ສ້າງຄວາມເຂັ້ມແຂງໃຫ້ແກ່ ສສຂ ພະນັກງານຊ່ວຍວຽກ ແລະ ວິຊາການ

31/08/2022 20:09
Email Print 1013
ຂປລ ຂປລ. ຊຸດອົບຮົມສ້າງຄວາມເຂັ້ມແຂງ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຜນ​ງົບ​ປະ​ມານ ແລະ ວຽກ​ງານ ​ການ​ຕິດ​ຕາມກວດ​ກາຂອງ 3 ຄະ​ນະ​ກຳ​ມະ​ການ ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ

ຂປລ. ຊຸດ​ອົບ​ຮົມ​ສ້າ​ງ​ຄວາມ​ເຂັ້ມ​ແຂງ​ ໃນ​ການ​ຕິດ​ຕາມກວດ​ກາ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ, ແຜນ​ງົບ​ປະ​ມານ ແລະ ວຽກ​ງານ ​ການ​ຕິດ​ຕາມກວດ​ກາຂອງ 3 ຄະ​ນະ​ກຳ​ມະ​ການ ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຂວງ ໃຫ້​ແກ່​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ແຂ​ວງ (ສ​ສ​ຂ), ພະ​ນັກ​ງານ​ຊ່ວຍ​ວຽກ ແລ ະພະ​ນັກ​ງານ​ວິ​ຊາ​ການ ​ຂອງ​ສະ​ພາ​ປະ​ຊາ​ຊົນ​ ແຂວງ​ຈຳ​ປາ​ສັກ ຈັດ​ຂຶ້ນ​ໃນວັນ​ທີ 31 ສິງ​ຫາ-2 ກັນ​ຍາ 2022 ທີ່​ຫ້ອງ​ການ​ປົກ​ຄອງ​ເມືອງ​ໂຂງ ​ແຂວງ​ຈຳ​ປາ​ສັກ ​ໂດ​ບການ​ເປັນ​ປະ​ທານ ​ກ່າວ​ເປີດ​ໂດຍ ທ່ານ ສົມ​ສີ ມະ​ນີ​ນິນ ຮອງ​ປະ​​ທານ​ສະ​ພາ​ ປະ​ຊາ​ຊົນ​ແຂວງ​ຈຳ​ປາ​ສັກ ​ໂດຍໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ​ໃຫ້​ທຶນ​ຈາກ ແຜນ​ງານ​ເຊ​ກາ (GIZ). ທັງ​ນີ້, ກໍເພື່ອເຮັດໃຫ້ສະມາຊິກ ສະພາປະຊາຊົນແຂວງ ແລະ ພະນັກງານລັດຖະກອນ ຂອງສະພາປະຊາຊົນແຂວງ ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບວຽກງານການ ເປັນເສນາທິການໃຫ້ແກ່ ສະພາປະຊາຊົນແຂວງ ໄດ້ເປັນຢ່າງດີ ໂດຍສະເພາະ ວຽກງານການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ວຽກງານການແກ້ໄຂ ຄຳຮ້ອງທຸກ, ທັກສະການລົງ ພົບປະຜູ້ມີສິດເລືອກຕັ້ງ.

​ໂອກາດ​ນີ້, ຜູ້​ເຂົ້າ​ຮ່ວມ​ໄດ້ ພ້ອມກັນ​ຄົ້ນ​ຄວ້າ, ກໍາແໜ້ນເນື້ອໃນ ຂອງກອງປະຊຸມ ທັງ​ໝົດ 7 ຫົວຂໍ້ ເປັນ​ຕົ້ນ: ການຕິດຕາມກວດກາ ແຜນງົບປະມານ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ; ກົນໄກ ແລະ ວິທີການຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ການກວດສອບ ແລະ ກວດກາ ຂອງຄະນະ ກໍາມະການເສດຖະກິດ ແຜນການ ແລະ ການເງິນ; ວຽກງານການຕິດຕາມກວດກາ ການປະຕິບັດຄາດໝາຍສູ້ຊົນ ໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ຄວາມຮູ້ພື້ນ ຖານກ່ຽວກັບວຽກງານຊົນເຜົ່າ ແລະ ສາສະໜາ; ວຽກງານການຕິດຕາມກວດກາ ການແກ້ໄຂຄໍາຮ້ອງ ຂໍຄວາມເປັນທໍາ, ຄໍາສະເໜີຂອງພົນລະເມືອງ;  ທັກສະການລົງພົບ ປະຜູ້ມີສິດເລືອກຕັ້ງ; ການຈັດກອງປະຊຸມທາງໄກ ແລະ ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະສະມາຊິກ ສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງ-ນະຄອນ.

ໃນ​ພິ​ທີ, ​ປະ​ທານກອງ​ປະ​ຊຸມ​ ​ໄດ້ຮຽກຮ້ອງ​ໃຫ້ ສໍາມະນາກອນທຸກທ່ານ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ບົດຮຽນດ້ວຍຄວາມເປັນ ເຈົ້າການ, ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ, ເອົາໃຈ ໃສ່ຕິດຕາມການນໍາສະເໜີບົດ ຮຽນຂອງວິທະຍາກອນ ໃນແຕ່ລະຫົວຂໍ້ ພ້ອມທັງໃຫ້ການຮ່ວມມື ໃນການສົນທະນາ, ຖາມ-ຕອບ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ຂ່າວ-ພາບ: ສອນ​ສັກ ວັນ​ວິ​ໄຊ

KPL

ຂ່າວອື່ນໆ

ads
ads

Top