ຕຳຫລວດຈະລາຈອນ ນວ ອຳນວຍຄວາມ ສະດວກການສັນຈອນ ມື້ໄຂສົກຮຽນໃໝ່

01/09/2022 13:19
Email Print 1243
ຂປລ ຂປລ. ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໃນມື້ເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາ 2022 ນີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ພະແນກຕໍາຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ສົມທົບກັບ ບັນດາກອງຕໍາຫລວດຈະລາຈອນເມືອງ

ຂປລ. ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໃນມື້ເປີດສົກຮຽນໃໝ່ ໃນວັນທີ 1 ກັນຍາ 2022 ນີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ພະແນກຕໍາຫລວດຈະລາຈອນ ຫ້ອງຕໍາຫລວດ ປກສ ນະຄອນຫລວງວຽງຈັນ ໄດ້ສົມທົບກັບ ບັນດາກອງຕໍາຫລວດຈະລາຈອນເມືອງ ວາງແຜນຈັດກໍາລັງຕໍາຫລວດຈະລາຈອນ ເກືອບ 500 ຄົນ ລົງປະຈໍາຢູ່ຕາມສາຍທາງຕ່າງໆ ຈໍານວນ 212 ຈຸດ. ໃນນີ້, ຈຸດໂຮງຮຽນ ມີ 40 ຈຸດ, ຈຸດທາງ 3 ແຍກ 4 ແຍກ ມີ 107 ຈຸດ, ປ້ອມຍາມ ມີ 65 ປ້ອມ; ນອກນັ້ນ, ຍັງມີ ໜ່ວຍສາຍກວດສໍາລັບເລາະຈັດລະບຽບສາຍທາງຕື່ມອີກ.
  ທ່ານ ພັທ ສັງຄົມ ຍົມມະລາດ ຮອງຫົວໜ້າພະແນກຕໍາ ຫລວດຈະລາຈອນ ນະຄອນຫລວງວຽງຈັນ ກ່າວຕໍ່ນັກຂ່າວ ໜັງສືພິມຄວາມສະຫງົບ ໃນວັນທີ 30 ສິງຫາ 2022 ວ່າ: ການລົງປະຕິບັດໜ້າທີ່ຂອງກໍາລັງຕໍາຫລວດຈະລາຈອນ ໃນແຕ່ລະວັນ ຈະເນັ້ນໃສ່ 3 ໜ້າວຽກໃຫຍ່ ຄື: ວຽກ ໂຄສະນາ ແລະ ແນະນໍານັກຂັບຂີ່
, ວຽກລະບາຍການສັນຈອນ ແລະ ວຽກບັງຄັບໃຊ້ກົດໝາຍ; ທັງໝົດນີ້ກໍເພື່ອ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະໜົນ ສັນຈອນໄປມາຢ່າງມີຄວາມສະດວກ ແລະ ປອດໄພ.
  ໂອກາດດຽວກັນ
, ທ່ານ ສັງຄົມ ຍົມມະລາດ ໄດ້ຮຽກຮ້ອງມາຍັງບັນດາທ່ານ ພໍ່ແມ່-ຜູ້ປົກຄອງ, ຄູ-ອາຈານ, ນ້ອງນັກຮຽນ, ນັກສຶກສາ ຂໍໃຫ້ຕື່ນແຕ່ເຊົ້າອອກເດີນທາງ ກ່ອນເວລາລົດແອອັດ ເພື່ອຮັບປະກັນໃຫ້ລູກຫລານໄປຮອດໂຮງຮຽນທັນກັບເວລາ.

ຂໍ້ມູນ: ໜັງສືພິມປ້ງກັນຄວາມສະຫງົບ

 

 

KPL

ຂ່າວອື່ນໆ

ads
ads

Top