ຫາລືຄວາມຄືບໜ້າການຜະລິດ ລາຍການ 'ເຮືອນຂອງຂ້ອຍ' ພາກ 3

31/08/2022 19:48
Email Print 913
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ແລະ ອົງການອຸຍ​ນີ​ເຊບ ປະຈຳ ລາວ ຈັດກອງປະຊຸມ ເພື່ອປຶກສາຫາລືຄວາມຄືບໜ້າ ການຜະລິດລາຍ ການໂທລະພາບ ສໍາລັບເດັກກ່ອນໄວຮຽນ 'ເຮືອນຂອງຂ້ອຍ' ພາກ 3 ​ໃນ​ວັນ​ທີ 29 ສິງຫາ 2022 ທີ່ ​ແຂວງ​ວຽງ​ຈັນ

ຂປລ. ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ແລະ ອົງການອຸຍ​ນີ​ເຊບ ປະຈຳ ລາວ ຈັດກອງປະຊຸມ ເພື່ອປຶກສາຫາລືຄວາມຄືບໜ້າ ການຜະລິດລາຍ ການໂທລະພາບ ສໍາລັບເດັກກ່ອນໄວຮຽນ 'ເຮືອນຂອງຂ້ອຍ' ພາກ 3 ​ໃນ​ວັນ​ທີ 29 ສິງຫາ 2022 ທີ່ ​ແຂວງ​ວຽງ​ຈັນ ໂດຍມີ​ພາກສ່ວນ​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາເດັກຕອນຕົ້ນ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງລາຍການໂທລະພາບ ສໍາລັບເດັກກ່ອນໄວຮຽນ 'ເຮືອນຂອງຂ້ອຍ' ພາກ 3 ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ເດັກ ແລະ ຄອບ ຄົວ ແມ່ນໄດ້ຮັບຜົນກະທົບຫລາຍດ້ານ, ໃນປັດຈຸບັນ ເດັກນ້ອຍໄດ້ກັບຄືນ ໄປໂຮງຮຽນ ແຕ່ ພວກເຮົາຍັງຕ້ອງສືບຕໍ່ສຶກສາ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮັກສາ ສຸຂະອະນາໄມ ແລະ ຄວາມປອດໄພເຊັ່ນ: ການລ້າງມື ແລະ ການຢູ່ຫ່າງໄກຈາກສັງຄົມ ເພື່ອປ້ອງກັນພະຍາດ ໂຄວິດ-19 ​ເຊິ່ງເປັນອີກເຄື່ອງມືໜຶ່ງທີ່ສໍາຄັນ ສໍາລັບພໍ່ແມ່ ແລະ ຄູອາຈານ.

ທີມງານການຜະລິດລາຍການ ໂທລະພາບເດັກກ່ອນໄວຮຽນ 'ເຮືອນຂອງຂ້ອຍ' ໄດ້ໄປທົດລອງ ສາຍວີດີໂອຕອນໃໝ່ ທີ່ໂຮງຮຽນອະນຸບານ ມິດຕະພາບວຽງຈັນ ທີ່ເມືອງວຽງ​ຄໍາ ເແຂວງວຽງຈັນ ​ໂດຍໄດ້ຮັບການຕອບຮັບ ເປັນຢ່າງດີຈາກເດັກນ້ອຍ, ພໍ່ແມ່ ແລະ ຄູ-ອາຈານ.

ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະ ສະເໜີວິທີປັບປຸງ ລາຍການສະ ແດງ ໃຫ້ດີຂຶ້ນກວ່າເກົ່າ ເພື່ອຕອບສະໜອງ ຄວາມຕ້ອງການຂອງເດັກນ້ອຍ ໃຫ້ໄດ້ດີທີ່ສຸດ ແລະ ຂໍ້ໃຫ້ມູນທີ່ເປັນປະໂຫຍດ ສໍາລັບຜູ້ເບິ່ງແຍງ ​ເຊິ່ງແຕ່ລະຕອນ ແມ່ນກວມເອົາຫລາຍຫົວຂໍ້, ຕັ້ງແຕ່ການສົ່ງເສີມ ໂພຊະນາການ ທີ່ດີສໍາລັບເດັກນ້ອຍ, ວິທີການສົ່ງເສີມການຮຽນຮູ້ ໃນຕອນຕົ້ນ ແລະ ການຫລິ້ນຢູ່ເຮືອນ, ການເຊື່ອມໂຍງທັງສອງ ການຮຽນຮູ້ເບື້ອງຕົ້ນ ສໍາລັບເດັກນ້ອຍ ກັບການສຶກສາຂອງພໍ່ແມ່.

ລາຍການໂທລະພາບ ສໍາລັບເດັກກ່ອນໄວຮຽນ 'ເຮືອນຂອງຂ້ອຍ' ພາກ 3 ມີທັງໝົດ 12 ຕອນ ແລະ ຈະເປີດຕົວໃນຕົ້ນເດືອນຕຸລາ 2022 ​ໂດຍຈະອອກອາກາດ ຜ່ານທາງໂທລະພາບ ແຫ່ງຊາດລາວ ຊ່ອງ 3, ຊ່ອງ Lao Star, ແລະ MoES ETV (LaoSat ຊ່ອງ8). ນອກນັ້ນ, ຍັງຈະໄດ້ເຜີຍແຜ່ ຜ່ານສື່ສັງຄົມອອນລາຍ, YouTube ແລະ ເວທີການຮຽນ-ການສອນ ດີຈິຕອນ MoES ​ແລະ ຄັງປັນຍາລາວ.

KPL

ຂ່າວອື່ນໆ

ads
ads

Top