ໄຂສົກຮຽນໃໝ່ 2022-2023 ທົ່ວເມືອງໄຊເຊດຖາ

31/08/2022 19:43
Email Print 1079
ຂປລ ຂປລ. ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກປີ 2022-2023 ໃນວັນທີ 31 ສິງຫາ 2022 ຢູ່ໂຮງຮຽນມັດທະຍົມ ສຶກສາສົມບູນ ໜອງບອນ

ຂປລ. ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກປີ 2022-2023 ໃນວັນທີ 31 ສິງຫາ 2022 ຢູ່ໂຮງຮຽນມັດທະຍົມ ສຶກສາສົມບູນ ໜອງບອນ ​ໂດຍ​ມີ ທ່ານ ຄໍາສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເຊດຖາ, ທ່ານ ເພັດສະໝອນ ໄຊສົມບັດ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ມີຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ, ຄະນະອໍານວຍການໂຮງຮຽນ, ພ້ອມດ້ວຍຄູ-ອາຈານ ຈາກໂຮງຮຽນລັດ ແລະ ເອກະຊົນ ພ້ອມດ້ວຍນັກຮຽນ ທົ່ວເມືອງໄຊເຊດຖາ ເຂົ້າຮ່ວມ.

ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ ໄດ້ໃຫ້ຮູ້ວ່າ: ເມືອງໄຊເຊດຖາ ປະກອບມີໂຮງຮຽນທັງພາກລັດ ແລະ ເອກະຊົນ ທັງໝົດ 124 ແຫ່ງ (​ໂຮງຮຽນລັດ 51 ແຫ່ງ), ​ໃນ​ນີ້, ໂຮງຮຽນລ້ຽງເດັກ-ອະນຸບານ 70 ແຫ່ງ (ເອກະຊົນ 62 ແຫ່ງ); ໂຮງຮຽນປະຖົມສຶກສາ 79 ແຫ່ງ (ເອກະຊົນ 42 ແຫ່ງ); ໂຮງຮຽນມັດທະຍົມ ສຶກສາຕອນຕົ້ນ 15 ແຫ່ງ (ເອກະຊົນ 08 ແຫ່ງ); ໂຮງຮຽນມັດທະຍົມສຶກສາສົມ ບູນ 11 ແຫ່ງ (ເອກະຊົນ 6 ແຫ່ງ) ແລະ ໂຮງຮຽນມັດທະຍົມສຶກສາຕອນປາຍ 1 ແຫ່ງ (ລັດ); ມີນັກຮຽນທັງໝົດ 26.868 ຄົນ, ຍິງ 13.147 ຄົນ.

ສໍາລັບຫລັກສູດ ການຮຽນ-ການສອນ ຊັ້ນປະຖົມສຶກສາ ປີທີ 1-3 ໃຫ້ຈັດຕັ້ງປະຕິບັດ ຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່; ຊັ້ນປະຖົມສຶກສາ ປີທີ 4 ໃນ 4 ວິຊາຄື: ພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ, ພາສາອັງກິດ ໃຫ້ຈັດຕັ້ງປະຕິບັດ ຫລັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່, ສ່ວນອີກ 5 ວິຊາ ແມ່ນໃຫ້ຈັດຕັ້ງປະຕິບັດ ຫລັກສູດຊັ້ນປະຖົມສຶກສາ ສະບັບພິມປີ 2010; ຊັ້ນປະຖົມສຶກສາປີທີ 5 ແມ່ນໃຫ້ຈັດຕັ້ງປະຕິບັດ ຫລັກສູດຊັ້ນປະຖົມສຶກສາ ສະບັບພິມປີ 2010; ຊັ້ນມັດທະຍົມສຶກສາຕອນຕົ້ນ ແມ່ນຈະໄດ້ຈັດຕັ້ງປະຕິບັດຫລັກສູດ ຊັ້ນມັດທະຍົມສຶກສາຕອນຕົ້ນ ສະບັບເລກທີ 1007 ສສ.ສວສ/09; ຊັ້ນມັດທະຍົມສຶກສາຕອນປາຍ ແມ່ນໃຫ້ຈັດຕັ້ງປະຕິບັດຫລັກສູດ  ຊັ້ນມັດທະຍົມສຶກສາຕອນປາຍ ສະບັບເລກທີ 325 ສສ.ສວສ/011 ແລະ ສຳລັບຫ້ອງສອງພາສາ ລາວ-ຝຣັ່ງ ແມ່ນໃຫ້ນໍາໃຊ້ຫລັກສູດ ແຫ່ງຊາດ ແປເປັນພາສາຝຣັ່ງເຊັ່ນ: ວິຊາຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະວິທະຍາ.

ສ່ວນການກະກຽມການເປີດ ການຮຽນ-ການສອນໃໝ່ ຄັ້ງນີ້, ຄະນະພັກ-ຄະນະນໍາເມືອງ, ຄູ-ອາຈານ ໄດ້ເອົາໃຈໃສ່ຈັດຕັ້ງຄົ້ນຄວ້າ ບັນດານິຕິກໍາຕ່າງໆ ທີ່ກ່ຽວກັບການສຶກສາ; ອອກແຈ້ງການໃຫ້ ຜູ້ອຳນວຍການໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພາຍໃນເມືອງໄຊເຊດຖາ ວ່າດ້ວຍການກະກຽມ ການໄຂສົກຮຽນໃໝ່ ປະຈໍາສົກຮຽນ 2022-2023 ໃຫ້ມີຄວາມພ້ອມຮອບດ້ານ; ມອບໃຫ້ຜູ້ບໍລິຫານ ການສຶກສາໂຮງຮຽນທຸກແຫ່ງ ນຳພາຄູ-ອາຈານ ພາຍໃຕ້ການຊີ້ນຳຂອງຕົນ ເປີດກອງປະຊຸມວິຊາການ, ກອງປະຊຸມປຶກສາຫາລືຈັດການ ການຮຽນ-ການສອນ ໃຫ້ເໝາະສົມກັບ ສະພາບຄວາມເປັນຈິງ, ຈັດນັກຮຽນບັນຈຸເຂົ້າ ແຕ່ລະຫ້ອງ-ແຕ່ລະຊັ້ນ ແລະ ກະກຽມອຸປະກອນຮັບໃຊ້ໃນ ການຮຽນ-ການສອນ, ພ້ອມທັງ ສ້າງແຜນກຽມຄວາມພ້ອມຮັບມື ກັບການແຜ່ລະບາດ ຂອງພະຍາດໂຄວິດ-19ແລະ ການປ້ອງກັນພະຍາດໄຂ້ຍຸງລາຍ ທີ່ຈະເກີດຂຶ້ນ ໃນໄລຍະລະດູຝົນ  ບໍ່ໃຫ້ເກີດໃນໝູ່ນັກຮຽນ ແລະ ຄູ-ອາຈານ ພາຍໃຕ້ການຄຸ້ມຄອງ ຂອງຕົນໄດ້ເປັນຢ່າງດີ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ທອງລາ

KPL

ຂ່າວອື່ນໆ

ads
ads

Top