ຍົກລະດັບ​ ດ້ານ​ສິດ​ທິ​ມະ​ນຸດ​ ແກ່ ສ​ສ​ຊ ແລະ ສ​ສ​ຂ 4 ແຂວງ​ພາກ​ໃຕ້

01/09/2022 11:50
Email Print 1188
ຂປລ ຂປລ.ສ​ພ​ຊ​. ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ​ສະ​ພາ​ແຫ່ງ​ຊາດ ຮ່ວ​ມ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ ເຜີຍ​ແຜ່​ສົນ​ທິ​ສັນ​ຍາ​ສາ​ກົນ​ດ້ານ​ສິດ​ທິ​ມະ​ນຸດ​ທີ່ ສ​ປ​ປ​ລາວ​ ເປັນ​ພາ​ຄີ ​ໃຫ້​ແກ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສສຊ)



      ຂປລ.ສ. ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຮ່ວກັບກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສຳມະນາ ເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດທີ່ ສລາວເປັນພາຄີ ໃຫ້ແກ່ສະມາຊິກສະພາແຫ່ງຊາດ(ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ(ສສຂ) 4 ແຂວງພາກໃຕ້ ຄື:ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປືຂຶ້ນ ໃນລະຫວ່າງວັນທີ 1-2 ກັນຍາ 2022 ທີ່ສະໂມສອນແຂວງສາລະວັນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດຂອງ ສ ລາວໃນເວທີສາກົນ ແລະ ພາກພື້ນ ລວມທັງພັນທະຕ່າງໆ ພາຍໃຕ້ສົນທິສັນຍາສາກົນທີ່ ສ ລາວເຂົ້າເປັນພາຄີ; ທັງເປັນບ່ອນອີງ ແລະ ໄດ້ຮັບການຄຳນຶງເຖິງການປະຕິບັດໜ້າທີ່ວຽກງານທີ່ມີກຽດ. ການສຳມະນາຄັ້ງນີ້ ໂດຍການເປັນປະທານຮ່ວມລະຫວ່າງທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ແລະ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງກາຕ່າງປະເທດ ເຊິ່ງໄດ້ຮັບການສະໜັບສະໜູນຈາກແຜນງານມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານປົກຄອງທີ່ດີແລະການສ້າງລັດປົກຄອງດ້ວຍກົດໝາຍ (CEGGA).

      ການສຳມະນາ ຄັ້ງນີ້ ບັນດາ ສສຊ ແລະ ສສຂ ໄດ້ຮັຟັງຄວາມຮູ້ພື້ນຖານກ່ຽວກັບວຽກງານສິດທິມະນຸດ ແລະ ການເຄື່ອນໄຫວຽກງານສິດທິມະນຸດຂອງ ສ ລາວ ໃນເວທີພາກພື້ນ ແລະ ສາກົນ ຈາກຕາງໜ້າກົສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ; ພາລະບົດບາດຂອງສະພາແຫ່ງຊາດຕໍ່ກັບການຮັບຮອງ, ໃຫ້ສັດຕະຍາບັນ ແລະ ການເຂົ້າຮ່ວມ ເປັນພາຄີສົນທິສັນຍາ, ການຕິດຕາມການຈັດຕັ້ງປະຕິບັດພັນທະ ພາຍໃຕ້ສົນທິສັນຍາສາກົນ ຈາກຕາງໜ້າກົມພົວພັນລັດສະພາຫລາຍຝ່າຍ, ກຳມາທິການຕ່າງປະເທດ;  ການເຂົ້າຮ່ວມຂະບວນການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ 3 ຕາງໜ້າກົມສົນທິສັນຍາ ແລະ ກົໝາຍກະຊວງການຕ່າງປະເທດ; ວຽກງານການຄຸ້ມຄອງການເຄື່ອນໄຫວສາສະໜາຢູ່ ສ ລາວຈາກຜູ້ຕາງໜ້າກົມຊົນເຜົ່າແລະ ສາສະໜາ, ກະຊວງພາຍໃນ.

ພ້ອມນັ້ນ ຍັງໄດ້ຮັບຮູ້ການສັງລວມຂໍ້ກ່າວຫາກໍລະນີຕ່າງໆ ພາຍໃຕ້ຂັ້ນຕອນພິເສດ ສຊ ແລະ ການຕອບໂຕ້ຊີ້ແຈງອະທິບາຍຂອງ ສລາວ ແລະ ການເຜີຍແຜ່ກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ຈາກຕາງໜ້າກົມສົນທິສັນຍາ ແລະ ກົດໝາຍກະຊວງການຕ່າງປະເທດ. ຈາກນັ້ນ ຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບົດຕ່າງໆ ແລະ ສົນທະນາຖອດຖອນບົດຮຽນຕາມບັນຫາທີ່ຕົນເອງໃຫ້ຄວາມສຳຄັນ ແລະ ຈຳເປັນຕໍ່ການປະຕິບັດໜ້າທີ່ໃນທ້ອງຖິ່ນຂອງຕົນ.

(ສອນສັກ ວັນວິໄຊ)


 


KPL

ຂ່າວອື່ນໆ

ads
ads

Top