ້ນເອງ...ໂດຍບໍ່ນັບລວມກັບ ຍ້ອນໄພພິບັດທາງທໍາມະຊາດ ນໍ້າຊຸ ດິນເຈື່ອນ...ແມ່ນຄວນ ແກ້ ໄຂຢູ່ຈຸດ “ຜູ້ຂັບຂີ່” ເປັນສໍາຄັນ. ການປຸກລະດົມ ກໍ່ຄືການເຮັດວຽກແນວຄິດ ເພື່ອໃຫ້ນັກຂັບຂີ່ເຂົ້າໃຈເລິກ ແລະ ປະຕິບັດກົດຈະລາຈອນ ເຄັ່ງຄັດນັ້ນ ບໍ່ງ່າຍ, ຍັງຕ້ອງອາໄສເວລາຕໍ່ໄປ ເພື່ອເປັນສິ່ງພິສູດ. ພ່ອງກໍ່ວ່າເວລາໃດ ຄົນສັງຄົມ ນັ້ນມີ ລະດັບການສຶກສາສູງຂຶ້ນ, ການປະຕິບັດ ລະບຽບກົດໝາຍຈະດີຂຶ້ນ ຊຶ່ງກໍ່ມີບາງພ່ອງ ວ່າກໍ່ບໍ່ອາດເວົ້າໄດ້ເຕັມສ່ວນ ເພາະບາງທີກໍລະນີ ທີ່ເກີດຄວາມຫຍໍ້ທໍ້ຕ່າງໆ ບາງທີກໍ່ແມ່ນຜູ້ທີ່ຮູ້ດີ ລະບຽບກົດໝາຍຢູ່ແລ້ວ, ພຶດຕິກໍາຕົວຈິງສັງຄົມ ໄດ້ໃຫ້ ພວກເຮົາເຫັນມາແລ້ວ ເປັນໄລຍະໆ ເພາະຄົນໃນເມືອງ, ສາມາດມີລົດ, ຂັບຂີ່ໄດ້...ລ້ວນແຕ່ມີພື້ນຖານ ການສຶກສາດີມາແລ້ວ. ຈຶ່ງມີບາງຄໍາເຫັນ ທີ່ເປັນແງ່ຄິດວ່າ ສໍາຄັນຢູ່ທີ່ ສໍານຶກດີຂອງຄວາມເປັນມະນຸດ.

          ພວກເຮົາເປັນສັງຄົມແຫ່ງຄວາມເອື້ອເຟື້ອ, ເພດຊາຍ ໂດຍສ່ວນໃຫຍ່ ພົບກັນ ມັກຈະຕ້ອນຮັບກັນ ດ້ວຍສຸລາເມໄລ ຕາມແຕ່ລະເງື່ອນໄຂ, ອັນນີ້ອາດຕ້ອງຍອມຮັບ ຄວາມເປັນຈິງ. ຂໍ້ດີມັນກໍ່ອາດຈະມີບໍ່ໜ້ອຍ, ຖ້າເຮັດໃຫ້ການ ຕ້ອນຮັບ, ການພົບປະ-ສັງສັນ, ຄົບງັນ-ຫລິ້ນບຸນ...ມີຄວາມພໍດີພໍງາມ. ຖ້າເຮັດໄດ້ຄືຄໍາບູຮານວ່າ “ກິນພໍຫອມປາກຫອມຄໍ” ກໍ່ຄົງຈະບໍ່ເກີດຄວາມສ່ຽງໃດໆ, ແຕ່ຖ້າໃຫ້ເຖິງຂັ້ນ ເໝັນປາກ ເໝັນຄໍ ...ກໍ່ກະທົບເຖິງສະຕິຄວາມ ຈໍາ ແລະ ຄວາມສາມາດ ທາງປະສາດທຸກສ່ວນຮ່າງກາຍ ຈະຫລຸດລົງທັນທີ, ການຂັບຂີ່ລົດ ກໍ່ຈະບໍ່ມີຄວາມຮັບປະກັນ ຄວາມປອດໄພ, ບັນຫານີ້ເຖິງວ່າໄດ້ມີການ ໂຄສະນາປຸກລະດົມ ຫລາຍຮູບຫລາຍແບບ ແຕ່ກໍ່ຍັງເຫັນວ່າ ບໍ່ທັນໄດ້ຜົນດີເທົ່າທີ່ຄວນ. ສະນັ້ນ ກໍ່ມີບາງຄໍາຄິດຄວາມເຫັນວ່າ ຄວນຈະຕ້ອງເຂັ້ມງວດຂຶ້ນອີກ ໃນການກວດກາຜູ້ຂັບຂີ່ ແລະ ໃຫ້ມີຄວາມເດັດຂາດ ຕໍ່ຜູ້ຂັບຂີ່ດ້ວຍອາການເມົາ. ບັນຫານີ້ ອາດຈະພົວພັນຫລາຍດ້ານ, ການຕັ້ງດ່ານກວດກາ ບາງໄລຍະ, ບາງບ່ອນ ກໍ່ວ່າ ບໍ່ເໝາະບໍ່ສົມ (ຄວາມຈິງພວກເຮົາ ຄວນເຂົ້າໃຈການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ແລະ ໃຫ້ຄວາມຮ່ວມມື ເປັນຢ່າງດີກັບຊຸມເພິ່ນ), ອັນຕໍ່ມາ ກໍ່ຕ້ອງອາໄສ ກໍາລັງທັງຄົນ ແລະ ເຄື່ອງມື(ເຄື່ອງກວດລະດັບ ທາດເຫລົ້າ ແລະ ແລະອື່ນໆ) ຊຶ່ງ ຍັງເຫັນວ່າ ມີຄວາມຈໍາກັດແທ້ ໃນສະພາບປັດຈຸບັນ ຍ້ອນຄວາມຫຍຸ້ງຍາກ ຊົ່ວຄາວທາງດ້ານການເງິນ-ງົບປະມານນີ້ລະນໍ. ເຖິງຢ່າງໃດກໍ່ດີ ຫລາຍທັດສະນະກໍ່ເຫັນວ່າ ການຂັບຂີ່ປອດໄພ ຕ້ອງໄດ້ຮັບຄວາມຮ່ວມໄມ້ຮ່ວມມື ຈາກທຸກນັກ ຂັບຂີ່ ບໍ່ວ່າລົດນ້ອຍລົດໃຫຍ່. ປະການສໍາຄັນໜຶ່ງ ແມ່ນຢູ່ໃນຄອບຄົວຫົວເຮືອນ ກໍ່ຕ້ອງໄດ້ອົບຮົມບົ່ມສອນ ລູກຫລານກ່ຽວກັບ ການຂັບຂີ່ແນວໃດ ຈຶ່ງປອດໄພ, ໃນນັ້ນ ຜູ້ບອກສອນກໍ່ຕ້ອງເປັນເປັນຢ່າງທີ່ດີ ນໍາໜ້າກ່ອນ.

          ສະຫລຸບວ່າ ການຂັບຂີ່ປອດໄພ ຕ້ອງອາໄສການຮ່ວມແຮງຮ່ວມໃຈກັນ ຂອງນັກຂັບຂີ່ທຸກຄົນ, ພ້ອມກັນປະຕິບັດ ກົດລະບຽບຈະລາຈອນ ກໍ່ຄືລະບຽບກົດໝາຍບ້ານເມືອງ ໃຫ້ເຂັ້ມງວດ ເພື່ອພ້ອມກັນປະກອບສ່ວນ ສ້າງຄວາມສະ ຫງົບໃຫ້ສັງຄົມ.

* ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top