ຂປລ
ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ ແລະ ໄດ້ພົບປະກັບ ສະຫາຍ ນາງ ຫງວຽນ ທິ ເຮືອງ ຊາງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນແຂວງບັກນິງ (ເຈົ້າແຂວງ)

ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ ແລະ ໄດ້ພົບປະກັບ ສະຫາຍ ນາງ ຫງວຽນ ທິ ເຮືອງ ຊາງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນແຂວງບັກນິງ (ເຈົ້າແຂວງ) ເຊິ່ງການພົບປະຄັ້ງນີ້,ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງທີ່ ສະຫາຍເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກນິງ ໃນທ່າມກາງບັນຍາກາດທີ່ສອງປະເທດພວມຈັດ ກິດຈະກໍາຕ່າງໆ ເພື່ອພ້ອມກັນສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ເພື່ອຫວນຄືນສອງວັນ ປະຫວັດສາດທີ່ສຳຄັນ ຄື: ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 60 ປີ (05/09/1962-05/09/2022) ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ(18/07/1977-18/07/2022).
ໂອກາດນີ້, ສະຫາຍ ນາງ ຫງວຽນ ທິ ເຮືອງ ຊາງ ກໍໄດ້ລາຍງານ ໂດຍຫຍໍ້ກ່ຽວກັບ ສະພາບການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະຜ່ານມາ ພ້ອມທັງໄດ້ແຈ້ງໃຫ້ຊາບ ການພົວພັນຮ່ວມມືກັບ ສປປ ລາວ ໂດຍສະເພາະ ແຂວງ ບັກນິງ ໄດ້ເຊັນບົດບັນທຶກ ການແຮກສ່ຽວກັບ ແຂວງຫົວພັນ ຂອງລາວ ໄລຍະ 2022-2025, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບ ໂຄງການຊ່ວຍເຫລືອ ຂອງແຂວງບັກນິງ ໃຫ້ກັບແຂວງຫົວພັນ ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ ສະຫາຍເອກອັກຄະລັດຖະທູດ ມາດຳລົງຕຳແໜ່ງຢູ່ ສສ ຫວຽດນາມ ຈະເປັນຂົວຕໍ່ໃນການ ປະສານງານ ລະຫວ່າງ ສອງປະເທດເວົ້າລວມ,ເວົ້າສະເພາະແມ່ນ ແຂວງບັກນິງ ແລະ ແຂວງຫົວພັນ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງ ໃນຖານສະຫາຍອ້າຍນ້ອງ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ ໝາກຜົນການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ຂອງແຂວງບັກນິງ ເຊິ່ງບັນດາຜົນສຳເລັດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ການວາງແນວທາງທີ່ຖືກຕ້ອງ,ຄວາມສາມາດ ໃນການຊີ້ນຳ-ນຳພາ ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນແຂວງບັກນິງ. ພ້ອມນີ້, ສະຫາຍຍັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນດ້ານການເມືອງ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຫລັກ ໃຫ້ແກ່ການພົວພັນລວມ ຂອງສອງປະເທດ.
ການຮ່ວມມືລະຫວ່າງ ແຂວງບັກນິງ ກັບ ແຂວງຫົວພັນ ຂອງລາວ ກໍສະເໜີໃຫ້ສອງຝ່າຍມີການຂຶ້ນແຜນ ແລະ ໂຄງການລະອຽດ ໃນການຮ່ວມມື,ຊ່ວຍເຫລືອເຊິ່ງກັນ ແລະ ກັນແນໃສ່ໃນການ ເສີມສ້າງຄວາມເຂັ້ມແຂງ ການພັດທະນາ ເສຖະກິດ-ສັງຄົມແຂວງຫົວພັນ ໂດຍສະເພາະ ແມ່ນການຊຸກຍູ້ ໃຫ້ນັກລົງທຶນຂອງ ແຂວງ ບັກນິງ ເຂົ້າໄປລົງທຶນຢູ່ແຂວງຫົວພັນ.
ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ
KPL